ຕາດໄກ້ ເປີດໂພມສະບູ ສັງສັນ ສັງຄົມຖາມກ່ຽວກັບຜົນກະທົບທາງສິ່ງແວດລ້ອມ ແລະ ການບໍາບັດ
ຕາດໄກ້ ເປີດໂພມສະບູ ສັງສັນ ສັງຄົມຖາມກ່ຽວກັບຜົນກະທົບທາງສິ່ງແວດລ້ອມ ແລະ ການບໍາບັດ
30 April, 2024
Share now
ຮູບການຫຼິ້ນນໍ້າໃນສະຖານທີ່ທໍາມະຊາດຕາດໄກ້ ເມືອງຄຳເກີດ ໄດ້ສະແດງໃຫ້ເຫັນການປ່ອຍໂຟມສະບູລົງໃສ່ແຫຼ່ງນໍ້າໂດຍກົງ ຖືກໂພສລົງເທິງໜ້າເຟສບຸກຂອງບຸກຄົນທີ່ຄາດວ່າເປັນເຈົ້າຂອງກິດຈະການຮ້ານອາຫານ ໃນວັນທີ 27 ເມສາ ທີ່ຜ່ານມາ ເຮັດໃຫ້ມີປະຊາຊົນຜູ້ນຳໃຊ້ເຟສບຸກເຂົ້າໄປຕັ້ງຄໍາຖາມເຖິງຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ວິທີການບຳບັດນໍ້າຂອງແຫຼ່ງທ່ອງທ່ຽວດັ່ງກ່າວ.

ດ້ວຍເຫດນີ້, ເຟສບຸກຂອງເຈົ້າຂອງກິດຈະການດັ່ງກ່າວໄດ້ອອກມາຊີ້ແຈງວ່າ "...ໄດ້ສຶກສາສອບຖາມທາງຜູ້ຈຳໜ່າຍໂຟມມາແລ້ວ ຈຶ່ງຊື້ມາເປີດໃຫ້ຄົນມາໄດ້ຫຼີ້ນຟຣີ. ຜ່ານມາເປີດໂຟມມາໄດ້ 2 ອາທິດກວ່າແລ້ວ ແຕ່ກ່ອນປີໃໝ່ລາວທີ່ຜ່ານມາ ຍັງບໍ່ທັນມີຜົນກະທົບຫຍັງເກີດຂື້ນຕໍ່ສີ່ງແວດລ້ອມ ເຊັ່ນ: ປາໃນນ້ຳກະບໍ່ໄດ້ຕາຍ, ຄົນທີ່ມາຫຼີ້ນກະບໍ່ໄດ້ແພ້, ບໍ່ມີອາການຫຍັງຄືພວກທ່ານເວົ້າ...". ນອກຈາກນີ້, ເພິ່ນຍັງໃຫ້ຮູ້ຕື່ມວ່າ ໂຟມດັ່ງກ່າວເຮັດມາຈາກ "ແປ້ງ" ແລະ ມີລາຄາແພງ ເຊິ່ງເປິດໃຫ້ຫຼິ້ນທ້າຍອາທິດເທົ່ານັ້ນ.

ແນວໃດກໍຕາມ, ຕາມກົດໝາຍ ທຸລະກິດຕ້ອງໄດ້ຮັບອະນຸຍາດຈາກຫ້ອງການເມືອງ ໂດຍສະເພາະແມ່ນ ຫ້ອງການສິ່ງແວດລ້ອມເມືອງ. ທັງນີ້, ຜົນການປະເມີນຜົນກະທົບທາງດ້ານສິ່ງແວດລ້ອມຕ້ອງມີການປະຕິບັດ ແລະ ເປີດໃຫ້ມວນຊົນໄດ້ເຂົ້າເຖິງຂໍ້ມູນນັ້ນ. ທັງນີ້, ທຸລະກິດດັ່ງກ່າວຍັງບໍ່ມີການອອກມາເປີດເຜີຍ ຫຼື ແບ່ງປັນຂໍ້ມູນນີ້ເທື່ອ.

#econewslaos #waterpollution #sustainablebusiness

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
11 ທັນວາ ວັນພູເຂົາສາກົນ!
11 December, 2024
11 ທັນວາ ວັນພູເຂົາສາກົນ!
ພູເຂົາເປັນບ້ານຂອງຄົນ ແລະ ແຫຼ່ງກຳເນີດສິ່ງທີ່ມີຊິວິດຫຼາກຫຼາຍສາຍພັນ, ເປັນລົມຫາຍໃຈ ແລະ ເປັນອູ່ເຂົ້າອູ່ນໍ້າສະໜອງຄວາມຢູ່ດີກິນດີຂອງທຸກຊິວິດ. ມີແມ່ນໍ້າສຳຄັນຫຼາຍສາຍກຳເນີດມາຈາກສາຍພູ, ມີພືດພັນ ແລະ ປ່າໄມ້ຫຼາຍຊະນິດທີ່ຫຼໍ່ລ້ຽງຜູ້ຄົນ ແລະ ສິ່ງທີ່ມີຊິວິດອື່ນໆ. ພ້ອມດຽວກັນນັ້ນ, ກໍຍັງຊ່ວຍສົ່ງເສີມການເຕີບໂຕຂອງຊຸມຊົນ ກໍຄືການສະໜອງຊັບພະຍາກອນຕໍ່ການພັດທະນາດ້ານເສດຖະກິດ.
ປະເທດຊິມບັບເວມີແຜນລົ້ມຊ້າງປ່າຈຳນວນ 200 ໂຕ ເພື່ອເປັນອາຫານ ແຈກຢາຍປະຊາຊົນຍ້ອນໄພອຶດຫິວຈາກພາວະໂລກຮ້ອນ
09 December, 2024
ປະເທດຊິມບັບເວມີແຜນລົ້ມຊ້າງປ່າຈຳນວນ 200 ໂຕ ເພື່ອເປັນອາຫານ ແຈກຢາຍປະຊາຊົນຍ້ອນໄພອຶດຫິວຈາກພາວະໂລກຮ້ອນ
ໄພແລ້ງຈາກ El Niño (ເອລນິໂຍ) ສົ່ງຜົນໃຫ້ເກີດພາວະຝົນແລ້ງ ກໍຄືປະລິມານນໍ້າຝົນຈະໜ້ອຍກວ່າປົກກະຕິ ແລະ ອຸນຫະພູມສູງຂຶ້ນ ໄດ້ທໍາລາຍພືດຜົນທາງການຜະລິດໃນຕອນໃຕ້ຂອງທະວີບອາຟຣິກາ ເຮັດໃຫ້ເກີດການຂາດແຄນທາງອາຫານທີ່ກະທົບຫຼາຍກວ່າ 68 ລ້ານຄົນ. ປະເທດຊິມບັບເວເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບ ເນື່ອງຈາກເຄິ່ງໜຶ່ງຂອງຈໍານວນປະຊາກອນກໍາລັງຜະເຊີນກັບໄພອຶດຫິວຫຼັງຈາກພົບກັບວິກິດໄພແລ້ງທີ່ຮຸນແຮງໃນຮອບ 40 ປີ ແລະ ຈະຂ້າຊ້າງ 200 ໂຕ ເພື່ອແຈກຢາຍເປັນອາຫານໃຫ້ແກ່ປະຊາຊົນທີ່ກໍາລັງໄດ້ຮັບຜົນກະທົບ.