🌎 10 ຂໍ້ມູນວິທະຍາສາດສຳຄັນດັ່ງກ່າວມີດັ່ງນີ້ຄື*:
1.#ການຮັກສາສະຖຽນລະພາບ ທີ່ອຸນຫະພູມ 1.5ອົງສາ C ຍັງເປັນໄປໄດ້, ແຕ່ຈໍາເປັນຕ້ອງມີການດໍາເນີນການທົ່ວໂລກໃນທັນທີ ແລະ ຈິງຈັງ.
2.#ການຂະຫຍາຍຕົວຢ່າງໄວວາຂອງການປ່ອຍອາຍພິດຈາກການກະສິກຳ, ການໃຊ້ທີ່ດິນ ແລະ ຂຸດຄົ້ນນໍ້າມັນດິບ ຄື ເມຕານ (methane) ແລະ ອົກຊິດນີຕຣິກ (nitrous oxide) ເຮັດໃຫ້ພວກເຮົາສາມາດກ້າວໄປສູ່ການມີອຸນຫະພູມອົບອຸ່ນເຖິງ 2.7 ອົງສາ C. ດັ່ງນັ້ນ, ນອກຈາກການສຸມໃສ່ການຫຼຸດລົງຂອງກາກບອນດີອົກຊິດ (Carbon dioxide), ກາສເຮືອນແກ້ວອື່ນໆກໍຕ້ອງມີການວາງແຜນໃຫ້ມີການຫຼຸດລົງເຊັ່ນກັນ.
3.#ໄຟໄໝ້ປ່າເປັນວົງກວ້າງ ຫຼື Megafires - ການປ່ຽນແປງຂອງດິນຟ້າອາກາດຈະບັງຄັບໃຫ້ມີເຫດການໄຟໄໝ້ຮຸນແຮງ ຈົນກ້າວໄປເຖິງການມີຜົນກະທົບຮ້າຍແຮງລະດັບໃໝ່ຕໍ່ສິ່ງແວດລ້ອມ.
4.#ອົງປະກອບຂອງດິນຟ້າອາກາດມີຄວາມສ່ຽງທີ່ມີຜົນກະທົບສູງ, ອົງປະກອບເຫຼົ່ານີ້ ເປັນຕົ້ນແມ່ນ ການປ່ອຍອາຍກາສເຮືອນແກ້ວຕ່າງໆ, ການຫຼຸດລົງຂອງນໍ້າກ້ອນຂົ້ວໂລກ, ການສະສົມຄວາມຮ້ອນຂອງມະຫາສະໝຸດ ແລະ ອື່ນໆ, ເຊິ່ງມັນ ລວມໄປເຖິງຜົນກະທົບເຊິ່ງກັນ ແລະ ກັນຂອງອົງປະກອບເຫຼົ່ານີ້ ທີ່ເຮັດໃຫ້ພາວະໂລກຮ້ອນຮຸນແຮງຂຶ້ນ.
5.#ການແກ້ໄຂບັນຫາດິນຟ້າອາກາດທົ່ວໂລກຕ້ອງເປັນທຳ ແລະ ສະເໝີພາກ, ເປັນຕົ້ນແມ່ນປະຊາກອນທີ່ລວຍທີ່ສຸດຂອງໂລກ 1% ແມ່ນຕ້ອງຫຼຸດຈຳນວນການປ່ອຍກາສເຮືອນແກ້ວຂອງໂຕເອງລົງເກືອບ 97%, ເພື່ອໃຫ້ປະຊາກອນ ທີ່ທຸກຍາກ 50% ຂອງໂລກສາມາດເພີ່ມການປ່ອຍກາສເຮືອນແກ້ວຂອງໂຕເອງຂຶ້ນ 3 ເທົ່າ.
6.#ການສະຫນັບສະຫນູນການປ່ຽນແປງພຶດຕິກໍາໃນຂັ້ນຄົວເຮືອນແມ່ນສໍາຄັນແຕ່ມັກຈະຖືກເບິ່ງຂ້າມ.
7.#ສິ່ງທ້າທາຍທາງດ້ານການເມືອງຂັດຂວາງປະສິດທິຜົນຂອງລາຄາກາກບອນ (carbon pricing).
8.#ວິທີແກ້ໄຂທີ່ອີງໃສ່ທໍາມະຊາດ (NbS) ແມ່ນສໍາຄັນສໍາລັບເສັ້ນທາງໄປສູ່ການບັນລຸສົນທິສັນຍາປາຣີ - ແຕ່ບໍ່ຄວນເຮັດໃຫ້ມັນກາຍເປັນເຫດຜົນມາຂັດຂວາງນະໂຍບາຍການເຮັດໃຫ້ການປ່ອຍກາສເຮືອນແກ້ວຈາກນໍ້າມັນດິບຫຼຸດລົງ.