El Niño ແລະ La Niña ແມ່ນຫຍັງ? ສົ່ງຜົນຕໍ່ສິ່ງແວດລ້ອມ ແລະ ໂລກຂອງພວກເຮົາແນວໃດ?
El Niño ແລະ La Niña ແມ່ນຫຍັງ? ສົ່ງຜົນຕໍ່ສິ່ງແວດລ້ອມ ແລະ ໂລກຂອງພວກເຮົາແນວໃດ?
08 August, 2024
Share now
El Niño ແລະ La Niña ຄືປະກົດການທາງທໍາມະຊາດທີ່ເກີດຈາກຄວາມສໍາພັນລະຫວ່າງກະແສນໍ້າ ແລະ ຊັ້ນບັນຍາກາດບໍລິເວນແຖບເສັ້ນສູນສູດໃນມະຫາສະໝຸດປາຊີຟິກຕາເວັນອອກ ທີ່ສົງຜົນຕໍ່ສະພາບອາກາດທົ່ວໂລກ ໂດຍເກີດຈາກການປ່ຽນແປງຂອງອຸນຫະພູມຜິວນໍ້າທະເລ ໃນມະຫາສະໝຸດປາຊີຟິກຕາເວັນອອກ.

El Niño ມີຄວາມໝາຍວ່າ ເດັກນ້ອຍຜູ້ຊາຍໃນພາສາສະເປນ ເປັນປະກົດການ ທີ່ກະແສນໍ້າອຸ່ນໄຫຼຈາກເບື້ອງຕາເວັນຕົກຂອງມະຫາສະໝຸດປາຊີຟິກ ໄຫຼເຂົ້າມາແທນກະແສນໍ້າເຢັນບໍລິເວນຊາຍຝັ່ງຂອງປະເທດເປຣູ ໃນໄລຍະເວລາປະມານ 2 ຫາ 3 ເດືອນ ຫຼື ບາງຄັ້ງອາດຈະຍາວນານເຖິງ 1 ປີ.

La Niña ມີຄວາມໝາຍວ່າ ເດັກນ້ອຍຜູ້ຍິງໃນພາສາສະເປນ ເປັນປະກົດການທີ່ກົງກັນຂ້າມກັບ El Niño ເພາະກະແສນໍ້າເຢັນຈາກທະເລເລິກ ໄຫຼຂຶ້ນມາແທນກະແສນໍ້າອຸ່ນບໍລິເວນຊາຍຝັ່ງຂອງປະເທດເປຣູ ສົ່ງຜົນໃຫ້ສະພາບອາກາດມີການແປປວນ.

ປະກົດການ El Niño ແລະ La Niña ນັ້ນມີຄວາມສຳຄັນຫລາຍຕໍ່ສະພາບການສິ່ງແວດລ້ອມ ເພາະມັນຈະເຮັດໃຫ້ກະແສລົມ ແລະ ກະແສນໍ້າອຸ່ນທີ່ພັດມານັ້ນແປປວນ ສົ່ງຜົນໃຫ້ເກີດພາວະແຫ້ງແລ້ງ ແລະ ຝົນຕົກໜັກ.

ດັ່ງນັ້ນ, ພວກເຮົາສາມາດສະຫຼຸບໄດ້ວ່າ El Niño ສົ່ງຜົນໃຫ້ເກີດຝົນແລ້ງ ກໍຄືປະລິມານນໍ້າຝົນຈະໜ້ອຍກວ່າປົກກະຕິ ແລະ ອຸນຫະພູມສູງຂຶ້ນ. ສ່ວນ La Niña ສົ່ງຜົນໃຫ້ເກີດຝົນຕົກໜັກ ແລະ ອຸນຫະພູມຫຼຸດລົງນັ້ນເອງ.

ແຫຼ່ງຂໍ້ມູນອ້າງອີງ:

#econewslaos #climatecrisis #heatwave #ElNiño #LaNiña

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.