ເມື່ອໂລກຮ້ອນຂື້ນ ສຸຂະພາບຈິດເລີ່ມປັ່ນປ່ວນ
ເມື່ອໂລກຮ້ອນຂື້ນ ສຸຂະພາບຈິດເລີ່ມປັ່ນປ່ວນ
10 October, 2024
Share now
ປະຕິເສດບໍ່ໄດ້ວ່າ ສຸຂະພາບຈິດເປັນຕົວກະຕຸ້ນສຳຄັນທີ່ມີອິດທິພົນຕໍ່ຄວາມຢູ່ດີກິນດີຂອງຄົນເຮົາໃນປະຈຸບັນ. ການທີ່ເຮົາມີສຸຂະພາບຈິດທີ່ດີນັ້ນຊ່ວຍໃຫ້ເຮົາສາມາດຮັບມືກັບບັນດາຄວາມຄຽດ ແລະ ຄວາມວິຕົກກັງວົນຈາກປັດໄຈສ່ວນຕົວ ແລະ ສັງຄົມໄດ້ເປັນຢ່າງດີ. ແນວໃດກໍຕາມ, ການປ່ຽນແປງດິນຟ້າອາກາດທີ່ໄວວາ ແລະ ມີລະດັບຄວາມຮຸນແຮງໃນແຕ່ລະປີ ສົ່ງຜົນກະທົບຕໍ່ຄວາມຜິດປົກກະຕິທາງອາລົມ ແລະ ຄວາມວິຕົກກັງວົນທີ່ຮຸນແຮງຂຶ້ນ.

ໜຶ່ງໃນສາເຫດທີ່ສຳຄັນຂອງການປ່ຽນແປງດິນຟ້າອາກາດທີ່ໄວວານັ້ນມາຈາກການເພີ່ມຂຶ້ນຂອງອຸນຫະພູມໂລກ ເຊິ່ງໄດ້ກາຍເປັນຕົວເລັ່ງໃຫ້ສຸຂະພາບຈິດປັ່ນປວນ ແລະ ຊຸດໂຊມໜັກຂຶ້ນ ສົ່ງຜົນໃຫ້ອັດຕາຄວາມຮຸນແຮງ ແລະ ການຈົບຊີວິດຕົນເອງມີຕົວເລກສູງຂຶ້ນ. ຈາກການສຶກສາຂອງປະເທດອັງກິດ ແລະ ເວວລ໌ ເມື່ອຊ່ວງປີ 1993 - 2003 ພົບວ່າ ຖ້າຫາກອຸນຫະພູມໃນຊ່ວງເວລາໃດໜື່ງສູງກວ່າ 18 ອົງສາ ແລະ ການເພີ່ມຂຶ້ນໃນທຸກໆ 1 ອົງສານັ້ນມີຄວາມສ່ຽງໃຫ້ອັດຕາການຈົບຊີວິດຕົນເອງເພີ່ມຂຶ້ນເຖິງ 3.8 ສ່ວນຮ້ອຍ. ຍິ່ງໄປກວ່ານັ້ນ, ການຄົ້ນຄວ້າຂອງປະເທດຟິນແລນ ລະຫວ່າງປີ 1996 - 2013 ພົບວ່າ ທຸກໆການເພີ່ມຂື້ນ 1 ອົງສາສົ່ງຜົນໃຫ້ອັດຕາການເກີດອາຊະຍາກຳທົ່ວປະເທດເພີ່ມຂຶ້ນ 1.7 ສ່ວນຮ້ອຍ.

ນອກນີ້, ອຸນຫະພູມທີ່ສູງຂຶ້ນນັ້ນກໍ່ໃຫ້ເກີດຄວາມຜິດປົກກະຕິຂອງການນອນຫຼັບ ເຊິ່ງເຮັດໃຫ້ເກີດອາລົມຫງຸດງິດງ່າຍ, ບໍ່ສາມາດຈັດການອາລົມຕົນເອງໄດ້ ແລະ ອາດຈະນຳໄປສູ່ການໃຊ້ຄວາມຮຸນແຮງໃນທ້າຍທີ່ສຸດ. ພ້ອມດຽວກັນນັ້ນ, ຍັງເຮັດໃຫ້ລະດັບຮໍໂມນເຊໂຣໂທນິນ (serotonin) ທີ່ເຮັດໜ້າທີ່ຄວບຄຸມຄວາມຮູ້ສຶກ, ອາລົມ, ພຶດຕິກຳ ໃນສະໝອງຫຼຸດລົງ ແລະ ໄດ້ກະຕຸ້ນໃຫ້ບັນດາອາການຊຶມເສົ້າ, ວິຕົກກັງວົນ ແລະ ຄວາມຜິດປົກກະຕິທາງດ້ານອາລົມອື່ນໆເກີດຂຶ້ນ

ດ້ວຍເຫດນີ້,​ ອຸນຫະພູມທີ່ສູງຂຶ້ນຈື່ງບໍ່ໄດ້ສົ່ງຜົນກະທົບຕໍ່ການເຈັບປ່ວຍທາງຮ່າງກາຍພຽງຢ່າງດຽວ ແຕ່ຈິດໃຈກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ເຖິງແມ່ນວ່າບາງຄັ້ງຮ່າງກາຍຂອງພວກເຮົາອາດຈະບໍ່ໄດ້ສະແດງອາການເຈັບປວດ ແຕ່ຈິດໃຈສາມາດຊີ້ບອກໄດ້ຜ່ານການສະແດງອອກທາງພຶດຕິກຳ. ຖ້າຫາກພວກເຮົາບໍ່ໝັ່ນສັງເກດ ແລະ ເບີ່ງແຍງຈິດໃຈໃຫ້ດີ,​ບໍ່ຄ່ອຍໃຫ້ຄວາມສຳຄັນກັບຄວາມຮູ້ສຶກຂອງເຮົາ, ຄວາມສາມາດໃນການປັບຕົວຕໍ່ກັບການປ່ຽນແປງກໍຈະຫຼຸດໜ້ອຍຖອຍລົງ ແລະ ຜົນສຸດທ້າຍຄວາມສ່ຽງຂອງການເກີດບັນດາປາກົດການຫຍໍ້ທໍ້ຕ່າງໆກໍຍິ່ງມີສູງຂຶ້ນ.

ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.