ທິດຊູ່ປຽກ (wet wipes) ໃຊ້ງ່າຍສະດວກສະບາຍແຕ່ໃຊ້ເວລາໃນການຍ່ອຍສະຫຼາຍກວ່າ 100 ປີ
ທິດຊູ່ປຽກ (wet wipes) ໃຊ້ງ່າຍສະດວກສະບາຍແຕ່ໃຊ້ເວລາໃນການຍ່ອຍສະຫຼາຍກວ່າ 100 ປີ
28 August, 2024
Share now
ໃນປັດຈຸບັນ, ທິດຊູ່ປຽກ (wet wipes) ເປັນໜຶ່ງໃນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມສູງ ດ້ວຍຄວາມສະດວກສະບາຍໃນການໃຊ້ງານໃນຊີວິດປະຈຳວັນ. ແຕ່ຢ່າງໄດ້ກໍຕາມ, ທິດຊູ່ປຽກທີ່ເຮົານິຍົມໃຊ້ນັ້ນອາດສົ່ງຜົນກະທົບທີ່ຮຸນແຮງຕໍ່ສິ່ງແວດລ້ອມ ເນື່ອງຈາກໃຊ້ເວລາທີ່ຍ່ອຍສະຫຼາຍຍາວນານ ແລະ ການກໍ່ໃຫ້ເກີດມົນລະພິດໃນລະບົບນິເວດອີກດ້ວຍ.

ຈາກຂໍ້ມູນ Environmental Protection Agency (EPA) ທິດຊູ່ປຽກທົ່ວໄປເຮັດຈາກປລາສຕິກ ຫຼື ເສັ້ນໄຍສັງເຄາະນັ້ນໃຊ້ເວລາດົນນານເຖິງ 100 ປີ ຫຼື ຫຼາຍກວ່ານັ້ນໃນການຍ່ອຍສະຫຼາຍ. ເນື່ອງຈາກວັດສະດຸເຫຼົ່ານີ້ຍ່ອຍສະຫຼາຍໄດ້ຍາກເມື່ອຖິ້ມລົງໃນສິ່ງແວດລ້ອມທໍາມະຊາດ. ທິດຊູ່ປຽກເຫຼົ່ານີ້ບໍ່ສາມາດຍ່ອຍສະຫຼາຍໄດ້ເຕັມທີ່ ອາດກາຍເປັນໄມໂຄຣປລາສຕິກ (Microplastics) ເຊິ່ງເປັນອະນຸພາກປລາສຕິກຂະໜາດນ້ອຍທີ່ປົນເປື້ອນໃນນ້ຳ ແລະ ດິນ ເຮັດໃຫ້ເປັນອັນຕະລາຍຕໍ່ສັດນ້ຳ ແລະ ລະບົບນິເວດໂດຍລວມ.

ໃນຊ່ວງຫຼາຍປີທີ່ຜ່ານມາມີການພັດທະນາ ແລະ ໄດ້ເປີດຕົວທິດຊູ່ປຽກທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ (biodegradable wipes) ຈາກແຕ່ລະບໍລິສັດເຊັ່ນ: WaterWipes ຈາກປະເທດໄອແລນ (Ireland), Seventh Generation ຈາກປະເທດສະຫະລັດອາເມຣິກາ (USA), Natracare ຈາກປະເທດອັງກິດ (UK), The Honest Company ຈາກປະເທດສະຫະລັດອາເມຣິກາ (USA), Eco by Naty ຈາກປະເທດສະວີເດັນ (Sweden).

ບໍລິສັດເຫຼົ່ານີ້ເປັນພຽງສ່ວນໜຶ່ງຂອງຜູ້ຜະລິດທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ໂດຍມຸ່ງເນັ້ນທີ່ການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກທີ່ໃສ່ໃຈເລື່ອງສິ່ງແວດລ້ອມ. ທິດຊູ່ປຽກ ທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບ (biodegradable wipes) ເຊິ່ງສາມາດຍ່ອຍສະຫຼາຍໄດ້ໃນເວລາທີ່ສັ້ນກວ່າ ໂດຍອາດໃຊ້ເວລາພຽງເດືອນເຖິງປີຂຶ້ນຢູ່ກັບສະພາບແວດລ້ອມທີ່ ທິດຊູ່ປຽກ ຖືກຖິ້ມເຊັ່ນ: ອຸນຫະພູມ, ຄວາມຊຸ່ມ ແລະ ແສງແດດ ເຊິ່ງຖືວ່າເປັນບາດກ້າວສຳຄັນໃນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.

ເຖິງວ່າຜະລິດຕະພັນ ທິດຊູ່ປຽກ ທີ່ຍ່ອຍສະຫຼາຍໄດ້ທາງຊີວະພາບຈະເປັນຕົວເລືອກທີ່ດີກວ່າ ແຕ່ການໃຊ້ງານໃນປະລິມານຫຼາຍຍັງຄົງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ. ການຫຼຸດຜ່ອນການໃຊ້ ແລະ ເລືອກໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ຈຶ່ງເປັນສິ່ງທີ່ຄວນໄດ້ຮັບການສົ່ງເສີມເພື່ອຮັກສາສົມດຸນຂອງລະບົບນິເວດ ແລະ ປົກປັກຮັກສາໂລກສຳລັບຄົນລຸ້ນຕໍ່ໄປ.

ແຫຼ່ງຂໍ້ມູນອ້າງອີງ:

#econews #econewslaos #environmentalawareness

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.