ໃນສະຫະລັດອາເມຣິກາພົບວ່າຈອກກາເຟທີ່ຍ່ອຍສະຫຼາຍບໍ່ໄດ້ຖືກໃຊ້ໃນແຕ່ລະປີເຖິງ 120 ຕື້ໜ່ວຍ.
ປະເທດເຢຍລະມັນ ກໍເປັນໜຶ່ງໃນປະເທດທີ່ບໍລິໂພກກາເຟຫຼາຍທີ່ສຸດໃນເອີຮົບ ແລະ ກາກກາເຟເຫຼົ່ານັ້ນກໍກາຍເປັນສິ່ງເສດເຫຼືອ. ມັນຈຶ່ງເປັນແຮງບັນດານໃຈໃຫ້ກັບບໍລິສັດ Kaffeform ໃນເມືອງ ເບີລິນ, ປະເທດ ເຢຍລະມັນ ຜະລິດຈອກກາເຟທີ່ເຮັດມາຈາກກາກກາເຟ, ສາມາດຍ່ອຍສະຫຼາຍໄດ້ 100%, ນໍາມາໃຊ້ຊໍ້າໄດ້ຫຼາຍຄັ້ງ ແລະ ເປັນມິດກັບສິ່ງແວດລ້ອມ ແລະ ເຮັດໃຫ້ສິ່ງເສດເຫຼືອຖືກກັບມານໍາໃຊ້ໄດ້ຫຼາຍຂຶ້ນ.
ເຊິ່ງໃນປະຈຸບັນຈອກຈາກກາກກາເຟນີ້ ແມ່ນໄດ້ຖືກນໍາໃຊ້ໃນຮ້ານກາເຟ 20 ຮ້ານໃນເມືອງ ເບີລິນ ແລະ ວາງຂາຍຍ່ອຍທົ່ວເອີຮົບຫຼາຍເຖິງ 150 ແຫ່ງ.
ເຂົ້າເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: https://www.kaffeeform.com/en/
ແຫຼ່ງອ້າງອີງ: https://www.insider.com/berlin-based-kaffeeform-makes-cups-from-recycled-coffee-grounds-2019-6?fbclid=IwAR0dtkSYbFjX71vHJgI53SjWHqYdQiFTKPwBf_5cRka9Xb3syhqrWe41Aeg