ຄາດວ່າມີຍົນສ່ວນໂຕປະມານ 400 ລໍາ ໄດ້ບິນໄປລົງທີ່ ສະກັອດແລນໃນທ້າຍອາທິດທີ່ຜ່ານມາ. ບໍ່ວ່າຈະເປັນ ເຈຟ ເບໂຊສ໌ ຜູ້ກໍ່ຕັ້ງ ອາເມຊອນ, ເຈົ້າຊາຍ ຊາລສ໌, ນາຍົກລັດຖະມົນຕີ ອັງກິດ ບໍຣິສ ຈອນສັນ, ແລະ ປະທານປະເທດສະຫະລັດອາເມລິກາ ໂຈ ໄບເດັນ ເປັນຕົ້ນ. ຜູ້ນໍາເຫຼົ່ານີ້ຖືກຕັ້ງຄໍາຖາມວ່າມາຮ່ວມກອງປະຊຸມເພື່ອເຈລະຈາຫຼຸດຜ່ອນກາກບອນ, ແຕ່ກັບປ່ອຍກາກບອນຫຼາຍຢ່າງບໍ່ຈຳເປັນ. ຄັ້ງນີ້, ຄາດວ່າຈະມີການປ່ອຍກາກບອນໄດອັອກໄຊ ເຖິງ 13,000 ໂຕນຂຶ້ນສູ່ຊັ້ນບັນຍາກາດ. #ClimateChange #COP26 #NetZero #EconewsLaos ທີ່ມາ ແລະ ເຄຣດິດຮູບ: https://nypost.com/.../world-leaders-slammed-for.../...