ຫາກທ່ານເປັນຜູ້ໜຶ່ງທີ່ພະຍາຍາມຫຼຸດຜ່ອນການນຳໃຊ້ ແລະ ອາດມີຖົງຢາງປລາສຕິກ ແລະ ທໍ່ດູດປລາສຕິກ ຈຳນວນໜຶ່ງທີ່ບໍ່ໄດ້ນຳໃຊ້ແລ້ວ, ທາງກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ ຕ້ອງການຖົງຢາງ ປລາສຕິກເກົ່າ ແລະ ລວມເຖິງທໍ່ດູດເກົ່າທີ່ໃຊ້ແລ້ວ, ກັບຄືນມາແປຮູບເປັນສິນຄ້າຫັດຖະກຳ, ກະເປົາ, ເຄື່ອງປະດັບຕ່າງໆ, ເພື່ອສົ່ງເສີມເສີມການສ້າງອາຊີບ ແລະ ຮັກສາສິ່ງແວດລ້ອມ ໃຫ້ແກ່ຜູ້ທີ່ມີຄວາມພິການ.
ທ່ານສາມາດບໍລິຈາກໃຫ້ກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າໄດ້ທີ່ ບ້ານສາລາຄຳ (ໃກ້ກັບເບຍລາວ) ຫຼື ທີ່ຮ້ານຫັດຖະກຳຂອງເພິ່ນໄດ້ໃນຕົວເມືອງ ຮ່ອມວັດຫໍກາງ ກົງກັນຂ້າມກັບວັດມີໄຊ.
ຕິດຕໍ່ເບີ 02055165868page: XonPhao Working Group for People Living with Disabilities
#EconewsLaos#Upcycle#PlasticCrisis