ແນວໃດກໍຕາມ, ບັນຫາມົນລະພິດທາງອາກາດບໍ່ແມ່ນບັນຫາທີ່ໃໝ່ ແລະ ໄດ້ເກີດໃນຫຼາຍປະເທດທົ່ວໂລກໃນຫຼາຍທົດສະວັດທີ່ຜ່ານມາ ແລະ ໂດຍສະເພາະຕັ້ງແຕ່ເກີດມີຍຸກການຜະລິດອຸສາຫະກຳໃໝ່ຕັ້ງແຕ່ຕົ້ນສັດຕະວັດທີ 19 ໃນຊຸມປະເທດຕາເວັນຕົກ. ແນ່ນອນວ່າ, ບັນຫາມົນລະພິດທາງອາກາດນີ້ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ແລະ ມັນຮຽກຮ້ອງໃຫ້ລັດຖະບານຂອງປະເທດມີການຮີບຮ້ອນແກ້ໄຂບັນຫາ. ບົດຄວາມນີ້ຈະໄດ້ມີການຍົກບາງກໍລະນີສຶກສາການແກ້ໄຂບັນຫາທີ່ຜ່ານມາໃນບາງປະເທດໃນອະດີດ ເຊິ່ງຊີ້ໃຫ້ເຫັນວ່າເປັນຫຍັງການໃຫ້ຄວາມສຳຄັນກັບການວາງກົດໝາຍ ແລະ ນະໂຍບາຍອັນຈະແຈ້ງ ແລະ ການເຂັ້ມງວດຕໍ່ການປະຕິບັດຕາມກົດໝາຍຈຶ່ງມີຄວາມສຳຄັນຕໍ່ກັບການແກ້ໄຂບັນຫາມົນລະພິດທາງອາກາດ.
The Great Smog of London ຫຼື ໝອກຄວັນໃຫຍ່ແຫ່ງລອນດອນ ຫຼື ໝອກຄວັນໃຫຍ່ປີ 1952 ເປັນເຫດການມົນລະພິດທາງອາກາດຮ້າຍແຮງທີ່ສົ່ງຜົນກະທົບຕໍ່ລອນດອນ ປະເທດອັງກິດ ໃນເດືອນທັນວາ 1952. ໃນໄລຍະນັ້ນ, ຖ່ານຫິນເປັນຊັບພະຍາກອນທີ່ອຸດົມສົມບູນ, ເຮັດໃຫ້ຜູ້ຄົນນຳໃຊ້ຖ່ານຫິນເພື່ອໃຫ້ຄວາມອົບອຸ່ນຢ່າງກວ້າງຂວາງ. ເນື່ອງຈາກບໍ່ມີກົດໝາຍຄວບຄຸມການປ່ອຍຄວັນພິດ, ເຮັດໃຫ້ໃນເວລານັ້ນເກີດມີຄວັນອາກາດພິດປົກຄຸມໜາແໜ້ນ. ລັດຖະບານທີ່ລັງເລໃຊ້ເວລາເຖິງ 4 ປີເພື່ອຜ່ານກົດຫມາຍວ່າດ້ວຍອາກາດສະອາດຂອງປີ 1956 ແລະ ຊາວລອນດອນຫລາຍພັນຄົນໄດ້ເສຍຊີວິດຈາກບັນຫານີ້ແລ້ວ. ຕໍ່ກັບບັນຫານີ້ສໍານັກຂ່າວ The Guardian ໄດ້ເວົ້າວ່າ
“ເບິ່ງຄືວ່າບັນຫາມົນລະພິດທາງອາກາດສາມາດແກ້ໄຂໄດ້ຖ້າມີຄວາມຕັ້ງໃຈທາງດ້ານການເມືອງພຽງພໍ”.
ປີ 1899 ພຽງສະຫະລັດອາເມລິກາປະເທດດຽວໄດ້ຜະລິດຖ່ານຫີນໄປປະມານ 32% ໃນປີນັ້ນ. ບັນຫາມົນລະພິດທາງອາກາດໃນປະເທດດັ່ງກ່າວແກ່ຍາວ ແລະ ຮຸນແຮງຂຶ້ນ ຈົນໃນປີ 1970 ມີການປະທ້ວງຄັ້ງໃຫຍ່ຂອງນັກອະນຸລັກທຳມະຊາດ ແລະ ປະຊາຊົນທີ່ເຫັນຄວາມສຳຄັນຂອງບັນຫາສິ່ງແວດລ້ອມກວ່າ 20 ລ້ານຄົນ.ພາກລັດຈຶ່ງອອກບັນຍັດແກ້ໄຂມົນລະພິດທາງອາກາດ ແລະ ຈັດວາງສຳນັກງານປ້ອງກັນສິ່ງແວດລ້ອມຂອງສະຫະລັດ (U.S. Environmental Protection Agency), ມີການອອກມາດຕະຖານຂອງສານພິດໃນອາກາດ ແລະ ເຮັດໃຫ້ບັນຫາຝຸ່ນ PM2.5 ໃນສະຫະລັດ ຖືກຫຼຸຸດລົງຢ່າງຂາດຂັ້ນເປັນຕົ້ນມາ.
ນະຄອນຫຼວງ ໂບໂກຕາ ຂອງ ໂຄລົມເບຍ ແມ່ນໜຶ່ງໃນບັນດາເມືຶອງທີ່ປ່ອຍມົນລະພິດທາງອາກາດຫຼາຍທີ່ສຸດໃນອາເມລິກາໃຕ້ ແລະ ມົນລະພິດສ່ວນໃຫຍ່ມາຈາກການຂົນສົ່ງ. ນະຄອນດັ່ງກ່າວກຳລັງສ້າງເຄືອຂ່າຍລົດເມສາທາລະນະທີ່ໃຊ້ກະແສໄຟຟ້າຂອງຕົນ ແລະ ມີຈຸດປະສົງເພື່ອເຮັດໃຫ້ລະບົບລົດໄຟໃຕ້ດິນເປັນລົດໄຟຟ້າໝົດ, ເຊິ່ງເປັນສ່ວນໜຶ່ງຂອງແຜນການທີ່ມີເປົ້າໝາຍຫຼຸດຜ່ອນມົນລະພິດທາງອາກາດລົງ 10 ເປີເຊັນໃນປີ 2024. ເຈົ້າຄອງນະຄອນຫຼວງ ໂບໂກຕາ, Claudia López Hernández, ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງລົດຖີບອີກດ້ວຍ. ນາງກ່າວວ່າ
"ດຽວນີ້ພວກເຮົາມີການເດີນທາງຫຼາຍກວ່າ 1 ລ້ານເທື່ອຕໍ່ມື້ໂດຍໃຊ້ລົດຖີບ".
ໃນນະຄອນຫຼວງ ເຊອູນ, ປະເທດເກົາຫຼີໃຕ້, ປະຊາຊົນ 26 ລ້ານຄົນທີ່ອາໄສຢູ່ກໍາລັງປະເຊີນກັບວິກິດການຄຸນນະພາບອາກາດ. ລະດັບ PM2.5 ແມ່ນປະມານສອງເທົ່າຂອງເມືອງໃຫຍ່ອື່ນໆໃນປະເທດທີ່ພັດທະນາແລ້ວ. ໃນປີ 2020, ນະຄອນຫຼວງເຊອູນໄດ້ປະກາດຫ້າມລົດກາຊວນໃນຂະບວນລົດຂົນສົ່ງມວນຊົນ ແລະ ພາກລັດພາຍໃນປີ 2025. ໃນຂະນະດຽວກັນ, ກໍຍັງມີການຮ່ວມມືກັບໂຄງການສິ່ງແວດລ້ອມຂອງສະຫະປະຊາຊາດ (UNEP) ຈະຄົ້ນຄວ້າບົດຮຽນໃນ 15 ປີຜ່ານມາກ່ຽວກັບການປັບປຸງຄຸນນະພາບອາກາດ ແລະ. ຊ່ວຍແບ່ງປັນປະສົບການເຫຼົ່ານີ້ກັບເມືອງອື່ນໆໃນພາກພື້ນ.
ເຮົາເຫັນວ່າ ບັນຫາມົນລະພິດທາງອາກາດອາດສາມາດຮຽນຮູ້ໄດ້ກັບການແກ້ໄຂບັນຫາທີ່ເກີດຜ່ານມາໃນອະດີດ. ແນວໃດກໍຕາມ, ບົດຮຽນນີ້ຊີ້ໃຫ້ເຫັນວ່າເໜືອກວ່າການເກີດມີກົດໝາຍ ແລະ ນະໂຍບາຍ, ການບັງຄັບໃຊ້ທີ່ເຂັ້ມແຂງແມ່ນເປັນປັດໄຈທີ່ເຮັດໃຫ້ປະເທດເຫຼົ່ານີ້ຜ່ານວິກິດມາໄດ້.
#econewslaos #airpollution #law #policy
References: