ນອກນັ້ນ, ການຜະລິດເຄື່ອງນຸ່ງແບບມາໄວໄປໄວ ຫຼື Fast fashion ແມ່ນເປັນໜຶ່ງໃນສາເຫດຂອງການທຳລາຍສິ່ງແວດລ້ອມ ແລະ ການຈ້າງງານທີ່ບໍ່ເປັນທຳ. ເຊິ່ງມັນເປັນການຜະລິດແບບເນັ້ນຈຳນວນ, ຕັ້ງໃຈເຮັດໃຫ້ຄຸນະພາບຂອງສິນຄ້າໃຊ້ບໍ່ໄດ້ດົນ, ມີການອອກແບບທີ່ສາມາດຕົກຍຸກໄດ້ ເຮັດໃຫ້ມີການຜະລິດຂີ້ເຫຍື້ອຈາກເຄື່ອງນຸ່ງຂຶ້ນມາເປັນຈຳນວນຫຼວງຫຼາຍໃນແຕ່ລະປີ. ດ້ວຍເຫດນີ້, ການຜະລິດອຸດສາຫະກຳເຄື່ອງນຸ່ງໃນປະຈຸບັນຈຶ່ງເປັນສາເຫດຂອງການປ່ຽນແປງດິນຟ້າອາກາດ (Climate Change) ຫຼາຍກວ່າອຸດສາຫະກຳການບິນ ແລະ ຂົນສົ່ງຮວມກັນ. Normallao ແລະ HugLok ຈຶ່ງຈັບມືກັນເພື່ອຍົກບັນຫານີ້ຂຶ້ນມາ ຜ່ານການຜະລິດຖົງໃຊ້ຊໍ້າແບບ Upcycling ໂດຍຝີມືຂອງກຸ່ມຄົນພິການ Xonphao. ເຊິ່ງຜະລິດຕະພັນນີ້ ນອກຈາກຈະສາມາດນຳໄປໃຊ້ໃນຮູບແບບເປັນມິດກັບສິ່ງແວດລ້ອມແລ້ວ, ມັນຍັງເປັນການເຮັດໃຫ້ຜູ້ຊົມໃຊ້ ແລະ ຜູ້ຄົນທົ່ວໄປຕະໜັກເຖິງບັນຫາຂອງການຜະລິດແບບວັດຖຸນິຍົມ ແລະ ຄຸນຄ່າການໃຊ້ງານທີ່ແທ້ຈິງຂອງເຄື່ອງນຸ່ງ.
ສາມາດເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່: - NorMallao - Hug-Lok Eco-friendly Products: "ຮັກໂລກ" ສິນຄ້າເປັນມິດກັບສິ່ງແວດລ້ອມ - XonPhao Working Group for People Living with Disabilities #Econews #GrennInnovation #Climatechang #Fastfashion ຂໍ້ມູນອ້າງອີງ: - https://sustainability.uq.edu.au/.../fast-fashion-quick... - https://www.undp.org/.../six-things-you-didnt-know-about...