ມາຮ່ວມໃຈກັນປົກປ້ອງໂລກຂອງພວກເຮົາໃນວັນ ອະນຸລັກໂລກ 22 ເມສາ
ມາຮ່ວມໃຈກັນປົກປ້ອງໂລກຂອງພວກເຮົາໃນວັນ ອະນຸລັກໂລກ 22 ເມສາ
22 April, 2022
Share now
22 ເມສາ, ວັນອະນຸລັກໂລກ Earth Day ປັດຈຸບັນນີ້ບັນຫາກ່ຽວກັບສິ່ງແວດລ້ອມເປັນພິດໄດ້ເພີ່ມຄວາມຮຸນແຮງຂຶ້ນຢ່າງວ່ອງໄວ ບໍ່ວ່າຈະເປັນບັນຫາກ່ຽວກັບນໍ້າເສຍ, ອາກາດເປັນພິດ ຫຼື ການຕັດໄມ້ທຳລາຍປ່າທີ່ເຮັດໃຫ້ເກີດໄພພິບັດທາງທຳມະຊາດຢ່າງຫຼວງຫຼາຍ.

ນອກຈາກນັ້ນ,ກໍ່ຍັງມີບັນຫາສິ່ງແວດລ້ອມເຊິ່ງຖືວ່າເປັນບັນຫາໂລກ ເຊັ່ນ: ບັນຫາທີ່ເກີດຈາກການປ່ອຍອາຍກາກບອນ ( carbon dioxide or CO2 ) ສູງ ຫຼື ເອີ້ນອີກຢ່າງວ່າປະກົດການເຮືອນແກ້ວ, ບັນຫາປະລິມານໂອໂຊນໃນຊັ້ນບັນຍາກາດຫຼຸດລົງ ຫຼື ບັນຫາພະລັງງານຂອງໂລກທີ່ຈະຕ້ອງຫາມາທົດແທນການໃຊ້ນ້ຳມັນເປັນຕົ້ນ. ດັ່ງນັ້ນໃນ ວັນທີ່ 22 ເມສາ ປີ 1970, ປະຊາຊົນຊາວອາເມລິກາຫຼາຍກວ່າ 20 ລ້ານຄົນ ຜູ້ທີ່ໄດ້ຕະໜັກຮູ້ເຖິງບັນຫາ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງບັນຫາສິ່ງແວດລ້ອມ ຈຶ່ງພ້ອມໃຈກັນເຕົ້າໂຮມເພື່ອປະທ້ວງການເພີ່ມຂຶ້ນຂອງມົນລະພິດ ແລະ ການທຳລາຍຊັບພະຍາກອນທຳມະຊາດທີ່ເກີນຄວາມຈຳເປັນ. ເຊິ່ງຜົນຈາກການເຕົ້າໂຮມຊຸມນຸມໃນຄັ້ງນັ້ນ ໄດ້ພາໃຫ້ເກີດມີການຮ່າງກົດໝາຍເພື່ອແກ້ໄຂມົນລະພິດທາງອາກາດຂອງສະຫະລັດ ອາເມລິກາ ແລະ ໄດ້ກຳນົດເອົາ ວັນທີ່ 22 ເມສາ ຂອງທຸກໆປີ ເປັນວັນຄຸ້ມຄອງໂລກ ໂດຍມີເປົ້າໝາຍຢ່າງຊັດເຈນດັ່ງນີ້: 1. ເພື່ອຫຼຸດຜ່ອນອັດຕາການເກີດອາຍກາກບອນທີ່ມີຢູ່ຢ່າງໜາແໜ້ນໃນຊັ້ນບັນຍາກາດ. 2. ເພື່ອກຳຈັດອາຍ ຄຼໍໂຣຟລູອໍໂຣກາກບອນ (chlorofluorocarbons), ເຊິ່ງຖືເປັນໂຕການທຳລາຍສະພາບອາກາດຊັ້ນໂອໂຊນ ແລະ ກໍ່ໃຫ້ເກີດການສະສົມຄວາມຮ້ອນ. 3. ສົ່ງເສີມການອານຸລັກປ່າໄມ້ທີ່ເຫຼືອຢູ່. 4. ຫ້າມ, ຢຸດການຊື້ - ຂາຍສັດປ່າສະຫງວນ ແລະ ສົ່ງເສີມການອານຸລັກຮັກສາສັດທີ່ໃກ້ຈະສູນພັນ. 5. ຮັກສາລະດັບປະຊາກອນໃຫ້ຢູ່ໃນສະພາບທີ່ສົມດຸນກັບຊັບພະຍາກອນທໍາມະຊາດທີ່ມີຢູ່. 6. ໃຫ້​ອົງການ​ຕ່າງໆ​ໃນ​ທົ່ວ​ໂລກ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ບັນຍາກາດ, ນ້ຳ ​ແລະ ສະພາບ​ການ​ອື່ນໆ​ຈາກ​ການ​ຂົ່ມ​ເຫັງຂອງ​ມະນຸດ. 7. ສ້າງຈິດສຳນຶກໃນການປົກປັກຮັກສາໂລກໃຫ້ແກ່ບຸກຄົນ, ຊຸມຊົນ ແລະ ປະເທດຊາດ. ຂໍ້ມູນອ້າງອີງ: https://www.sanook.com/campus/910819/ https://www.earthday.org/ 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.