ບ້ານ ຫັດສະດີ ເປັນບ້ານໂຕແບບພາຍໃຕ້ໂຄງການການຈັດການສິ່ງເສດເຫຼືອຊຸມຊົນພາຍໃຕ້ການຊ່ວຍເຫຼືອຂອງອົງການ ສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ. ລາວ. ພາຍໃຕ້ໂຄງການດັ່ງກ່າວ, ນອກຈາກຈະມີການແຍກປະເພດສິ່ງເສດເຫຼືອທີ່ສາມາດນໍາໄປຜະລິດໃໝ່ໄດ້ ເຊັ່ນ ຕຸກນໍ້າ, ກະປ໋ອງ ແລະ ແກັດ, ຊາວບ້ານຍັງມີການແຍກຂີ້ເຫຍື້ອປະເພດຄົວເຮືອນ ທີ່ສາມາດຍ່ອຍສະຫຼາຍໄດ້ ໂດຍຜ່ານເຄື່ອງມື Home Biogas.
ຜ່ານການບົ່ມຂີ້ເຫຍື້ອປະເພດຍ່ອຍສະຫຼາຍໄດ້ນີ້, ທາງບ້ານໄດ້ມີການຜະລິດນໍ້າປຸ໋ຍອິນຊີເພື່ອໃຊ້ໃນບ້ານ ແລະ ໃນຄົວເຮືອນຂອງຊາວບ້ານເປັນຈຳນວນຫຼາຍ. ຜ່ານການທົດລອງໃຊ້ເຫັນວ່າມັນເຮັດໃຫ້ພືດງອກງາມ ແລະ ມີໝາກທີ່ດົກຂຶ້ນ.
ທັງນີ້, ທາງບ້ານມີແຜນທີ່ຈະຈຳໜ່າຍເພື່ອເປັນຜະລິດຕະພັນຂອງບ້ານ. ແຕ່ປະຈຸບັນນີ້ຈະແຈກຈ່າຍໃຫ້ບຸກຄົນທົ່ວໄປໃຊ້ກ່ອນ ແບບບໍ່ເສຍຄ່າ. ຖ້າທ່ານສົນໃຈຢາກລອງນຳໃຊ້ສາມາດເຂົ້າໄປພົວພັນເອົາໄດ້ເລີຍ ທີ່ ຫ້ອງການບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ທັງນີ້, ເພິ່ນມີຈຳກັດພຽງ 100 ລິດ ເທົ່ານັ້ນ.
ແຜນທີ່: https://goo.gl/maps/9eLzEHnBLkjq4J5h9
#econewslaos#Wastemanagement