ປາກົດການ Polar vortex ຄືຫຍັງ? Polar Vortex ແມ່ນບໍລິເວນຄວາມກົດອາກາດຕໍ່າ ແລະ ມວນອາກາດເຢັນຢູ່ບໍລິເວນຂົ້ວໂລກ ທີ່ມີຄວາມແຕກຕ່າງລະຫວ່າງອຸນຫະພູມຂອງບໍລິເວນເສັ້ນຂະໜານກາງທີ່ມີຄວາມອຸ່ນກວ່າ ກັບ ບໍລິເວນຂົ້ວໂລກ ແລະ ການໝູນຂອງໂລກ, ເມື່ອເກີດຄວາມແຕກຕ່າງຂອງອຸນຫະພູມຈະເຮັດໃຫ້ເກີດກະແສລົມກົດ (Jet Stream) ຂະໜາດໃຫຍ່ໝຸນເປັນວົງ, ເກີດມີການເກັບກັກອຸນຫະພູມ ແລະ ກະແສລົມເຢັນທີ່ສະຖຽນໃນເຂດຂົ້ວໂລກ. Jet Stream ຫຼື ກະແສລົມກົດ ເຮັດໜ້າທີ່ເກັບຮັກສາລົມເຢັນໄວ້ໃນທະວີບ, ປຽບດັ່ງເຂດກຳແພງກັ້ນບໍ່ໃຫ້ກະແສລົມຂົ້ວໂລກຮົ່ວໄຫຼອອກໄປພາຍນອກ, ເພື່ອປ້ອງກັນບໍ່ໃຫ້ອາຍອຸ່ນຈາກມະຫາສະໝຸດ ແລະ ໜ້າດິນແຊກຊຶມເຂົ້າມາພາຍໃນ. ແມ່ນຫຍັງທີ່ເຮັດໃຫ້ Jet Stream ຫຼື ກະແສລົມກົດ ອ່ອນຕົວລົງ? ສາເຫດນີ້ ແມ່ນເນື່ອງຈາກພາວະອຸນຫະພູມໂລກປ່ຽນແປງຢ່າງຮຸນແຮງ (Climate Change). ນ້ຳແຂງຂົ້ວໂລກເກີດການລະລາຍ ເຮັດໃຫ້ກະແສລົມກົດທີ່ເຄີຍພັດວົນທວນເຂັມໂມງດ້ວຍຄວາມໄວສະເລ່ຍ 10 km/h ເພີ່ມສູງຂື້ນເປັນ 50 km/h. ການປ່ຽນແປງນີ້ແມ່ນສົ່ງຜົນໃຫ້ເສັ້ນຂະໜານໂລກເພີ່ມຄວາມຮ້ອນສູງຂຶ້ນ ແລະ ຫຼຸດຄວາມແຕກຕ່າງລະຫວ່າງອຸນຫະພູມບໍລິເວນເສັ້ນຂະໜານກາງ ກັບ ບໍລິເວນຂົ້ວໂລກທີ່ມີຄວາມອຸ່ນຂຶ້ນ. ເຮັດໃຫ້ເຂດກໍາແພງກັ້ນກະແສລົມກົດເກີດການອ່ອນຕົວລົງ ແລະ ຫຼຸດໂຕຍັບລົງມາຕ່ຳໃກ້ເສັ້ນສູນສູດ. ພາໃຫ້ຄວາມເຢັນຈາກຂົ້ວໂລກເກີດການລະບາຍອອກມານອກ ແລະ ພັດອາກາດໃນຂົ້ວໂລກອອກໄປເຂດທາງຕອນໃຕ້ຫຼາຍຂຶ້ນ, ນອກນັ້ນອາຍອຸ່ນຈາກພາຍນອກຍັງສາມາດແຊກຊຶມເຂົ້າໄປໃນຂົ້ວໂລກເຊັ່ນກັນ. ປະກົດການ Polar vortex ຈະສ້າງຜົນຈະທົບແນວໃດ? ຈາກປະຫວັດຂອງປະກົດການນີ້ ສ່ວນຫຼາຍຈະພົບເຫັນໄດ້ໃນເຂດທະວີບອາເມຣິກາ. ສຳລັບຢູ່ປະເທດລາວ ຜົນທີ່ຈະໄດ້ຮັບກໍຄືປະຊາຊົນຕ້ອງໄດ້ທົນກັບສະພາບອາກາດທີ່ໜາວເຢັນຂຶ້ນ, ໂດຍສະເພາະເຂດປະຊາຊົນເຂດນອກທີ່ບໍ່ສາມາດເຂົ້າເຖິງອຸປະກອນເຄື່ອງເຮັດຄວາມອຸ່ນຢ່າງພຽງພໍ ແລະ ກໍມີຜົນກະທົບຕໍ່ສັດທີ່ອາດບໍ່ສາມາດປັບຕົວເຂົ້າສູ່ການປ່ຽນແປງອາກາດໄດ້. ຂໍ້ມູນອ້າງອີງ: - https://climatechange.ucdavis.edu/.../what-is-the-polar... - https://www.facebook.com/photo?fbid=387390089870849&set=pcb.387390183204173 - https://www.youtube.com/watch?v=fLFovCPs4vI