07 ກັນຍາ ວັນແຮ້ງໂລກ
07 ກັນຍາ ວັນແຮ້ງໂລກ
07 September, 2024
Share now
ສັນຍານເຕືອນຈາກທຳມະຊາດ ແຮ້ງຫຼາຍສາຍພັນໃກ້ຈະສູນພັນ

ໂຕແຮ້ງ (Vulture) ເປັນນົກທີ່ຖືກເບິ່ງຂ້າມ, ໄດ້ຮັບຊື່ສຽງໃນທາງລົບ ແລະ ຫຼາຍຄົນເຊື່ອວ່າແຮ້ງເປັນສັດທີ່ໂຫດຮ້າຍ, ສົກກະປົກ ແລະ ມີຮູບຮ່າງທີ່ຂີ້ຮ້າຍ ເພາະຄວາມເຊື່ອບາງວັດທະນະທຳທີ່ພວກມັນກ່ຽວຂ້ອງກັບຄວາມຕາຍ ແລະ ຄວາມໂລບມາກໂລພາ.

ມັນອາດກາຍເປັນພຽງຕໍານານໃນອະນາຄົດຂ້າງໜ້າ ເມື່ອສາຍພັນຂອງພວກມັນຫຼາຍຊະນິດກຳລັງປະເຊີນກັບວິກິດການສູນພັນ. ການຫາຍໄປຂອງແຮ້ງຈະບໍ່ພຽງແຕ່ເຮັດໃຫ້ລະບົບນິເວດເສຍສົມດູນ ແຕ່ຍັງສົ່ງຜົນກະທົບຕໍ່ສຸຂະພາບຂອງມະນຸດ ແລະ ສັດອື່ນໆ ອີກດ້ວຍ.

ໃນໄລຍະທົດສະວັດທີ່ຜ່ານມາ ປະຊາກອນແຮ້ງໄດ້ຫຼຸດລົງໃນທົ່ວໂລກ. ແຮ້ງໃນທະວີບອາຊີບາງສາຍພັນໄດ້ຫຼຸດລົງເຖິງ 99%. ນັບຕັ້ງແຕ່ປີ 1990-2000 ແລະ ແຮ້ງໃນທະວີບອາຟຣິກາໄດ້ຫຼຸດລົງເຖິງ 90% ຈາກການວາງຢາພິດເພື່ອເກັບກ່ຽວເອົາຊິ້ນສ່ວນຮ່າງກາຍຂອງແຮ້ງ ສໍາລັບການນໍາໄປໃຊ້ຕາມຄວາມເຊື່ອ ໂດຍມີແຮ້ງຢ່າງໜ້ອຍ 2,000 ໂຕຖືກວາງຢາພິດ ລະຫວ່າງເດືອນທັນວາ 2019 ຫາ ເດືອນມີນາ 2020 ຢູ່ທີ່ປະເທດກິນີ-ບິສເຊົາ (Guinea-Bissau). ສາເຫດສໍາຄັນທີ່ເຮັດໃຫ້ແຮ້ງຫຼາຍສາຍພັນມີຄວາມສ່ຽງຕໍ່ການສູນພັນແມ່ນການໃຊ້ຢາໄດໂຄລຟີແນກ (diclofenac) ເຊິ່ງເປັນພິດຮ້າຍແຮງຕໍ່ແຮ້ງ. ແຮ້ງທີ່ໄດ້ຮັບຢາຊະນິດນີ້ຈະເສຍຊີວິດຈາກການເປັນພິດທີ່ທຳລາຍຫມາກໄຂ່ຫລັງຂອງພວກມັນ. ນອກ​ຈາກ​ນີ້, ຍັງລວມເຖິງການສູນ​ເສຍ​ຖິ່ນທີ່ຢູ່ອາໄສ ແລະ ການຂາດແຄນອາຫານຍັງເປັນປັດໄຈເຮັດໃຫ້ແຮ້ງຫຼາຍຊະນິດສູນພັນຢ່າງໄວວາ.

ແຮ້ງເປັນຫນຶ່ງໃນສັດທີ່ມີບົດບາດສໍາຄັນໃນລະບົບນິເວດ ໂດຍສະເພາະໃນດ້ານການຄວບຄຸມປະລິມານຊາກສັດທີ່ເນົ່າເປື່ອຍ, ຍັງຊ່ວຍຫຼຸດຜ່ອນການແຜ່ກະຈາຍຂອງເຊື້ອພະຍາດທີ່ເປັນອັນຕະລາຍທັງມະນຸດ ແລະ ສັດ. ດັ່ງນັ້ນ, ການຫາຍໄປຂອງແຮ້ງຈຶ່ງເປັນສັນຍານເຕືອນວ່າທຳມະຊາດອາດຈະສູນເສຍສົມດຸນໄດ້. ຫຼາຍປະເທດທົ່ວໂລກ ລວມທັງອົງການອະນຸລັກສັດຕ່າງໆເຊັ່ນ: Saving Asia’s Vultures from Extinction (SAVE), The Peregrine Fund, BirdLife International, International Vulture Awareness Day, Wildlife Conservation Society (WCS) ເປັນຕົ້ນ. ອົງການເຫຼົ່ານີ້ກໍາລັງພະຍາຍາມຊ່ວຍເຫຼືອແຮ້ງຈາກວິກິດການສູນພັນ ໂດຍການຫ້າມໃຊ້ຢາໄດໂຄລຟີແນກ (diclofenac), ພ້ອມ​ທັງ​ຟື້ນ​ຟູ​ຖິ່ນທີ່​ຢູ່​ອາ​ໄສ ​ແລະ ຈັດຫາພື້ນທີ່ຄຸ້ມຄອງ​​ບ່ອນ​ຢູ່​ທີ່​ປອດ​ໄພໃຫ້ກັບພວກມັນ.

ການສູນພັນຂອງແຮ້ງບໍ່ພຽງແຕ່ຈະສູນເສຍສັດຊະນິດໜຶ່ງໄປ, ແຕ່ຍັງເປັນການສູນເສຍຕົວຊ່ວຍທີ່ສໍາຄັນໃນທໍາມະຊາດ. ການ​ເພີ່ມ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ແຮ້ງ ແລະ ​ສະໜັບສະໜູນ​ການ​ອະນຸລັກ ​​ສາມາດ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ແຮ້ງກາຍເປັນພຽງ​ເລື່ອງເລົ່າ​ໃນ​ອະດີດ.

ແຫຼ່ງຂໍ້ມູນອ້າງອີງ:

#biodiversity #econewslaos #worldvultureday

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.