ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
Share now
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.

ຂົວຟອງເຊົາທີ່ຕັ້ງຢູ່ແຂວງຟຸໂຖ “Phu Tho province” ທາງພາກເໜືອຂອງປະເທດຫວຽດນາມ ໄດ້ພັງລົງສູ່ແມ່ນໍ້າແດງຊ່ວງເວລາ ປະມານ 10 ໂມງເຊົ້າ ໃນຂະນະທີ່ລົດກຳລັງສັນຈອນຂ້າມຂົວ. ​ຈາກການລາຍ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ ພົບວ່າມີພາຫະນະຈຳນວນ 10 ຄັນເຊິ່ງປະກອບດ້ວຍລົດໃຫຍ່ ແລະ ລົດຈັກທີ່ຕົກລົງສູ່ແມ່ນໍ້າ ເຊີ່ງເຫດການນິ້ມີຜູ້ເສຍຊິວິດ 1 ຄົນ, ໄດ້ຮັບການຊ່ວຍເຫຼືອແລ້ວ 3 ຄົນ ແລະ ຍັງສືບຕໍ່ຄົ້ນຫາອີກ 7 ຊິວິດ. ຍິ່ງໄປກວ່ານັ້ນ, ການຈາລະຈອນໄດ້ຖືກຕັດຂາດ ເນື່ອງຈາກການຫັກຂອງຂົວ.

ໂດຍໃນປະຈຸບັນ, ທາງການຂອງຫວຽດນາມໄດ້ມີການສ້າງຂົວຊົ່ວຄາວຂື້ນເພື່ອຟື້ນຟູການສັນຈອນລະຫວ່າງສອງເຂດ ໂດຍຂົວດັ່ງກ່າວສາມາດຮອງຮັບນໍ້າໜັກໄດ້ບໍ່ເກີນ 10 ໂຕນ ເຊີ່ງນຳໃຊ້ໄດ້ສະເພາະແຕ່ພະຫານະເບົາເຊັ່ນ: ລົດຖີບ, ລົດຈັກ ແລະ ຄົນຍ່າງ. ໃນສ່ວນຂອງຂົວທີ່ຫັກນັ້ນ, ລັດຖະບານຫວຽດນາມໄດ້ມີແຜນທີ່ຈະສ້າງຄືນໃໝ່ ແລະ ຍັງຢູ່ໃນຂັ້ນຕອນຂອງການສຶກສາ ເພື່ອສ້າງ ແລະ ອອກແບບຂົວໃຫ້ມີຄວາມທົນທານຕໍ່ກັບສະພາບການປ່ຽນແປງຂອງອາກາດ.

#econewslaos#TyphoonYagi

ຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.