Carbon Tax ມາດຕະການທີ່ຊ່ວຍໃຫ້ໂລກເຮົາສີຂຽວ
Carbon Tax ມາດຕະການທີ່ຊ່ວຍໃຫ້ໂລກເຮົາສີຂຽວ
04 July, 2023
Share now
ທຸກຄົນຮູ້ຫຼືບໍ່ວ່າ ເສື້ອຜ້າ ຫຼື ອຸປະກອນຕ່າງໆທີ່ຮັບໃຊ້ໃນຊີວິດປະຈຳວັນຂອງເຮົານັ້ນ ລ້ວນແຕ່ສ້າງຜົນກະທົບໃຫ້ແກ່ສະພາບແວດລ້ອມທີ່ເຮົາອາໄສຢູ່ໃນປັດຈຸບັນ. ເນື່ອງຈາກຫົວໜ່ວຍ ການຜະລິດດັ່ງກ່າວມີການນຳໃຊ້ພະລັງງານທີ່ເປັນເຊື້ອໄຟເຂົ້າໃນການຜະລິດສິນຄ້າອອກມາສູ່ຕະຫຼາດ. ສະນັ້ນ, ເພື່ອຮັກສາຄວາມສົມດຸນລະຫວ່າງພາກສ່ວນການຜະລິດ ແລະ ຄວາມຍືນຍົງຂອງສະພາບແວດລ້ອມ, ອາກອນກາກບອນຈຶ່ງໄດ້ຖືກນຳໃຊ້ເພື່ອເປັນກົນໄກໃນການຫັນເປັນເສດຖະກິດທີ່ໃສ່ໃຈສິ່ງແວດລ້ອມ.

ອາກອນກາກບອນ ຫຼື Carbon Tax ເປັນມາດຕະການຫຼຸດຜ່ອນການປ່ອຍກາສເຮືອນແກ້ວ (Greenhouse gases) ທີ່ລັດນຳໃຊ້ເພື່ອເປັນການຮຽກເກັບນຳບັນດາຫົວໜ່ວຍໂຮງຈັກໂຮງງານທີ່ມີການປ່ອຍມົນລະພິດ ອັນສ້າງຜົນກະທົບໃຫ້ແກ່ສະພາບແວດລ້ອມ ແລະ ມີຜົນກໍ່ໃຫ້ເກີດການປ່ຽນແປງໄລຍະຍາວ ຂອງສິ່ງແວດລ້ອມອ້ອມຂ້າງ.​ ອາກອນກາກບອນ ຄືເປັນການວັດການປ່ອຍກາກບອນຂອງໂຮງງານ ທີ່ຫາກໂຮງງານໃດປ່ອຍອອກມາຫຼາຍ, ຍິ່ງຕ້ອງໄດ້ຮັບຜິດຊອບຄ່າອາກອນສູງ. ເພື່ອເປັນການຫຼຸດຜ່ອນ ແລະ ປ່ຽນແທນ, ການເກັບອາກອນກາກບອນຈຶ່ງເປັນອີກໜຶ່ງວິທີກະຕຸ້ນໃຫ້ພາກສ່ວນອຸດສາຫະກຳ ແລະ ຫົວໜ່ວຍທຸລະກິດຕ່າງໆຕ້ອງໄດ້ມີການຫາວັດຖຸດິບທົດແທນການນຳໃຊ້ເຊື້ອໄຟເຊັ່ນ: ພະລັງງານທົດແທນຈາກ ລົມ, ແສງແດດ ແລະ ອື່ນໆ, ອັນໄດ້ເຮັດໃຫ້ການຜະລິດມີຄວາມສີຂຽວ ແລະ ເປັນມິດຫຼາຍຂຶ້ນ; ເນື່ອງຈາກອາກອນຊົມໃຊ້ເຊື້ອໄຟຈະຖືກເກັບໃນລາຄາທີ່ສູງຂຶ້ນ ຫຼື ເປັນການຊັກຈູງໃຫ້ມີການຜະລິດໜ້ອຍລົງ ແລະ ສົ່ງເສີມໃຫ້ຜູ້ບໍລິໂພກໄດ້ຫັນໄປຊົມໃຊ້ສິນຄ້າທີ່ມີລາຄາຖືກກວ່າ.

ໃນປັດຈຸບັນ, ຫຼາຍໆປະເທດໃນໂລກໄດ້ມີການນຳໃຊ້ ອາກອນກາກບອນຢ່າງແຜ່ຫຼາຍ, ໂດຍສະເພາະຢ່າງຍິ່ງ ໃນທາງເອີຣົບ ທີ່ມີການໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນເລື່ອງຂອງສິ່ງແວດລ້ອມຢ່າງໃກ້ຊິດ. ອັດຕາການເກັບອາກອນກາກບອນນັ້ນມີການຈັດເກັບໃນອັດຕາທີ່ແຕກຕ່າງກັນ ອາດຈະເລີ່ມຈາກ 0,08 - 137 USD ຕໍ່ CO2 ໂດຍການເກັບອາກອນດັ່ງກ່າວແມ່ນຈະເກັບຈາກການຜະລິດ ແລະ ຈາກພາກສ່ວນການຊົມໃຊ້-ການບໍລິໂພກ.

ສຳລັບ ສປປ ລາວ, ຜູ້ປະກອບການດ້ານທຸລະກິດອຸດສາຫະກຳ ກໍມີພັນທະໃນການຄວບຄຸມມົນລະພິດ ໂດຍອີງຕາມມາດຕາ 34 ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ໄດ້ລະບຸເຖິງ “ຜູ້ປະກອບການທີ່ດຳເນີນການຜະລິດ, ທຸລະກິດ ແລະ ການບໍລິການ ເຊັ່ນ: ອຸດສາຫະກຳ, ກະສິກຳ, ປ່າໄມ້, ພະລັງງານ,​ ບໍ່ແຮ່,​ ຫັດຖະກໍາມີພັນທະຄວບຄຸມມົນລະພິດໃຫ້ຖືກຕ້ອງຕາມມາດຕະຖານຄວບຄຸມມົນລະພິດ ແລະ ມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ດ້ວຍການສ້າງແຜນຄຸ້ມຄອງ ແລະ ດຳເນີນການຄວບຄຸມມົນລະພິດ, ສິ່ງລົບກວນ ແລະ ມີພັນທະເສຍອາກອນສິ່ງແວດລ້ອມຕາມລະບຽບກົດໝາຍ.” ຈາກມາດຕາດັ່ງກ່າວ, ອີງຕາມກົດໝາຍວ່າດ້ວຍສ່ວຍສາອາກອນກໍໄດ້ບັນຍັດເຖິງອາກອນສີ່ງແວດລ້ອມ, ໂດຍກຳນົດໃນ ມາດຕາ 58 ທີ່ເວົ້າເຖິງ ອາກອນສິ່ງແວດລ້ອມ ແມ່ນອາກອນທາງກົງ ທີ່ເກັບຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຮັບອະນຸຍາດໃນການດຳເນີນທຸລະກິດ ເຊິ່ງມີການເຄື່ອນໄຫວກິດຈະກຳທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ ແລະ ຄວາມດຸນດ່ຽງຂອງລະບົບນິເວດ. ພ້ອມດຽວກັນນັ້ນ, ໃນມາດຕາ 59 ກໍໄດ້ກ່າວເຖິງຂອບເຂດຂອງການເກັບອາກອນທີ່ ບຸກຄົນ, ນິຕິບຸກຄົນ, ແລະ ການຈັດຕັ້ງລວມທັງຄົນລາວ, ຕ່າງດ້າວ, ຄົນຕ່າງປະເທດ, ຄົນທີ່ບໍ່ມີສັນຊາດທີ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດ ເຊິ່ງກໍ່ໃຫ້ເກີດມີມົນລະພິດຕໍ່ສິ່ງແວດລ້ອມ ລ້ວນແຕ່ຕ້ອງໄດ້ເສຍອາກອນສິ່ງແວດລ້ອມ ແນ່ໃສ່ທຳການບຳບັດ, ດຳເນີນການປົວແປງ ຫຼື ກຳຈັດມົນລະພິດ ແລະ ສິ່ງເສດເຫຼືອໃຫ້ຄືນສູ່ສະພາບທີ່ເໝາະສົມຕໍ່ການດຳລົງຊີວິດທີ່ດີໃນສັງຄົມ.

#econewslaos #carbontax #climatechange #Greenbusiness

ແຫຼ່ງຂໍ້ມູນອ້າງອີງ ແລະ ຂໍ້ມູນເພີ່ມຕື່ມ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.