ການສຶກສານີ້ບໍ່ພຽງແຕ່ສະແດງໃຫ້ເຫັນວ່າ ການຄາຍນ້ຳຈາກໃບໄມ້ສາມາດນຳມາໃຊ້ ໃນການຜະລິດກະແສໄຟຟ້າຈາກພະລັງງານນ້ຳໄດ້. ແຕ່ມັນຍັງສະໜອງ ທັດສະນະໃຫມ່ກ່ຽວກັບການພັດທະນາເຕັກໂນໂລຊີພະລັງງານສີຂຽວອີກດ້ວຍ. ແນວໃດກໍຕາມ, ເຄື່ອງຈັກການຜະລິດໃນປະຈຸບັນຈໍາເປັນຕ້ອງໄດ້ຕິດຕັ້ງໃກ້ກັບແຫຼ່ງນໍ້າເຊັ່ນ: ແມ່ນໍ້າ ຫຼື ເຂື່ອນເທົ່ານັ້ນ ເຊິ່ງໄດ້ກໍ່ໃຫ້ເກີດຂໍ້ຈຳກັດທາງພູມິສາດ. ນັກຄົ້ນຄວ້າໄດ້ເຫັນຜົນປະໂຫຍດຂອງ "ການຄາຍນ້ຳຕາມທໍາມະຊາດຂອງໃບໄມ້" ເຊິ່ງຍັງບໍ່ມີໃຜນຳມາໃຊ້ປະໂຫຍດຫຼາຍເທື່ອ. ດັ່ງນັ້ນ, ນັກຄົ້ນຄວ້າຈຶ່ງໄດ້ພັດທະນາອຸປະກອນເຄື່ອງຈັກຄາຍນ້ຳຈາກໃບບົວ ຫຼື LTG ເພື່ອນໍານໍ້າທີ່ເກີດຈາກການຄາຍນ້ຳຈາກໃບບົວມາຜະລິດໄຟຟ້າທີ່ໃຊ້ໄດ້ຈິງ.
ການຄາຍນ້ຳແມ່ນການແຜ່ກະຈາຍຂອງນໍ້າຈາກໃບຂອງພືດໂດຍຜ່ານທາງປາກໃບ, ລໍາຕົ້ນ ແລະ ດອກ. ໂດຍທົ່ວໄປແລ້ວທາງປາກໃບຈະປິດໃນຕອນກາງຄືນ ແລະ ເປີດໃນເວລາກາງເວັນ. ນັກຄົ້ນຄວ້າປະເມີນວ່າຖ້າຫາກນຳນ້ຳຈາກການຄາຍນ້ຳຂອງພືດໃນທົ່ວໂລກມາຜະລິດກະແສໄຟຟ້າ ຈະສາມາດຜະລິດກະແສໄຟຟ້າໄດ້ເຖິງ 67.5 ເທລະວັດ-ຊົ່ວໂມງ(TWh) ຕໍ່ປີ.
ທ່ານ ຫູ ສີຊາງ ສາສະດາຈານຢູ່ມະຫາວິທະຍາໄລກະສິກຳ ແລະ ປ່າໄມ້ຝູຈ້ຽນ. ຜູ້ທີ່ຂຽນບົດວິໄຈກ່າວວ່າ: ການຜະລິດພະລັງງານຈາກການຄາຍນ້ຳຂອງໃບໄມ້ສາມາດກາຍເປັນເຕັກໂນໂລຊີທີ່ມີການນຳໃຊ້ຢ່າງກວ້າງຂວາງ ແລະ ສ້າງລາຍຮັບໃຫ້ຜູ້ຜະລິດໄດ້. ເນື່ອງຈາກວ່າມັນມີຂໍ້ດີຫຼາຍເຊັ່ນ: ຄວາມຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ຕົ້ນທຶນຕ່ຳ.
ເຖິງແມ່ນວ່າເຄື່ອງຈັກ LTG ແລະ ຄວາມເຂົ້າໃຈກ່ຽວກັບກົນໄກຕ່າງໆຈະຢູ່ໃນຊ່ວງເລີ່ມຕົ້ນ, ແຕ່ທ່ານ ຫູ ສີຊາງ ກ່າວວ່າ ທີມງານຈະຄົ້ນຫາວິທີການເພື່ອພັດທະນາເຕັກໂນໂລຊີນີ້ ແລະ ລວມທັງການປັບປຸງລະບົບການເຊື່ອມຕໍ່ຕ່າງໆ. ເພື່ອສະແດງໃຫ້ເຫັນເຖິງຄວາມເປັນສາກົນຂອງອຸປະກອນ ບໍ່ພຽງແຕ່ໃຊ້ໃບບົວ ພວກເຂົາຍັງໃຊ້ພືດຫຼາຍຊະນິດ ແລະ ພົບວ່າພືດທັງໝົດມີຄວາມສາມາດໃນການຂັບເຂື່ອນການຜະລິດໄຟຟ້າ. ນີ້ສະແດງໃຫ້ເຫັນວ່າການຜະລິດໄຟຟ້າຈາກການຄາຍນ້ຳຂອງພືດໃນທໍາມະຊາດ ສາມາດນໍາມາໃຊ້ໄດ້ໃນພາກປະຕິບັດຕົວຈິງ.
#econewslaos
ແຫຼ່ງຂໍ້ມູນອ້າງອີງ: