ປະເທດທີ່ຍັງມີການພັດທະນາດ້ານເສດຖະກິດທີ່ບໍ່ກ້າວໜ້າ ຈະຍັງມີການດຳລົງຊີວິດທີ່ເອື່ອຍອີງທໍາມະຊາດເປັນຫຼັກ. ທັງນີ້, ການປ່ຽນແປງຂອງສະພາບດິນຟ້າອາກາດ ຈະເຮັດໃຫ້ເກີດມີວິກິດຕ່າງໆທີ່ອາດສົ່ງຜົນກະທົບເຊັ່ນ ໄພແຫ້ງແລ້ງ, ນໍ້າຖ້ວມ, ແລະ ພະຍຸທີ່ຈະລົບກວນການເຮັດກະສິກໍາ, ທໍາລາຍບ້ານເຮືອນ ແລະ ຍົກຍ້າຍປະຊາຊົນໄປບ່ອນອື່ນເລື້ອຍໆ. ຊຸມຊົນທີ່ທຸກຍາກມັກຈະຂາດແຄນຊັບພະຍາກອນໃນການກໍ່ສ້າງ ຫຼື ຍົກຍ້າຍຈັດສັນຫຼັງຈາກໄພພິບັດ. ການປ່ຽນແປງທາງດ້ານດິນຟ້າອາກາດສາມາດເຮັດໃຫ້ເກີດໄພແຫ້ງແລ້ງ ແລະ ການມີນ້ໍາຫຼຸດລົງ ເຮັດໃຫ້ຍາກທີ່ຈະປູກພືດ, ເຂົ້າເຖິງນ້ໍາສະອາດ, ແລະ ສຸຂາພິບານ.
ນອກຈາກນີ້, ການປ່ຽນແປງຂອງດິນຟ້າອາກາດສາມາດເຮັດໃຫ້ການແຜ່ລະບາດຂອງພະຍາດຮ້າຍແຮງຂຶ້ນ ເຊັ່ນ ພະຍາດມາເລເລຍ ແລະ ໄຂ້ເລືອດອອກ, ໂດຍຍຸງຈະແຜ່ຂະຫຍາຍໄດ້ດີກວ່າຢູ່ໃນອຸນຫະພູມທີ່ອົບອຸ່ນຂຶ້ນ. ທັງນີ້, ຊຸມຊົນທີ່ທຸກຍາກມັກຈະມີການເຂົ້າເຖິງການດູແລສຸຂະພາບທີ່ຈໍາກັດ, ເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ພະຍາດເຫຼົ່ານີ້.
ໃນທາງການພັດທະນາແບບມະຫາພາກ ນອກຈາກຈະເປັນອຸປະສັກກັບການພັດທະນາເສດຖະກິດຂອງປະເທດແລ້ວ, ປະເທດທີ່ທຸກຍາກມັກຈະມີເງິນລົງທຶນ ເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໜ້ອຍລົງ, ເຊັ່ນ: ການສ້າງນະວັດຕະກຳທີ່ທັນສະໄໝມາຮັບມື ຕົວຢ່າງ ກຳແພງທະເລ ຫຼື ການພັດທະນາພືດທີ່ທົນທານຕໍ່ໄພແຫ້ງແລ້ງ ເປັນຕົ້ນ.
ບໍ່ພຽງແຕ່ເທົ່ານັ້ນ, ໃນປະເທດທີ່ມີຜູ້ໄຮ້ທີ່ຢູ່ອາໄສ ພວກເຂົາເຫຼົ່ານັ້ນຈະໄດ້ຮັບຄວາມສ່ຽງຫຼາຍຂຶ້ນຈາກການໄດ້ຮັບພະຍາດທີ່ມາກັບຄວາມຮ້ອນ ຫຼື ເສຍຊີວິດຈາກຄວາມຮ້ອນທີ່ສູງເກີນຂີດຈຳກັດຂອງຮ່າງກາຍ. ໃນປີ 2018 ລັດອາຣິໂຊນາຂອງສະຫະລັດອາເມຣິກາລາຍງານວ່າມີຜູ້ເສຍຊີວິດຈາກຄວາມຮ້ອນເຖິງ 42 ຄົນ ແລະ ຄາດວ່າຈະເປັນບັນຫາໃຫຍ່ຂຶ້ນ ເມື່ອໂລກມີອຸນຫະພຸມເພີ່ມຂຶ້ນໃນທຸກໆປີ.
ແຫຼ່ງຂໍ້ມູນອ້າງອີງ:
https://www.worldvision.org.uk/our-work/climate-change/- https://www.oecd.org/climate-change/
#econewslaos #climatecrisis #ClimateAction #climatechangeisreal