ຄວາມສໍາຄັນຂອງສວນສາທາລະນະໃນໂຕເມືອງກັບສິ່ງແວດລ້ອມອັນທຳອິດທີ່ມັກຖືກເວົ້າເຖິງແມ່ນໄດ້ແກ່ການທີ່ຕົ້ນໄມ້ ຫຼື ພືດໃນພື້ນທີ່ສີຂຽວນີ້ ສາມາດຫຼຸດມົນລະພິດທາງອາກາດ ແລະ ເຮັດໃຫ້ມີອາກາດທີ່ສະອາດຂຶ້ນກວ່າເກົ່າໂດຍການເຮັດໜ້າທີ່ເປັນປອດຂອງເມືອງ. ຕາມການຄາດຄະເນຂອງ European Environment Agency, ໃນປີ 2020, 96% ຂອງປະຊາຊົນທີ່ອາໄສຢູ່ໃນ EU ໄດ້ປະເຊີນກັບລະດັບມົນລະພິດທາງອາກາດ (PM2.5) ສູງກວ່າເກນແນະນຳຂອງ WHO. ການສ້າງພື້ນທີ່ສີຂຽວໃນໂຕເມືອງທີ່ດີ ຖືເປັນບູລິມະສິດການສ້າງໂຕເມືອງໃຫ້ມີຄວາມຍືນຍົງ.
ນອກຈາກນັ້ນ, ໃນຫຼາຍໆເມືອງໃຫຍ່ທີ່ໃຫ້ຄວາມສຳຄັນກັບຄວາມອຸດົມສົມບູນທາງຊີວະນານາພັນຍັງຕ້ອງຄຳນຶງເຖິງການປູກພືດທ້ອງຖິ່ນຂອງເຂດດັ່ງກ່າວ, ພືດທີ່ເກື້ອໜູນໃຫ້ແກ່ສັດໃນບໍລິເວນນັ້ນເພື່ອເປັນບ່ອນອາໄສ, ຫາອາຫານ ຫຼື ເປັນເສັ້ນການເດີນທາງຂອງພວກເຂົາ.
ພື້ນທີ່ສີຂຽວຍັງປະກອບສ່ວນເຂົ້າໃນຫນ້າທີ່ການຄຸ້ມຄອງນ້ໍາຈາກພາຍຸ, ຫຼຸດຜ່ອນການໄຫຼຂອງນໍ້າເທິງໜ້າດິນ ແລະ ເຮັດໃຫ້ໂຄງສ້າງພື້ນຖານຂອງນ້ໍາ ແລະ ສຸຂາພິບານ ມີຄວາມສະຖຽນ. ຍິ່ງໄປກວ່ານັ້ນ, ການຈັດຕັ້ງປະຕິບັດມາດຕະຖານການວາງແຜນສີຂຽວສາມາດປັບປຸງການກັກຂອງນໍ້າຈາກພາຍຸ ແລະປົກປ້ອງລະບົບນິເວດທີ່ມີຄວາມສໍາຄັນ.
ນອກນີ້, ໃນຫຼາຍແຫ່ງກໍນຳໃຊ້ພືດ ຫຼື ຕົ້ນໄມ້ ໃນການເປັນວັດຖຸກັນສຽງດັງຈາກການຈາລະຈອນ ແລະ ກິດຈະກຳໂຕເມືຶອງຕ່າງໆ ໃຫ້ແກ່ພົນລະເມືອງຜູ້ຢູ່ອາໄສ ໄດ້ອີກດ້ວຍ.
#Econewslaos #urbansustainability