ຊາງໄຮ ຜະເຊີນພາຍຸໄຕ້ຝຸ່ນພັດຂື້ນຝັ່ງຮຸນແຮງທີ່ສຸດໃນຮອບ 75 ປີ
ຊາງໄຮ ຜະເຊີນພາຍຸໄຕ້ຝຸ່ນພັດຂື້ນຝັ່ງຮຸນແຮງທີ່ສຸດໃນຮອບ 75 ປີ
09 October, 2024
Share now
ເມື່ອວັນທີ 16 ເດືອນກັນຍາທີ່ຜ່ານມາ, ພາຍຸໄຕ້ຝຸ່ນລູກໃໝ່ນາມວ່າ ເບບິນຄາ (Bebinca) ໄດ້ພັດຂື້ນຝັ່ງທາງປະເທດຈີນ ບໍລິເວນຊາຍຝັ່ງເມືອງໃໝ່ລິນກັງ (New City Lingang), ຊາງໄຮ ເມື່ອຕອນເຊົ້າເວລາ 07:30 ຕາມເວລາທ້ອງຖີ່ນ.

ຈາກການພັດຂື້ນຝັ່ງຂອງໄຕ້ຝຸ່ນນີ້, ພົບຜູ້ບາດເຈັບ 1 ລາຍເຊີ່ງສາເຫດມາຈາກຕົ້ນໄມ້ໃຫຍ່ລົ້ມທັບ ແລະ ມີລາຍງານຕົວເລກຜູ້ເສຍຊິວິດ 2 ຄົນ ຈາກໄຟຟ້າຊ໋ອດເນື່ອງຈາກເສົາໄຟຟ້າລົ້ມ. ປະຊາຊົນຫຼາຍ​ກວ່າ 400,000 ຄົນ​ໃນ​ເຂດ​ນະ​ຄອນ​ຊາງ​ໄຮ​ໄດ້​ອົບພະຍົບອອກຈາກເມືອງ ແລະ ບາງເຂດໃກ້ຄຽງກໍໄດ້ຍົກຍ້າຍເຊັ່ນດຽວກັນ. ຍິ່ງໄປກວ່ານັ້ນ, ຖ້ຽວ​ບິນ​ຫຼາຍ​ຮ້ອຍ​ຖ້ຽວ​, ການບໍລິການລົດໄຟ, ເຮືອຂ້າມຟາກ (ferry) ຕ່າງໆໄດ້ຖືກຍົກເລິກຊົ່ວຄາວ ແລະ ບັນດາທາງດ່ວນຕ່າງໆຖືກປິດກັ້ນການສັນຈອນ.

ໄຕ້ຝຸ່ນເບບິນຄາ​ຖືເປັນພາຍຸທີ່​ແຮງ​ທີ່​ສຸດ​ທີ່​ພັດ​ເຂົ້າ​ນະຄອນ​ຊຽງ​ໄຮ​ໃນ​ຮອບ 75 ປີ ເຊີ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊິວິດ, ຊັບສິນ ແລະ ກິດຈະກຳສຳຄັນຕ່າງໆໄດ້ຖືກຢຸດສະງັກ ໂດຍສະເພາະໃນຊ່ວງນີ້ທີ່ມີບັນດາເທດສະການໄຫວ້ພະຈັນ ແລະ ເທດສະການສຳຄັນອື່ນໆ ເຊີ່ງຫຼາຍໆຄອບຄົວໄດ້ມີການວາງແຜນເດີນທາງເພື່ອສະເຫຼີມສະຫຼອງເທດສະການດັ່ງກ່າວ. ແນວໃດກໍຕາມ, ການເຂົ້າມາຂອງໄຕ້ຝຸ່ນນີ້ກໍເຮັດໃຫ້ແຜນການທ່ອງທ່ຽວອາດໄດ້ຖືກຍົກເລິກ ຫຼື ເລື່ອນອອກໄປຈົນກວ່າສະຖານະການຈະກັບມາເປັນປົກກະຕິ.

#econewslaos

ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.