ອີໂຄເຊຍ ຖືກສ້າງຕັ້ງຂື້ນໃນວັນທີ 7 ເມສາ 2009 ທີ່ ເບີລີນ, ເມືອງຫຼວງຂອງປະເທດເຢຍລະມັນ, ໂດຍຜູ້ສ້າງຕັ້ງແມ່ນ ຄຣິສຕຽນ ໂຄຣ (Christiane Kroll). ອົງກອນດຳເນີນງານດ້ວຍແນວຄິດການມີສ່ວນຮ່ວມແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ຈົນມາຮອດປັດຈຸປັນ, ອີໂຄເຊຍໄດ້ກາຍເປັນອົງກອນທີ່ເປັນກາງທາງກາບອນ (CO2 Neutral). ເນື່ອງມາຈາກປີ 2018 ພວກເຂົາໄດ້ສ້າງໂຮງໄຟຟ້າພະລັງງານແສງອາທິດເພື່ອສະໜອງພະລັງງານທີ່ຕ້ອງໃຊ້ໃຫ້ເຊີບເວີຂອງພວກເຂົາ. ພະລັງງານທົດແທນນີ້ມີຫຼາຍກວ່າທີ່ພວກເຂົາຕ້ອງການໃນອົງກອນເຖິງ 2 ເທົ່າ ແລະ ໃນອີກບໍ່ດົນນີ້ ພວກເຂົາກໍຈະບັນລຸເປົ້າໝາຍການປູກຕົ້ນໄມ້ໃຫ້ໄດ້ 150 ລ້ານຕົ້ນ. ແລ້ວທ່ານສົງໄສບໍຕົ້ນໄມ້ຈໍານວນຫຼາຍຂະໜາດນີ້ພວກເຂົາໄປປູກຢູ່ໃສກັນແທ້? ດ້ວຍຈໍານວນຜູ້ເຂົ້າໃຊ້ຫຼາຍກວ່າ 150 ລ້ານຄົນ ແລະ ເຮັດໃຫ້ທຸກໆ 1.3 ວິນາທີແມ່ນໄດ້ຮັບທຶນສຳລັບປູກຕົ້ນໄມ້ 1 ຕົ້ນ, ຈຳນວນຕົ້ນໄມ້ກໍເພີ່ມສູງຂື້ນເລື້ອຍໆ. ເພື່ອຄວາມວ່ອງໄວ ແລະ ຄວາມສະດວກ ພວກເຂົາແບ່ງປັນເງິນຈໍານວນໜຶ່ງຕາມຄວາມເໝາະສົມສຳລັບປູກຕົ້ນໄມ້ ໃຫ້ແກ່ອົງກອນທີ່ບໍ່ສະແຫວງຫາຜົນກຳໄລຫຼາຍກວ່າ 30 ປະເທດເພື່ອຟື້ນຟູຄວາມເສຍຫາຍ ແລະ ປັບໃຫ້ທຳມະຊາດສົມດູນເພື່ອໃຫ້ຄົນຮຸ່ນຕໍ່ໄປ. ຂໍ້ມູນສ່ວນຕົວຂອງຜູ້ຊົມໃຊ້ເດຈະປອດໄພບໍ? ພວກເຂົາໄດ້ຊີ້ແຈງຊັດເຈນວ່າ, ຂໍ້ມູນທີ່ໄດ້ຮັບພວກເຂົາຈະນຳໄປພັດທະນາການບໍລິການພຽງເທົ່ານັ້ນ, ຈຶ່ງສາມາດໄວ້ໃຈໄດ້ວ່າພວກເຂົາຈະບໍ່ຂາຍຂໍ້ມູນສ່ວນຕົວໃຫ້ແຕ່ບໍລິສັດໂຄສະນາ, ເພາະອີໂຄເຊຍ ຖືຄະຕິທີ່ວ່າ: “ພວກເຮົາສົນໃຈໃນການປູກຕົ້ນໄມ້, ບໍ່ແມ່ນຂໍ້ມູນສ່ວນຕົວຂອງທ່ານ”. ທຸກຄົນສາມາດເຂົ້າໄປເບິ່ງລາຍລະອຽດຂອງອີໂຄເຊຍໄດ້ວ່າ ເງິນຜົນກໍາໄລທີ່ໄດ້ແມ່ນເອົາໄປໃສ? ໂຄງການທີ່ກຳລັງດຳເນີນມີຄືແນວໃດ? ສິ່ງເຫຼົ່ານີ້ສາມາດເຮັດໃຫ້ຜູ້ເຂົ້າໃຊ້ບໍລິການຮັບຮູ້ເຖິງຄວາມໂປ່ງໃສຂອງ ອີໂຄເຊຍ. ທ່ານເດ ປ່ຽນມາໃຊ້ ອີໂຄເຊຍ ເພື່ອມີສ່ວນຮ່ວມໃນການປູກຕົ້ນໄມ້ແລ້ວບໍ? ແຫຼ່ງຂໍ້ມູນ: https://www.ecosia.org/ https://www.dailygizmo.tv/2020/01/28/ecosia-search-engine/ ຕິດຕາມອີໂຄເຊຍໄດ້ທີ່: https://www.facebook.com/ecosia