ວິກິດໄຕ້ຝຸ່ນ ກະທົບໜັກໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້
ວິກິດໄຕ້ຝຸ່ນ ກະທົບໜັກໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້
20 September, 2024
Share now
“ໄຕ້ຝຸ່ນຢາກິ” ຖືເປັນອີກໜື່ງໄພພິບັດທາງທຳມະຊາດທີ່ຮຸນແຮງໃນຮອບປີໂດຍພາຍຸດັ່ງກ່າວໄດ້ພັດເຂົ້າຖະຫຼົ່ມທາງຟິລິບປິນ ແລ້ວເຄື່ອນກຳລັງເຂົ້າສູ່ ທາງຕອນໃຕ້ຂອງປະເທດຈີນ ແລະ ທາງຕອນເໜືອຂອງປະເທດຫວຽດນາມ ເຊີ່ງບັນດາປະເທດອ້ອມຂ້າງຢ່າງ ປະເທດລາວ, ໄທ ແລະ ມຽນມ້າ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ໂດຍໃນປັດຈຸບັນປະເທດດັ່ງກ່າວກໍກຳລັງຜະເຊີນກັບຝົນຕົກແຮງ, ນໍ້າຖ້ວມ ແລະ ໃນບາງເຂດກໍມີດິນເຈື່ອນ ເຊີ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊິວິດ, ຊັບສິນຂອງປະຊາຊົນໃນຫຼາຍໆຄົວເຮືອນ.

ສຳລັບສະຖານະການຂອງປະເທດຫວຽດນາມ, ໄຕ້ຝຸ່ນຢາກິໄດ້ເຄື່ອນກຳລັງເຂົ້າສູ່ຫວຽດນາມໃນເມື່ອວັນທີ 7 ກັນຍາ ເຊີ່ງກໍ່ໃຫ້ເກີດຝົນຕົກໜັກ ແລະ ນໍ້າຖ້ວມຢ່າງກະທັນຫັນ. ປະຊາຊົນຫຼາຍພັນຄົນໄດ້ອົບພະຍົບອອກຈາກເຂດໄພພິບັດ. ຈາກການລາຍງານຂອງສຳນັກຂ່າວ Reuters ພົບວ່າມີຍອດຜູ້ເສຍຊິວິດຈາກໄຕ້ຝຸ່ນດັ່ງກ່າວສູງເຖິງ 250 ກວ່າຄົນ ໃນເມື່ອວັນສຸກທີ່ຜ່ານມາ. ນອກຈາກນີ້,​ ປະຊາຊົນຫຼາຍກວ່າ 800 ຊິວິດໄດ້ຮັບບາດເຈັບ ແລະ ຄາດການວ່າຕົວເລກຜູ້ສູນຫາຍຍັງມີຫຼາຍກວ່າ 80 ຊິວິດ ແລະ ຍັງມີອີກຈຳນວນໜື່ງທີ່ຢູ່ໃນລະຫວ່າງການຄົ້ນຫາ.

ເຖິງແມ່ນວ່າໄຕ້ຝຸ່ນໄດ້ອ່ອນກຳລັງລົງ ແຕ່ທາງປະເທດ ມຽນມ້າ ກໍໄດ້ຮັບຜົນກະທົບບໍ່ຕ່າງຈາກປະເທດເພື່ອນບ້ານເຊັ່ນດຽວກັນ. ໂດຍທາງການຂອງປະເທດ ມຽນມ້າໄດ້ມີການລາຍງານຕົວເລກຜູ້ເສຍຊິວິດລ່າສຸດເມື່ອວັນເສົາທີ່ຜ່ານມາ ແມ່ນມີ 113 ຊິວິດ ແລະ ຍັງມີ 64 ຊິວິດທີ່ຍັງສູນຫາຍ. ບ້ານເຮືອນຂອງປະຊາຊົນ ຫຼາຍກວ່າ 60,000 ຫຼັງຄາເຮືອນ ແລະ ໂຮງຮຽນຫຼາຍກວ່າ 300 ຫຼັງໄດ້ຮັບຄວາມເສຍຫາຍ ພ້ອມນັ້ນ, ບັນດາເສັ້ນທາງ, ພື້ນຖານໂຄ່ງລ່າງຕ່າງໆກໍຍັງຖືກຕັດຂາດ.

ໃນສ່ວນຂອງປະເທດໄທ, ໂດຍສະເພາະແມ່ນທາງພາກເໜືອຂອງປະເທດ ໄດ້ພົບຜູ້ເສຍຊິວິດ ຈຳນວນ 9 ຄົນພາຍຫຼັງການພັດເຂົ້າຂອງພາຍຸຢາກິ. ໜື່ງໃນເຂດທີ່ໄດ້ຮັບຜົນກະທົບໃນທາງພາກເໜືອ ຄື ແຂວງຊຽງລາຍ ເນື່ອງຈາກຝົນທີ່ຕົກໜັກ ເຮັດນໍ້າອັ່ງພາຍໃນຕົວເມືອງ ເຊີ່ງຖະໜົນຫົນທາງບໍ່ສາມາດສັນຈອນໄດ້ເປັນປົກກະຕິ ແລະ ເປັນຜົນໃຫ້ການເດີນທາງໄປສະໜາມບິນຊຽງລາຍນັ້ນມີຄວາມຫຍຸ້ງຍາກ. ມີຫຼາຍກວ່າ 9 ຖ້ຽວບິນທີ່ໄດ້ຖືກຍົກເລີກທັ້ງຂາເຂົ້າ ແລະ ຂາອອກ. ຍິ່ງໄປກວ່ານັ້ນ, ບັນດາແຂວງທີ່ຕິດກັບນໍ້າຂອງນັ້ນກໍໄດ້ຮັບຜົນກະທົບຈາກການເພີ່ມຂື້ນຂອງນໍ້າຢ່າງໄວວາ ເປັນຕົ້ນແມ່ນ ເມືອງໜອງຄາຍ.

ໃນຂະນະດຽວກັນ, ທາງກົມອຸຕຸນິຍົມ ແລະ ອຸທົກກະສາດຂອງປະເທດລາວກໍໄດ້ມີການແຈ້ງເຕືອນໃຫ້ເຝົ້າລະວັງຕັ້ງແຕ່ ຊ່ວງຕົ້ນເດືອນກັນຍາທີ່ມາ ເນື່ອງຈາກອິດທິພົນຂອງພາຍຸໄດ້ເຮັດໃຫ້ຝົນຕົກແຮງ ເຊີ່ງບາງທ້ອງຖີ່ນປະສົບກັບນໍ້າຖ້ວມ ແລະ ດິນເຈື່ອນ ໂດຍສະເພາະໃນທາງພາກເໜືອເຊັ່ນ: ແຂວງ ຫຼວງນໍ້າທາ, ຜົ້ງສາລີ, ອຸດົມໄຊ, ແລະ ບໍ່ແກ້ວ. ນອກຈາກນີ້, ບາງຕົວເມືອງໃນເຂດນະຄອນຫຼວງວຽງຈັນໂດຍສະເພາະແມ່ນເຂດໃກ້ແຄມນໍ້າຂອງ ຍັງປະສົບກັບນໍ້າຖ້ວມຂັງ ເນື່ອງຈາກລະດັບແມ່ນໍ້າຂອງເພີ່ມຂື້ນສູງ.

ແຫຼ່ງຂໍ້ມູນອ້າງອີງ: 

#econewslaos#yagityphoon

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.