ຊຸບເປີມາເກັດໃນເມືອງວິກຕໍເຣຍ ມີການຕັ້ງກົດລະບຽບບໍ່ໃຫ້ໃຊ້ຖົງຢາງປລາສຕິກ, ເພຶ່ອເຮັດໃຫ້ບັນລຸເປົ້າໝາຍການຫຼຸດຜ່ອນຂີ້ເຫຍື້ອໃຫ້ໄດ້ 50% ພາຍໃນປີ 2040 ແລະ ປາສະຈາກສິ່ງເສດເຫຼືອໃນປີ 2050.
ອີງຕາມກົດລະບຽບບັງຄັບ Checkout bag regulation by law ທີ່ວາງອອກ ແລະ ເຄີຍປະຕິບັດໃນປີ 2018 ທີ່ຜ່ານມາ, ເພິ່ນໄດ້ນໍາມາປະກາດໃຊ້ອີກຄັ້ງໃນປະຈຸບັນ. ຮ້ານຄ້າແມ່ນມີການຢຸດຈໍາໜ່າຍຖົງປລາສຕິກໃຫ້ກັບລູກຄ້າ, ຖ້າລູກຄ້າບໍ່ໄດ້ເອົາຖົງມາເອງ ແລະ ຢາກໃຊ້ຖົງ ທາງຮ້ານຈະມີຖົງໃຫ້, ແຕ່ຈະເກັບຄ່າຖົງເຈ້ຍທີ່ຣີໄຊເຄິລໃນ ລາຄາ 25 ເຊັນ ແລະ ເກັບຢູ່ 2 ໂດລາ ສໍາລັບຖົງຜ້າທີ່ໃຊ້ຊໍ້າໄດ້ຫຼາຍ 100 ຄັ້ງ. ການປະຕິບັດແບບນີ້ ເຮັດໃຫ້ຄົນຫັນມາພົກພາຖົງໄປເອງຫຼາຍຂຶ້ນເກືອບຮ້ອຍລະ 80 ນັ້ນເປັນເພາະນິໄສຂອງຄົນທີ່ບໍ່ມັກເສຍຄ່າໃຊ້ຈ່າຍຕື່ມນັ້ນເອງ ແລະ ຄົນສ່ວນຫຼາຍຍັງຮູ້ສຶກຂີ້ຄ້ານທີ່ຈະຂໍຖົງຈາກພະນັກງານ, ອີກທັງຍັງມີອິດທະພົນຈາກຄົນສ່ວນໃຫຍ່ທີ່ບໍ່ໃຊ້ປລາສຕິກ ຈຶ່ງເຮັດໃຫ້ຄົນບໍ່ຢາກຮູ້ສຶກແປກໝູ່ ແລະ ນໍາຖົງມາໃຊ້ເອງຫຼາຍຂຶ້ນ. ຕ່າງຈາກຮ້ານທີ່ເອົາຖົງມາເອງແມ່ນໄດ້ຮັບຄະແນນສະສົມ ແຕ່ກໍຍັງມີການນໍາໃຊ້ຖົງຢາງປລາສຕິກຫຼາຍຢູ່ເຊັ່ນເຄີຍ ແລະ ບໍ່ສາມາດຈູງໃຈໃຫ້ລູກຄ້າຢຸດນໍາໃຊ້ປລາສຕິກໄດ້ດີເທົ່າທີ່ຄວນ.
ຜົນດີຈາກການປະຕິບັດໃນຄັ້ງນີ້ເປັນການຈູງໃຈໃຫ້ຫັນມາພົກພາຖົງແບບໃຊ້ຊໍ້າເພື່ອສະໜັບສະໜູນເສດຖະກິດທ້ອງຖິ່ນ, ອີກທັງໃນເມືອງນັ້ນຍັງສາມາດປະຕິບັດຂໍ້ບັງຄັບໄດ້ດີ ແລະ ຈະມຸ່ງເນັນການສະໜັບສະໜູນທຸລະກິດດ້ວຍການສຶກສາ ແລະ ຄວບຮັບຮູ້ທົ່ວໄປ ເພື່ອສ້າງຄວາມໝັ້ນໃຈວ່າຈະສາມາດປະຕິບັດແບບສໍາເລັດໄດ້ຢ່າງຕໍ່ເນື່ອງ.
#EconewsLaos #PlasticPollution #MicroPlastics
ແຫຼ່ງຂໍ້ມູນຈາກ: - https://www.victoria.ca/.../plastic-bag-bylaw-comes-into... - https://www.facebook.com/1740834262895473/posts/2087435791568650/