ຜົນງານສິລະປະທີ່ສະທ້ອນໃຫ້ເຫັນເຖິງບັນຫາສິ່ງແວດລ້ອມ
ຜົນງານສິລະປະທີ່ສະທ້ອນໃຫ້ເຫັນເຖິງບັນຫາສິ່ງແວດລ້ອມ
21 August, 2024
Share now
ມາເບິ່ງສິລະປະທີ່ສະທ້ອນໃຫ້ເຫັນເຖິງບັນຫາສິ່ງແວດລ້ອມໃນປະຈຸບັນ. ການປ່ຽນແປງດິນຟ້າອາກາດ ແລະ ການສູນເສຍຄວາມຫຼາກຫຼາຍຊີວະນາໆພັນ ໄດ້ກາຍເປັນບັນຫາໃຫຍ່ໃຫ້ແກ່ພວກເຮົາໃນປະຈຸບັນ. ດັ່ງນັ້ນ, ນັກສິລະປະຫຼາຍໆຄົນໄດ້ສ້າງສັນຜົນງານອອກມາເພື່ອສະທ້ອນເຖິງບັນຫາສິ່ງແວດລ້ອມທີ່ຫຼາຍໆຄົນກໍາລັງເມີນເສີຍ.

ຜົນງານເຫລົ່ານີ້ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງບັນຫາດ້ານສະພາບແວດລ້ອມທີ່ກໍາລັງເກີດຂຶ້ນເທົ່ານັ້ນ ແຕ່ຍັງເວົ້າເຖິງການສ້າງແຮງບັນດານໃຈເພື່ອຈະໃຫ້ເຮົາທຸກຄົນມາລົງມືແກ້ໄຂບັນຫາໄປພ້ອມກັນ.

ທ່ານສາມາດອ່ານຄວາມໝາຍຂອງແຕ່ລະຜົນງານໃນແຕ່ລະຮູບໄດ້.

post-images

ການລະລາຍຂອງນໍ້າກ້ອນ: ສິລະປະທີ່ສະທ້ອນໃຫ້ເຫັນເຖິງພາວະໂລກເດືອດ. ການປ່ຽນແປງດິນຟ້າອາກາດແມ່ນບັນຫາສິ່ງແວດລ້ອມທີສົ່ງຜົນກະທົບໂດຍກົງຕໍ່ພວກເຮົາ ເຊິ່ງລວມເຖິງການລະລາຍຂອງນໍ້າກ້ອນຂົ້ວໂລກ. ສິລະປະຊິ້ນນີ້ແມ່ນຜົນງານຂອງ Nele Azevedo ສິລະປິນຄົນບຣາຊິວ. ມັນໄດ້ຖືກນໍາໄປຈັດສະແດງໃນພື້ນທີ່ສາທາລະນະໂດຍ ອົງການອະນຸລັກສັດປ່າ (WWF) ປະເທດເຢຍລະມັນ ເພື່ອສະທ້ອນໃຫ້ເຖິງຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

post-images

ການຕໍ່ສູ້ເພື່ອຮັກສາຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ: ຮູບແຕ້ມກໍາແພງໂດຍ Louis Massai ທີ່ສະຖານີລົດເມ Shoreditch Station, ເມືອງ ລອນດອນ ປະເທດອັງກິດ. ມັນໄດ້ບົ່ງບອກໃຫ້ຮູ້ວ່າ ຖ້າເຜິ້ງໄດ້ສູນພັນໄປຈາກໂລກນີ້ ກໍເທົ່າກັບວ່າຄວາມຫຼາກຫຼາຍຂອງຊີວະນາໆພັນກໍສູນເສຍໄປເຊັ່ນດຽວກັນ. ທ່ານສາມາດອ່ານບົດຄວາມກ່ຽວກັບຈໍານວນປະຊາກອນເຜິ້ງໄດ້ທີ່: Bee Diversity

post-images

ການຕັດໄມ້ທໍາລາຍປ່າ: ປອດຂອງໂລກພວກເຮົາກໍາລັງຈະຫາຍໄປ. ຜົນງານຂອງ Dr. Love ໃນເມືອງ Bristol, ປະເທດອັງກິດ. ສິລະປະສະແດງເຖິງວ່າປອດຂອງໂລກພວກເຮົາກໍາລັງຈະຫາຍໄປ. ມັນຍັງສະທ້ອນໃຫ້ທຸກຄົນຫັນມາໃຫ້ຄວາມສໍາຄັນຂອງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ການປູກປ່າທົດແທນ.

post-images

ການເພີ່ມຂຶ້ນຂອງນໍ້າທະເລ: ລະດັບນໍ້າທະເລທີ່ສູງຂຶ້ນເຊິ່ງເປັນໄພຄຸກຄາມຕໍ່ຊຸມຊົນຕາມແຄມຝັ່ງທົ່ວໂລກ ເຮັດໃຫ້ມີການສູນເສຍດ້ານຊີວິດ ແລະ ຊັບສິນ ແຕ່ບາງຄົນຍັງເຊື່ອວ່າການປ່ຽນແປງດິນຟ້າອາກາດ ແລະ ພາວະໂລກຮ້ອນແມ່ນບໍ່ມີຢູ່ຈິງ. ສະນັ້ນ, Banksy ຈຶ່ງໄດ້ສ້າງສັນຜົນງານນີ້ຂຶ້ນມາເພື່ອສະທ້ອນໃຫ້ເຫັນວ່າພາວະໂລກຮ້ອນແມ່ນມີຢູ່ຈິງ ແລະ ກໍາລັງສົ່ງຜົນກະທົບຕໍ່ໂລກພວກເຮົາ.

post-images

ມົນລະພິດຂອງໂລກສະໄໝໃໝ່ຂອງພວກເຮົາ: ມົນລະພິດທາງອາກາດບໍ່ວ່າຈະເປັນ ຝຸ່ນ PM 2.5 ແລະ ຂີ້ເຫຍື້ອປລາສຕິກໃນນໍ້າທີ່ເປັນມົນລະພິດທາງນໍ້າ ລ້ວນແລ້ວແຕ່ແມ່ຝີມືຂອງມະນຸດສ້າງຂຶ້ນ. SaRX ຈຶ່ງໄດ້ສ້າງຜົນງານນີ້ຂຶ້ນມາ ເຊິ່ງສື່ໃຫ້ເຫັນວ່າ ຜົນກະທົບ ຫຼື ມົນລະພິດທີ່ຄົນໃນຮຸ່ນປະຈຸບັນໄດ້ສ້າງຂຶ້ນມາ ແມ່ນຈະສົ່ງຜົນກະທົບຕໍ່ຄົນຮຸ່ນໃໝ່ທີ່ກໍາລັງຈະເຕີບໃຫຍ່.

post-images

ການຂະຫຍາຍຕົວຂອງຕົວເມືອງກໍາລັງຂ້າພວກເຮົາ: ການສ້າງມົນລະພິດ, ການຕັດໄມ້ທໍາລາຍປ່າ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດເພື່ອຂະຫຍາຍຕົວເມືອງ ສົ່ງຜົນໃຫ້ເກີດການປ່ຽນແປງດິນຟ້າອາກາດ ແລະ ສູນເສຍຄວາມຫຼາກຫຼາຍທາງຊີວະນາໆພັນ ອີກທັງຍັງກໍໃຫ້ມີຂີ້ເຫຍື້ອຈໍານວນມະຫາສານ. ດັ່ງນັ້ນ, Blu ຈຶ່ງໄດ້ສ້າງຜົນງານນີ້ຂຶ້ນເພື່ອບົ່ງບອກໃຫ້ເຫັນເຖິງບັນຫາການຂະຫຍາຍຕົວຂອງຕົວເມືອງ. ວິທີທາງແກ້ໄຂບັນຫານີ້ກໍຄືການວາງແຜນຜັງເມືອງທີ່ຍືນຍົງ ເປັນຕົ້ນແມ່ນເມືອງສີຂຽວ ແລະ ເມືອງອັດສະລິຍະ (smart city) ຈະສາມາດຊ່ວຍຫຼຸດຜ່ອນຜົນກະທົບຈາກການຂະຫຍາຍຕົວເມືອງໄດ້.

post-images

ລະດັບນໍ້າທີ່ສູງຂຶ້ນເຊິ່ງມີສາເຫດມາຈາກການປ່ຽນແປງດິນຟ້າອາກາດ: ຜົນງານນີ້ມີຊື່ວ່າ “Support” ຂອງ Lorenzo Quinn, ນັກສິລະປະຄົນອີຕາລີ. ຜົນງານນີ້ສະແດງໃຫ້ເຫັນເຖິງຄວາມຈໍາເປັນໃນການລົງມືປະຕິບັດຢ່າງຮີບດ່ວນເພື່ອຫຼຸດຜ່ອນພາວະໂລກຮ້ອນກ່ອນທີ່ຈະຊ້າເກີນໄປ. ໂດຍຜູ້ສ້າງຜົນງານໄດ້ບອກວ່າ “ເມືອງ Venice ເປັນເມືອງທີ່ອ້ອມຮອບດ້ວຍແມ່ນໍ້າ ແລະ ກໍາລັງໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ຖ້າພວກເຮົາຍັງເມີນເສຍ Venice ອາດຈະຈົມຢູ່ໃນນໍ້າ.”

post-images

ຄ່ອຍໆຈົມລົງ: ຮູບນີ້ຊື່ວ່າ “Slowly Singking” ຂອງ Isaac Cordal ເປັນຮູບທີ່ມີຄົນໜຶ່ງທີ່ມີຮູບຮ່າງຄ້າຍຄືບຸກຄົນທີມີອໍານາດ ຫຼື ຜູ້ນໍາທາງການເມືອງ ທີ່ກໍາລັງນັ່ງຢູ່ກາງນໍ້າ ເຊິ່ງອ້ອມຮອບໄປດ້ວຍຫຼາຍໆຄົນທີ່ຢູ່ອ້ອມໂຕລາວທີ່ກໍາລັງຈົມຢູ່ໃນນໍ້າ ເຊິ່ງມັນສະແດງໃຫ່ເຫັນວ່າຄົນຜູ້ນັ້ນໄດ້ເມີນຕໍ່ວິກິການ ຫຼື ໄພພິບັດຕ່າງໆທີ່ກໍາລັງເກີດຂື້ນ.

ແຫຼ່ງຂໍ້ມູນອ້າງອີງ:

https://streetartutopia.com/2024/05/02/16-powerful-images-climate-change-addressed-through-graffiti-and-street-art/

#EconewsLaos#StreetArt

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.