ແຈ້ງເຕືອນ ພາຍຸແມ່ເຫຼັກ ເຄື່ອນທີ່ເຂົ້າສູ່ໂລກຄາດວ່າຈະມີລະດັບຮຸນແຮງ
ແຈ້ງເຕືອນ ພາຍຸແມ່ເຫຼັກ ເຄື່ອນທີ່ເຂົ້າສູ່ໂລກຄາດວ່າຈະມີລະດັບຮຸນແຮງ
11 October, 2024
Share now
ທາງອົງການບໍລິຫານມະຫາສະໝຸດ ແລະ ບັນຍາກາດແຫ່ງຊາດ (National Oceanic and Atmospheric Administration ຫຼື NOAA) ຂອງສະຫະລັດອາເມຣິກາ ໄດ້ລາຍງານວ່າ ດວງອາທິດໄດ້ມີການປ່ອຍຄໍໂຣແນລ (Coronal Mass Ejection) ເມື່ອຕອນແລງຂອງວັນທີ 8 ເດືອນຕຸລາ ທີ່ຜ່ານມາ ແລະ ຄາດວ່າຈະເກີດເປັນພາຍຸແມ່ເຫຼັກທີ່ມີລະດັບຄວາມຮຸນແຮງຂັ້ນ G4 ເມື່ອເດີນທາງມາເຖິງໂລກໃນຊ່ວງວັນທີ 10 ຕຸລາ ຕາມເຂດເວລາຕາເວັນອອກ (ວັນທີ 11 ຕຸລາ ຕາມເວລາປະເທດລາວ)

ໂດຍທົ່ວໄປແລ້ວ, ເມື່ອດວງອາທິດໄດ້ມີການປ່ອຍຄໍໂຣແນລອອກມາ ຈະກໍ່ໃຫ້ເກີດເປັນອະນຸພາກທີ່ບັນຈຸໄຟຟ້າຂະໜາດໃຫຍ່ ແລະ ເມື່ອກຸ່ມອະນຸພາກເຫຼົ່ານັ້ນເຄື່ອນທີ່ອອກຈາກດວງອາທິດ ມາສູ່ດາວເຄາະຕ່າງໆ ໂດຍສະເພາະແມ່ນ ໂລກ ກໍຈະພາໃຫ້ເກີດເປັນພາຍຸແມ່ເຫຼັກ ເນື່ອງຈາກ ບັນດາອະນຸພາກດັ່ງກ່າວໄດ້ປະທະກັບສະໜາມແມ່ເຫຼັກໂລກທີ່ຕ່າງກໍມີພະລັງງານຂະໜາດໃຫຍ່. ເມື່ອອະນຸພາກທີ່ອອກມາຈາກດວງອາທິດນັ້ນມີຈຳນວນຫຼາຍ, ລະດັບຄວາມຮຸນແຮງທີ່ເກີດຂື້ນໃນສະໜາມແມ່ເຫຼັກນັ້ນກໍຍີ່ງມີສູງ ເຊີ່ງໄດ້ສົ່ງຜົນກະທົບຕໍ່ເຕັກໂນໂລຊີຕ່າງໆໃນອາວະກາດ ລວມເຖິງມະນຸດໃນໂລກເຊັ່ນດຽວກັນ.

ອີງຕາມການກຳນົດລະດັບຄວາມຮຸນແຮງຂອງພູມອາກາດນອກໂລກຂອງທາງ NOAA ໄດ້ສະຫຼຸບໄວ້ວ່າຜົນກະທົບຂອງການປ່ຽນແປງອາກາດນອກໂລກຕໍ່ກັບໂລກມະນຸດ ມີຢູ່ 5 ລະດັບ ເຊີ່ງລະດັບທີ່ແຮງທີ່ສຸດແມ່ນ G5 ທີ່ບັນດາລະບົບຄວບຄຸມແຮງດັນໄຟຟ້າ, ສາຍສົ່ງໄຟຟ້າ ຫຼົ່ມ ຫຼື ດັບຖາວອນ, ໝໍ້ແປງໄຟເກີດຄວາມເສຍຫາຍ, ມີບັນຫາການຄວບຄຸມທິດທາງ ແລະ ການສື່ສານຂອງຍານອາວະກາດ. ຕາມມາດ້ວຍລະດັບ G4 ທີ່ລະບົບຄວບຄຸມແຮງດັນໄຟຟ້າເກີດຄວາມເສຍຫາຍເປັນວົງກວ້າງ, ເກີດກະແສໄຟຟ້າໃນທໍ່ສົ່ງນໍ້າ, ເກີດມີແສງເໜືອ ແສງໃຕ້ ແລະ ການກະຈາຍສັນຍານຄວາມຖີ່ສູງອາດຈະຂັດຂ້ອງເປັນໄລຍະ ເຊີ່ງຄວາມຮຸນແຮງລະດັບ G4 ຖືກຄາດຄະເນວ່າຈະເກີດຂຶ້ນໃນເຫດການຄັ້ງນີ້.

ເຖິງແມ່ນວ່າການເກີດພາຍຸແມ່ເຫຼັກອາດຈະບໍ່ໄດ້ສ້າງຄວາມເສຍຫາຍໂດຍກົງຕໍ່ກັບຊິວິດຂອງມະນຸດ, ແຕ່ກໍໄດ້ສົ່ງຜົນກະທົບຕໍ່ບັນດາພື້ນຖານໂຄງລ່າງທີ່ຈຳເປັນເຊັ່ນ: ລະບົບໄຟຟ້າຕ່າງໆ ອາດຈະມີການຢຸດສະງັກ ເຊີ່ງເປັນຜົນກະທົບທາງອ້ອມຕໍ່ກັບການດຳລົງຊິວິດຂອງມະນຸດ.

#econewslaos#coronalmassejection

ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.