ແນວຄວາມຄິດໃນການອອກແບບ “ເມືອງຟອງນໍ້າ” ເພື່ອຮັບຮອງນໍ້າຖ້ວມຈາກບັນຫາການປ່ຽນແປງດິນຟ້າອາກາດ
ແນວຄວາມຄິດໃນການອອກແບບ “ເມືອງຟອງນໍ້າ” ເພື່ອຮັບຮອງນໍ້າຖ້ວມຈາກບັນຫາການປ່ຽນແປງດິນຟ້າອາກາດ
20 November, 2021
Share now
✏️ Kongjian Yu ນັກອອກແບບຊຸມຊົນເມືອງຂອງຈີນ ແລະ ເປັນຄະນະບໍດີ ຄະນະສະຖາປັດຕະຍະກໍາທີ່ມີຊື່ສຽງຂອງມະຫາວິທະຍາໄລປັກກິ່ງເປັນນັກອອກແບບທີ່ຢູ່ເບື້ອງຫຼັງແນວຄວາມຄິດໃນການຈັດການນໍ້າຖ້ວມທີ່ນໍາໄປໃຊ້ໃນຫຼາຍຕົວເມືອງໃຫຍ່ຂອງປະເທດຈີນ.

🏙 ການປ່ຽນແປງເມືອງໃຫ້ກາຍເປັນ “ເມືອງຟອງນໍ້າ” ຈະຊ່ວຍໃຫ້ສາມາດຮັບມືກັບສະຖານະການນໍ້າຖ້ວມທີ່ຮຸນແຮງທີ່ມີຄວາມເຊື່ອມໂຍງໂດຍກັງກັບບັນຫາການປ່ຽນແປງຂອງດິນຟ້າອາກາດທີ່ທົ່ວໂລກກໍາລັງປະເຊີນຢູ່.

ໂດຍປົກກະຕິແລ້ວ ການຈັດການນໍ້າໃນຕົວເມືອງສ່ວນໃຫຍ່ແມ່ນການສ້າງລະບົບທໍ່ລະບາຍນໍ້າທີ່ໃຫຍ່ເພື່ອໃຫ້ສາມາດຖ່າຍເທນໍ້າໄດ້ໄວ ຫຼື ສ້າງຄູກັ້ນນໍ້າລຽບຕາມຝັ່ງແມ່ນໍ້າເພື່ອປ້ອງກັນການລົ້ນຂອງແມ່ນໍ້າເຂົ້າສູ່ຕົວເມືອງ. ແຕ່ແນວຄວາມຄິດຂອງ “ເມືອງຟອງນໍ້າ” ຈະກົງກັນຂ້າມ ແລະ ແຕກຕ່າງອອກໄປໂດຍໄດ້ມີການແບ່ງຂະບວນການອອກແບບເປັນ 3 ຂັ້ນຕອນດ້ວຍກັນຄື:

💧ສ້າງບໍ່ກັກເກັບນໍ້າຫຼາຍຈຸດເພື່ອໃຫ້ບໍລິເວນຕົ້ນນໍ້າເໝືອນກັບວ່າມີຟອງນໍ້າທີ່ສາມາດດູດຊັບນໍ້າເອົາໄວ້ໄດ້.

💧 ສ້າງຄອງຫຼື ຮ່ອງລະບາຍນໍ້າທີ່ຄົດລ້ຽວແທນ ການສ້າງຮ່ອງລະບາຍນໍ້າແບບເສັ້ນຊື່ ທີ່ມີການລະບາຍນໍ້າແບບໄວ ແລະ ກະແສນໍ້າທີ່ຮຸນແຮງ, ປູກຕົ້ນໄມ້ຕາມແຄມຝັ່ງຂອງແມ່ນໍ້າສາຍຕ່າງໆ ເພື່ອຫຼຸດການກັດເຊາະ ແລະ ຊະລໍການໄຫຼຂອງນໍ້າຝົນ. ຜົນທີ່ຈະໄດ້ຕາມມາກໍ່ຄື ການມີພື້ນທີ່ສີຂຽວ, ສວນສາທາລະນະ ແລະ ທີ່ຢູ່ອາໄສຂອງສັດເພີ່ມຂື້ນ.

💧 ເອົາມວນນໍ້າທັງໝົດໄປປ່ອຍລົງປາຍທາງ ເຊິ່ງອາດຈະເປັນແມ່ນໍ້າ, ບຶງໃຫຍ່ ທີ່ເປັນພື້ນທີ່ຮອງຮັບນໍ້າຝົນ ແລະ ບ່ອນບໍບັດນໍ້າທໍາມະຊາດ. ໃຫ້ສ້າງມາດຕະການປ້ອງກັນພື້ນທີ່ເຫຼົ່ານີ້ໄວ້ ບໍ່ໃຫ້ມີການປຸກສ້າງອາຄານໃນບໍ່ລິເວນດັ່ງກ່າວ.

🏙 ແນວຄວາມຄິດ “ເມືອງຟອງນໍ້າ” ມີຄວາມໂດດເດັ່ນທີ່ວ່າໃຊ້ຂະບວນການຕາມທໍາມະຊາດເປັນຕົວແກ້ໄຂບັນຫາຂອງສະພາບແວດລ້ອມພາຍໃນເມືອງນັ້ນໆ. ຫາກເຮົານໍາໃຊ້ແນວຄວາມຄິດນີ້ຢ່າງຖືກຕ້ອງຈະໃຊ້ງົບປະມານໃນການສ້າງພຽງແຕ່ 1 ໃນ 4 ຂອງເງິນທີ່ໃຊ້ໄປກັບວິທີການຮັບມືກັບບັນຫານໍ້າຖ້ວມ. ການປຸກສ້າງອາຄານໃນທີ່ສູງ ແລະ ກັນພື້ນທີ່ລຽບແຄມນໍ້າໄວ້ເພື່ອໃຫ້ນໍ້າຖ້ວມ ໃຊ້ຕົ້ນທຶນກໍ່ສ້າງທີ່ຕໍ່າກວ່າການໄປສ້າງລະບົບທໍ່ ແລະ ຖັງກັກເກັບນໍ້າຝົນໃນຕົວເມືອງ.

ເຮົາຕ້ອງໄດ້ປ່ຽນວິທີການດໍາລົງຊີວິດໃຫ້ເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດ ດ້ວຍວິທີການທາງທໍາມະຊາດ ແລະ ຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງຂອງຕົວເມືອງແບບຍືນຍົງ.

 

#EconewsLaos#ClimateChange#NetZero#AirPollution

ອ້າງອີງ:https://www.bbc.com/thai/international-59253576

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.