ກົນລະຍຸດ Triple Bottom Lines ແມ່ນຫຼັກການໜຶ່ງທີ່ໄດ້ຮັບການຄົ້ນຄວ້າໂດຍ John Elkington ເມື່ອປິ 1994 ໂດຍຫຼັກການດັ່ງກ່າວແມ່ນມີອົງປະກອບຫຼັກຢູ່ 3 ສ່ວນຄື: People, Planet and Profit ຫຼື ຜູ້ຄົນ, ສະພາບແວດລ້ອມ ແລະ ຜົນກຳໄລ. ຈຸດປະສົງຫຼັກຂອງກົນລະຍຸດດັ່ງກ່າວແມ່ນສະທ້ອນເຖິງຄວາມຍືນຍົງຂອງໂລກທຸລະກິດໃນອະນາຄົດ ເນື່ອງຈາກກົນລະຍຸດນີ້ໄດ້ໃຫ້ມຸມມອງຂອງທຸລະກິດທີ່ບໍ່ໄດ້ເນັ້ນໜັກໃສ່ຜົນກຳໄລຢ່າງດຽວ. ໃນຂະນະດຽວກັນ, ກໍໄດ້ຄໍານຶງເຖິງວັດທະນະທໍາລວມຂອງການເຮັດທຸລະກິດເປັນຕົ້ນແມ່ນ: ຊັບພະຍາກອນມະນຸດທີ່ປະກອບມີ: ຜູ້ບໍລິໂພກ, ພະນັກງານ ແລະ ແຮງງານ. ຍິ່ງໄປກວ່ານັ້ນ, ສະພາບແວດລ້ອມກໍເປັນອີກປັດໄຈໃນການຕັດສິນຄວາມຍືນຍົງຂອງທຸລະກິດ ເພາະຕ້ອງໄດ້ຄຳນຶງເຖິງແຫຼ່ງວັດຖຸດິບ, ຜົນກະທົບຈາກການຜະລິດ ແລະ ປັດໄຈອື່ນໆ. ສຳລັບລາຍລະອຽດຂອງແຕ່ລະອົງປະກອບຍ່ອຍແມ່ນມີດັ່ງຕໍ່ໄປນີ້: People (ຜູ້ຄົນ): ການດຳເນີນທຸລະກິດຕ້ອງໃຫ້ຜົນປະໂຫຍດທີ່ສ້າງສັນ ແລະ ເປັນທຳຕໍ່ກັບຄູ່ຄ້າ, ຜູ້ບໍລິໂພກ, ແຮງງານ, ຊຸມຊົນ ແລະ ກຸ່ມຄົນອື່ນໆ ອັນໄດ້ແກ່: ຄ່າຈ້າງແຮງງານ ແລະ ລາຄາສິນຄ້າທີ່ສົມເຫດສົມຜົນ, ການບໍລິການທີ່ໂປ່ງໃສ, ການພັດທະນາທັກສະ ແລະ ຝິມືແຮງງານຂອງລູກຈ້າງ ທັ້ງນີ້ກໍເພື່ອໃຫ້ເກີດສາຍພົວພັນກັນໃນໄລຍະຍາວ ແລະ ມີລັກສະນະທີ່ຍືນຍົງ. Planet (ໂລກ ຫຼື ສະພາບແວດລ້ອມ): ທຸລະກິດທີ່ຍືນຍົງຕ້ອງຄຳນຶງເຖິງການຫຼຸດຜ່ອນຜົນກະທົບທາງສີ່ງແວດລ້ອມເຊັ່ນ: ໝູນໃຊ້ວັດຖຸດິບປະເພດ Recycle, ຫຼີກລ່ຽງການນໍາໃຊ້ສານເຄມີ, ຫຼຸດຜ່ອນການຜະລິດສິ່ງເສດເຫຼືອ ແລະ ອື່ນໆ. Profit (ຜົນກຳໄລ) ໜຶ່ງໃນໝາກຜົນທີ່ສຳຄັນຂອງການດຳເນີນທຸລະກິດກໍຄື "ກຳໄລ" ແຕ່ການສ້າງຜົນກຳໄລທີ່ເປັນເມັດເງິນກໍຕ້ອງທຽບຕາມສະພາບຄວາມເປັນຈິງຂອງເສດຖະກິດ ປະກອບກັບ ການສ້າງຄວາມສົມດຸນລະຫວ່າງຕົ້ນທຶນ, ຄ່າທຳນຽມຕ່າງໆ ແລະ ກຳໄລ ເພື່ອໃຫ້ລາຄາຂອງສິນຄ້າສາມາດຕອບໂຈດທຸກກຸ່ມເປົ້າໝາຍ.
ອ້າງອີງ: - https://www.techtarget.com/.../def.../triple-bottom-line-3BL - https://www.economist.com/news/2009/11/17/triple-bottom-line - https://www.forbes.com/.../what-the-3ps-of-the-triple.../... - https://greedisgoods.com/triple-bottom-line-%E0%B8%84%E0.../