ທາດໄຍຫີນ ເປັນສາເຫດເຮັດໃຫ້ມີການເສຍຊີວິດຈໍານວນຫຼາຍທີ່ສຸດ ໃນບັນດາສານທີ່ກໍ່ໃຫ້ເກີດພະຍາດມະເຮັງ ຈາກການປະກອບອາຊີບ. ທາດໄຍຫີນ ມີຄຸນນະສົມບັດກໍ່ໃຫ້ເກີດພະຍາດມະເຮັງຄືກັນໝົດ ບໍ່ວ່າຈະມີແຫຼ່ງທີ່ມາຈາກປະເທດໃດ. ໃນຫຼາຍທົດສະວັດຜ່ານມາ ຫຼັກຖານທາງວິທະຍາສາດໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ການສຳຜັດກັບທາດໄຍຫີນ ບໍ່ວ່າຈະສໍາຜັດຢູ່ໃນເຮືອນ, ບ່ອນເຮັດວຽກ ຫຼື ຢູ່ສະພາບແວດລ້ອມພາຍນອກ ກໍສາມາດກໍ່ໃຫ້ເກີດພະຍາດທີ່ພົວພັນກັບທາດໄຍຫີນເຊັ່ນ: ມະເຮັງປອດ, ມະເຮັງເຫຍື້ອຫຸ້ມປອດ, ມະເຮັງຫຼອດສຽງ ແລະ ມະເຮັງຮັງໄຂ່. ນອກນັ້ນ, ອົງການອະນາໄມໂລກ ຍັງຢືນຢັນຢ່າງຈະແຈ້ງວ່າ ບໍ່ມີລະດັບການສຳຜັດກັບທາດໄຍຫີນໃດທີ່ປອດໄພ. ໂດຍໃນປີ 2016 ພົບວ່າມີປະມານ 219,000 ຄົນ ເສຍຊີວິດໃນທົ່ວໂລກ ຫຼື 63% ຂອງຈຳນວນຜູ້ເສຍຊີວິດຍ້ອນພະຍາດມະເຮັງຈາກການເຮັດວຽກ ລ້ວນແຕ່ມີຕົ້ນຕໍມາຈາກທາດໄຍຫີນຂາວ (GBD 2016 ຜູ້ເຮັດວຽກກັບປັດໄຈຄວາມສ່ຽງດ້ານອາຊີບ, 2020).
ສ່ວນໃຫຍ່ແລ້ວ ທາດໄຍຫີນຂາວ ແມ່ນໄດ້ຂາຍ ແລະ ຖືກສົ່ງເສີມໃຫ້ນໍາໃຊ້ຢູ່ໃນບັນດາປະເທດອາຊີ ດ້ວຍເຫດຜົນທີ່ວ່າມັນເປັນວັດຖຸດິບທີ່ມີລາຄາຖືກ ແລະ ທົນທານ. ວັດສະດຸທີ່ມີສ່ວນປະສົມຂອງທາດໄຍຫີນຂາວ ຖືກອ້າງວ່າ ເປັນຜະລິດຕະພັນທີ່ມີລາຄາຖືກ ເຊິ່ງເປັນຂໍ້ໂຕ້ແຍ້ງ ຈາກບາງຄົນ ເພື່ອເປັນເຫດຜົນໃນການສືບຕໍ່ນໍາໃຊ້ທາດໄຍຫີນຂາວ, ໂດຍສະເພາະ ໃນການສະໜອງ ອຸປະກອນ, ທີ່ຢູ່ອາໄສ ໃຫ້ແກ່ຜູ້ທຸກຍາກ. ຍິ່ງໄປກວ່ານັ້ນ, ຄ່າໃຊ້ຈ່າຍດ້ານເສດຖະກິດ ຈາກການສືບຕໍ່ນໍາໃຊ້ທາດໄຍຫີນແມ່ນສູງ. ການສຶກສາຂອງອົງການອະນາໄມໂລກ ໄດ້ຄາດຄະເນຄ່າໃຊ້ຈ່າຍໃນການດູແລສຸຂະພາບໃນທົ່ວໂລກປະຈຳປີ ທີ່ກ່ຽວຂ້ອງກັບຜົນກະທົບດ້ານສຸຂະພາບ ຍ້ອນທາດໄຍຫີນຂາວ ມີປະມານ 2.4 ຫາ 3.9 ຕື້ໂດລາ. ໃນຂະນະດຽວກັນ, ການຄົ້ນຄວ້າເມື່ອບໍ່ດົນມານີ້ ກໍໄດ້ສະແດງໃຫ້ເຫັນວ່າ ການຫ້າມນຳໃຊ້ທາດໄຍຫີນ ໃນປະເທດໃດປະເທດໜຶ່ງ ບໍ່ໄດ້ມີຜົນກະທົບຕໍ່ກັບການເຕີບໂຕຂອງຜົນລວມຍອດຜະລິດຕະພັນພາຍໃນ ຫຼື GDP ເຊີ່ງສົ່ງຜົນໃຫ້ບັນດາປະເທດຕ່າງໆ ຫຼາຍກວ່າ 60 ປະເທດໄດ້ຫ້າມນຳໃຊ້ທາດໄຍຫີນແລ້ວ.
ພາລະຂອງໂລກ ຕໍ່ກັບພະຍາດທີ່ພົວພັນກັບທາດໄຍຫີນຂາວແມ່ນສືບຕໍ່ເພີ່ມຂຶ້ນຍ້ອນການນໍາໃຊ້ຢ່າງຕໍ່ເນື່ອງ. ມີບົດຮຽນທີ່ຊັດເຈນ ຈາກບັນດາປະເທດທີ່ມີປະສົບການ ເຊັ່ນ: ອົດສະຕຣາລີ ທີ່ໄດ້ເລີ່ມຈຳກັດການນໍາໃຊ້ທາດໄຍຫີນ ໃນຊຸມປີ 1960 ແລະ ໄດ້ປະຕິບັດຄໍາສັ່ງຫ້າມ ນຳໃຊ້ທາດໄຍຫີນ ທຸກຊະນິດ ເມື່ອວັນທີ 31 ເດືອນທັນວາ 2003, ປະເທດຍີ່ປຸ່ນ ໄດ້ຫ້າມນໍາໃຊ້ ໃນປີ 2006 ແລະ ປະເທດເກົາຫຼີໃຕ້ ໄດ້ຫ້າມນຳໃຊ້ ໃນປີ 2009. ຢ່າງໃດກໍຕາມ, ກໍລະນີຜູ້ເປັນພະຍາດມະເຮັງ ເຫຍື້ອຫຸ້ມປອດ ຍັງມີທ່າອ່ຽງເພີ່ມຂຶ້ນ ນັບຕັ້ງແຕ່ຕົ້ນຊຸມປີ 1980 ແລະ ອັດຕາສ່ວນກໍລະນີຄົນເຈັບ ໃນທົ່ວຊຸມຊົນໃນບັນດາປະເທດເຫຼົ່ານັ້ນ ຍັງຄົງເພີ່ມຂຶ້ນ ຍ້ອນວັດສະດຸທີ່ມີທາດໄຍຫີນຂາວ ຍັງຫຼົງເຫຼືອຢູ່ໃນສະພາບແວດລ້ອມ ແລະ ສິ່ງປຸກສ້າງ. ຄວາມກັງວົນທີ່ສໍາຄັນ ໃນບັນດາປະເທດທີ່ຍັງສືບຕໍ່ນຳໃຊ້ທາດໄຍຫີນຂາວຢູ່ ແລະ ປະເທດທີ່ເຄີຍນໍາໃຊ້ທາດໄຍຫີນຂາວໃນອະດີດ ແມ່ນຜະລິດຕະພັນການກໍ່ສ້າງທີ່ມີທາດໄຍຫີນຂາວ ເຊັ່ນ: ກະເບື້ອງມຸງຫຼັງຄາ ຫລື ທໍ່ນໍ້າ ເກີດການຊຸດໂຊມ ແລະ ປ່ອຍຝຸ່ນໄຍຫີນຂາວ ສູ່ສະພາບແວດລ້ອມໃນໄລຍະການບຳລຸງຮັກສາ, ການຮື້ຖອນ, ການກຳຈັດສິ່ງເສດເຫຼືອຂອງອາຄານ ແລະ ຜົນກະທົບຈາກໄພພິບັດທາງທຳມະຊາດ.
ອົງການອະນາໄມໂລກ (World Health Organization, WHO) ໄດ້ຖືວ່າ ທາດໄຍຫີນ ເປັນ “ໜຶ່ງໃນສານກໍ່ໃຫ້ເກີດພະຍາດມະເຮັງຈາກການປະກອບອາຊີບທີ່ສໍາຄັນທີ່ສຸດ” (WHO, 2014). ຂໍ້ຄວາມລະບຸວ່າ ທາດໄຍຫີນ ລວມທັງທາດໄຍຫີນຂາວ ກໍ່ໃຫ້ເກີດພະຍາດມະເຮັງເຫຍື້ອຫຸ້ມປອດ, ມະເຮັງປອດ, ມະເຮັງຫຼອດສຽງ, ມະເຮັງຮັງໄຂ່, ພະຍາດພັງຜືດ ຫຼື ມີບາດແຜໃນປອດ ແລະ ພາວະນໍ້າໃນຊ່ອງເຫຍື້ອຫຸ້ມປອດໜາຂື້ນ ຫຼື ໄຫຼອອກມາ.
ອົງການສາກົນ ເພື່ອການວິໄຈພະຍາດມະເຮັງ (The International Agency for Research on Cancer, IARC) ຍັງໄດ້ຈັດປະເພດທາດໄຍຫີນທຸກຮູບແບບ, ລວມທັງໄຄໂຊໄທຣ ວ່າເປັນສານກໍ່ໃຫ້ເກີດພະຍາດມະເຮັງໃນມະນຸດ (ກຸ່ມທີ 1).
ພ້ອມດຽວດກັນນີ້, ກອງປະຊຸມແຮງງານສາກົນ ຂອງອົງການແຮງງານສາກົນ (The International Labour Organization, ILO) ໄດ້ຮັບຮອງເອົາມະຕິກ່ຽວກັບທາດໄຍຫີນໃນກອງປະຊຸມສະໄໝທີ 95 ໃນປີ 2006. ໂດຍຮຽກຮ້ອງໃຫ້ຍຸຕິການນໍາໃຊ້ທາດໄຍຫີນໃນອະນາຄົດ, ໄດ້ລະບຸການຈັດການ ແລະ ການຄຸ້ມຄອງທາດໄຍຫີນຢ່າງເໝາະສົມໃນປະຈຸບັນ ເຊິ່ງເປັນວິທີທີ່ມີປະສິດທິຜົນທີ່ສຸດໃນການປົກປ້ອງຊາວຜູ້ອອກແຮງງານຈາກການສຳພັດ ເພື່ອປ້ອງກັນພະຍາດທີ່ພົວພັນກັບທາດໄຍຫີນອັນນໍາໄປສູ່ການເສຍຊີວິດໃນອະນາຄົດ.
#econewslaos
ແຫຼ່ງຂໍ້ມູນອ້າງອີງ: