ວັນດິນບໍລິເວນນໍ້າແມ່ນຫຍັງ?
ວັນດິນບໍລິເວນນໍ້າໂລກແມ່ນວັນ ທີ່ສະແດງໃຫ້ຄົນທົ່ວໂລກເຫັນເຖິງຄວາມສຳຄັນໃນການອະນຸລັກພື້ນທີ່ດິນບໍລິເວນນໍ້າທີ່ມີຄວາມສໍາຄັນຕໍ່ມະນຸດ ແລະ ໂລກ, ໂດຍສະເຫຼີມສະຫຼອງໃນວັນທີ 2 ກຸມພາຂອງທຸກໆປີ. ເຊິ່ງວັນດິນບໍລິເວນນໍ້າແມ່ນຖືກຮັບຮອງອະນຸສັນຍາວ່າດ້ວຍດິນບໍລິເວນນໍ້າ ຫຼື ສົນທິສັນຍາຣາມຊ່າ ໃນວັນທີ 2 ກຸມພາ 1971 ໃນເມືອງ ແຣມຊາ, ປະເທດ ອິຫຼ່ານ.
ຂອບເຂດສົນທິສັນຍາດິນບໍລິເວນນໍ້າ ຫຼື ສົນທິສັນຍາຣາມຊາມີຄືແນວໃດ?
ເປັນການເນັ້ນການອະນຸລັກ ແລະ ການໃຊ້ປະໂຫຍດຂອງພື້ນທີ່ດິນບໍລິເວນນໍ້າຢ່າງຊານສະຫຼາດໃນທຸກດ້ານ, ຕະຫຼອດເຖິງການອະນຸລັກ ແລະ ຢັບຢັ້ງການສູນຫາຍຂອງດິນບໍລິເວນນໍ້າໃນໂລກ. ພັນທະທີ່ສຳຄັນທີ່ກ່າວເຖິງຄື: “ເປັນການດໍາເນີນງານຮ່ວມມືລະດັບນາໆຊາດເພື່ອກໍ່ໃຫ້ເກີດໃຫ້ເກີດການພັດທະນາທີ່ຍືນຍົງ ໃນທຸກພູມມີພາກທົ່ວໂລກ”
ດິນບໍລິເວນນໍ້າແມ່ນພື້ນທີ່ແບບໃດ?
ດິນບໍລິເວນນໍ້າແມ່ນພື້ນທີ່ບຶງ, ໜອງ, ດິນຕົມ ຫຼື ນໍ້າ ທີ່ເກີດຂຶ້ນເອງຕາມທໍາມະຊາດ ຫຼື ມະນຸດສ້າງຂຶ້ນ. ເຊິ່ງມີນໍ້າຖ້ວມຂັງຊົ່ວຄາວ ຫຼື ຖາວອນ, ເຊິ່ງມີນໍ້ານິ້ງ ຫຼື ນໍ້າໄຫຼ ເປັນນໍ້າຈືດ, ນໍ້າເຄັມ, ນໍ້າກ່ອຍ ລວມທັງພື້ນທີ່ນໍ້າທະເລທີ່ມີຄື້ນຕໍ່າ ທີ່ມີຄວາມເລິກຂອງລະດັບນໍ້າບໍ່ເກີນ 6 ແມັດ.
ດິນບໍລິເວນນໍ້າໃນປະຈຸບັນມີຈັກແຫ່ງໃນທົ່ວໂລກ?
ປະຈຸບັນມີທັງໝົດ 2,435 ແຫ່ງ ໃນ 172 ປະເທດທີ່ຢູ່ໃນສົນທິສັນຍາດິນບໍລິເວນນໍ້າ ແລະ ໃນປະເທດລາວເຮົາກໍມີດິນບໍລິເວນນໍ້າທີ່ຈົດທະບຽນຂຶ້ນບັນຊີໃນສົນທີສັນຍາດິນບໍລິເວນນໍ້າຢູ່ 2 ແຫ່ງເຊັ່ນ: ບຶງເຊຈໍາພອນ, ແຂວງສະຫວັນນະເຂດ ແລະ ບຶງກຽດໂງ້ງ, ແຂວງ ຈໍາປາສັກ.
ແຫຼ່ງຂໍ້ມູນຈາກ:
https://www.unep.org/events/un-day/world-wetlands-day-2022https://www.ramsar.org
#Econews#EconewsLaos#WorldWetlandsDay2022