ຈາກຂໍ້ມູນທີ່ມີການລະບຸໃນເອກະສານຂອງອົງການລະຫວ່າງປະເທດເພື່ອການອະນຸລັກທຳມະຊາດ (IUCN) ເຜີຍໃຫ້ເຫັນຈໍານວນຂອງສັດທີ່ໄດ້ຂື້ນບັນຊີແດງໄວ້ກວ່າ 41,41ສາຍພັນ ແລະ ຈໍານວນ16,306 ຈາກສີ່ໝື່ນສາຍພັນທີ່ກຳລັງຕົກຢູ່ໃນອັນຕະລາຍສ່ຽງຕໍ່ການສູນພັນໃນໄວໆນີ້
ເສືອໂຄ່ງສຸມາຕຣາຖືວ່າຈັດເປັນສັດທີ່ໃກ້ສູນພັນ ຄາດວ່າທົ່ວໂລກຍັງຄົງຫຼົງເຫຼືອໃນປ່າບໍ່ຮອດ 400 ໂຕ ແລະ ຖືກຈັດຢູ່ໃນບັນຊີລາຍຊື່ 10 ອັນດັບສັດທີ່ໃກ້ສູນພັນທີ່ສຸດໃນປີ 2022 ເຊິ່ງໄດ້ແກ່:
1. ແຮດຊະວາ ຫຼື Javan Rhinoceros
2. ໂລມາວາກີຕາ
3. ອັງກໍລິລາພູເຂົາ
4. ເສືອສາຍພັນເບງກ໋ອລ, ເສຶອໂຄ່ງອິນໂດຈີນ, ເສືອສຸມາຕຣາ, ເສືອໄຊບີລ້ຽນ ແລະ ສືອມາລາຍູ 5. ຊ້າງເອເຊຍ
6. ລີງອຸລັງອຸຕັງ
7. ເຕົ່າໝາກເຟືອງ
8. ເສືອດາວຫິມະ
9. ໂລມາອິລະວະດີ ຫຼື ໂລມາຫົວບາດມີຄີບຫຼັງທີ່ອາໄສຢູ່ນໍ້າຈືດ ແລະ ທະເລ
10. ປາທູນ່າຄີບນ້ຳເງິນ ຫຼື ທູນ່າຍັກ
ສະນັ້ນ, ກົດໝາຍອະນຸລັກຊັບພະຍາກອນທຳມະຊາດ ແລະ ລະບົບນິເວດຂອງອິນໂດເນເຊຍຈຶ່ງກຳນົດໃຫ້ການຂ້າ ແລະ ລ່າສັດປ່າທີ່ອະນຸລັກໂດຍເຈດຕະນາມີໂທດຈຳຄຸກ 5 ປີ ແລະ ປັບໃໝສູງສຸດ 100 ລ້ານລູເປຍ ຫຼື ປະມານ 82,974,000 ກີບ.
ແຫຼ່ງຂ່າວຈາກ: https://www.facebook.com/617620494922400/posts/7964256610258715/?d=nhttps://www.animalsaroundtheglobe.com/the-10-most.../
ຮູບພາບຈາກ: AFP PHOTO / INDONESIAN POLICE