♳ ເມັດກລິດເຕີມີສ່ວນປະກອບມາຈາກປລາສຕິກຈໍາພວກ PET (Polyester) ແບບຟີມ, ທີ່ເຄືອບດ້ວຍອາລູມີນຽມ ຫຼັງຈາກນັ້ນເຄືອບດ້ວຍປລາສຕິກອີກຊັ້ນໜຶ່ງ. ເມື່ອເຮົາໃຊ້ແຕ່ງໜ້າ ແລະ ຊໍາລະລ້າງອອກໄປແລ້ວນັ້ນ ກໍສາມາດສະສົມໃນແຫຼ່ງນໍ້າຕ່າງໆໄດ້.
🏞 ທັງນີ້, ເພິ່ນໄດ້ມີການທົດລອງຜົນກະທົບຂອງເມັດກລິດເຕີ ໂດຍການເກັບນໍ້າ, ດິນຕະກອນ ແລະ ພືດ ຈາກແມ່ນໍ້ານໍາມາທົດລອງໃນບໍ່ນໍ້າຂະໜາດນ້ອຍໃນຫ້ອງວິໄຈ, ດ້ວຍເມັດກລິດເຕີ 6 ຊະນິດທີ່ແຕກຕ່າງກັນ. ພົບວ່າກລິດເຕີທຸກປະເພດເຮັດໃຫ້ຄວາມອຸດົມສົມບູນຂອງພືດໃນບໍ່ນໍ້ານັ້ນຫຼຸດລົງ.
🔎 ໃນໜັງສືພິມ The New York Times ຍັງໄດ້ລາຍງານວ່າ ກລິດເຕີໃນເຄື່ອງສໍາອາງນັ້ນສ້າງໄມໂຄຣປລາສຕິກໄດ້ໜ້ອຍກວ່າ 1% ທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ.
ເຖິງຈະບໍ່ແມ່ນແຫຼ່ງກໍ່ມົນລະພິດຂະໜາດໃຫຍ່, ແຕ່ທ່ານຮູ້ບໍ່ວ່າໄມໂຄຣປລາສຕິກເຫຼົ່ານີ້ສາມາດປົນເປື້ອນໄດ້ທຸກຫົນແຫ່ງ ເຊິ່ງໃນປີ 2020 ພົບວ່າໄມໂຄຣປລາສຕິກສາມາດລ່ອງລອຍຢູ່ໃນອາກາດ ແລະ ຕົກລົງມາກັບຝົນໄດ້. ນອກຈາກນີ້, ຍັງໄດ້ມີການວິໄຈຈາກສະຖາບັນວິທະຍາສາດແຫ່ງຊາດຂອງອອສເຕເລຍພົບວ່າມີໄມໂຄຣປລາສຕິກປົນເປື້ອນສູງເຖິງ 9.25 – 15.87 ລ້ານໂຕນຝັງຢູ່ໃຕ້ທະເລ.
🌎 ຄວາມອັນຕະລາຍເຫຼົ່ານີ້ສາມາດປົນເປື້ອນໄປຍັງແຫຼ່ງຕ່າງໆຂອງສິ່ງແວດລ້ອມ ແລະ ຕ່ອງໂສ້ອາຫານ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ສົ່ງຜົນກະທົບທີ່ອັນຕະລາຍກັບຄືນສູ່ມະນຸດ ແລະ ສິ່ງທີ່ມີຊີວິດຕ່າງໆ. ສະນັ້ນ, ເມື່ອຈະເລືອກຊື້ ຫຼື ຊົມໃຊ້ຜະລິດຕະພັນໃດກໍຕາມເຮົາຄວນຄໍານຶງເຖິງຜົນກະທົບທີ່ຈະຕາມມາ.
#EconewsLaos#PlasticPollution#MicroPlastics
ແຫຼ່ງທີ່ມາ:
-https://www.theguardian.com/.../glitter-environment...
-https://www.bbc.com/news/science-environment-54545669