ການພັດທະນາຕົວເມືອງແບບຍືນຍົງ ປະເດັນສຳຄັນຈາກກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ
ການພັດທະນາຕົວເມືອງແບບຍືນຍົງ ປະເດັນສຳຄັນຈາກກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ
09 October, 2024
Share now
ເມື່ອວັນທີ 17-19 ເດືອນກັນຍາທີ່ຜ່ານມາ, ສປປ ລາວ ພາຍໃຕ້ການເປັນປະທານຂອງອາຊຽນ ໄດ້ເຕົ້າໂຮມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ບັນດາຄະນະນຳທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມທີ່ສຳຄັນໄດ້ແກ່ the Meeting of Governors/Mayors of ASEAN Capitals (MGMAC), the ASEAN Mayors Forum (AMF), and the Annual Meeting of the AIMF Regional Network in South-East Asia ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ.

ໃນກອງປະຊຸມໄດ້ມີການໂອ້ລົມ, ແລກປ່ຽນ ແລະ ປຶກສາຫາລືໃນດ້ານການພັດທະນາຂອງຕົວເມືອງແບບຍືນຍົງໃນອະນາຄົດ ໂດຍໄດ້ເນັ້ນໃສ່ 5 ຂອບເຂດທີ່ສຳຄັນໄດ້ແກ່: ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ; ການທ່ອງທ່ຽວສີຂຽວ; ການພັດທະນາເສດຖະກິດແບບຍືນຍົງ; ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມເຂັ້ມແຂງທົນທານ ຕໍ່ການປ່ຽນແປງສະພາບອາກາດ.

ໂດຍໝາກຜົນຂອງກອງປະຊຸມແມ່ນການຮັບຮອງຖະແຫຼງການວຽງຈັນທີ່ກຳນົດເຖິງຄວາມມຸ່ງໝັ້ນຂອງບັນດາປະເທດສະມາຊິກອາຊຽນໃນການພັດທະນາຕົວເມືອງໃຫ້ມີຄວາມຍືນຍົງ. ໃນນີ້, ບັນດາຜູ້ນຳອາຊຽນໄດ້ເຫັນດີໃຫ້ຖືເອົາວຽກງານການວາງແຜນການພັດທະນາຕົວເມືອງທີ່ມີຄວາມຍືນຍົງ ແລະ ມາດຕະການໃນການປົກປ້ອງສິ່ງແວດລ້ອມເປັນບູລິມະສິດສຳຄັນ ທັ້ງນີ້ກໍເນື່ອງມາຈາກຜົນກະທົບຂອງການຂະຫຍາຍຕົວເມືອງ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ກຳລັງເປັນໄພຄຸກຄາມຕໍ່ກັບການດຳລົງຊິວິດໃນແຕ່ລະຂົງເຂດ.

ນອກຈາກນີ້, ກອງປະຊຸມຍັງມີການເນັ້ນໜັກເຖິງຄວາມສຳຄັນຂອງການກະກຽມຄວາມພ້ອມໃນການຮັບມືກັບໄພພິບັດ, ການບໍລິຫານຈັດການນໍ້າ, ການປັບປຸງຄຸນນະພາບຂອງອາກາດ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ເຊີ່ງບັນດາຜູ້ນຳອາຊຽນກໍໄດ້ເຫັນດິໃຫ້ມີການນຳເອົາບັນດາເຕັກໂນໂລຊີຕ່າງໆ ໂດຍສະເພາະແມ່ນນະວັດຕະກຳສີຂຽວເຂົ້າມາຊ່ວຍເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຫັນໃຫ້ເປັນຕົວເມືອງແບບຍືນຍົງຫຼາຍຂື້ນ.

#econewslaos#aseanmayorforum

ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.