ມາຮູ້ຈັກ Precious Plastic Vientiane ກຸ່ມໄວໜຸ່ມທີ່ຢູ່ເບື້ອງຫຼັງການບໍລິຈາກໂຕະ-ຕັ່ງຮຽນເຮັດຈາກຂີ້ເຫຍື້ອປລາສຕິກ
ມາຮູ້ຈັກ Precious Plastic Vientiane ກຸ່ມໄວໜຸ່ມທີ່ຢູ່ເບື້ອງຫຼັງການບໍລິຈາກໂຕະ-ຕັ່ງຮຽນເຮັດຈາກຂີ້ເຫຍື້ອປລາສຕິກ
19 June, 2024
Share now
ໃນວັນທີ 3 ເດືອນ ມິຖຸນາ ປີ 2024 ທີ່ຜ່ານມາ ກຸ່ມອາສາສະໝັກ ພຣີຊຽດພລາສຕິກວຽງຈັນ (Precious Plastic Vientiane) ໄດ້ລົງມອບອຸປະກອນ ໂຕະ-ຕັ່ງຮຽນ ຜະລິດຈາກຂີ້ເຫຍື້ອປລາສຕິກທີ່ນຳໃຊ້ເທື່ອດຽວຈໍານວນ 500 ກິໂລກຣາມ ໂດຍການຮ່ວມມືກັບອົງກອນ ປະຕິຮູບ (Patihoub).

ໂຄງການດັ່ງກ່າວນີ້ ໄດ້ລວມມີກິດຈະກຳປຸກລະດົມຄວາມຮູ້ໃຫ້ແກ່ໄວໜຸ່ມກ່ຽວກັບປລາສຕິກ, ເປີດຮັບບໍລິຈາກຂີ້ເຫຍື້ອປລາສຕິກປະເພດ HDPE ແລະ PP, ນໍາມາປະດິດເປັນໂຕະ-ຕັ່ງຮຽນ ຈໍານວນ 15 ຊຸດ ໃຫ້ແກ່ ໂຮງຮຽນປະຖົມ ສີມຸງຄຸນ, ເມືອງນານ, ຫຼວງພະບາງ.

ທັງນີ້, ໂຄງການດັ່ງກ່າວນີ້ມີຜູ້ໃຫ້ທຶນຄື YSEALI SUMMIT 2023, UNFPA Laos, ແລະ YSEALI Enviro-Tech. ເຖິງວ່າໄລຍະການໃຫ້ທຶນໄດ້ຈົບລົງແລ້ວ ກຸ່ມໄວໜຸ່ມດັ່ງກ່າວໃຫ້ຮູ້ວ່າ ຈະມີການພະຍາຍາມສຶບຕໍ່ໂຄງການຕໍ່ໄປ. #econewslaos #plasticpollution #recycling

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.