ຄວາມຫຼາກຫຼາຍທາງຊີວະນາໆພັນ 80% ແມ່ນຖືກປົກປ້ອງໂດຍຊົນເຜົ່າພື້ນເມືອງໃນທົ່ວໂລກ
ຄວາມຫຼາກຫຼາຍທາງຊີວະນາໆພັນ 80% ແມ່ນຖືກປົກປ້ອງໂດຍຊົນເຜົ່າພື້ນເມືອງໃນທົ່ວໂລກ
09 August, 2024
Share now
ວັນຊົນເຜົ່າພື້ນເມືອງໂລກ ສປປ ລາວ ກໍເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທາງດ້ານເຊື້ອຊາດ, ຊົນເຜົ່າ ແລະ ວັດທະນະທໍາ ເຊິ່ງ ສປປ ລາວປະກອບດ້ວຍ 50 ຊົນເຜົ່າໃນທົ່ວປະເທດ.

ວັນທີ 09 ສິງຫາ 2024 ເປັນວັນຊົນເຜົ່າພື້ນເມືອງໂລກ. ເຖິງແມ່ນວ່າ ປະຊາກອນຊົນເຜົ່າພື້ນເມືອງຕ່າງໆກວມເອົາພຽງແຕ່ 5 ເປີເຊັນ ຂອງຈໍານວນປະຊາກອນໂລກ, ແຕ່ພວກເຂົາສາມາດຊ່ວຍປົກປັກຮັກສາ 80 ສ່ວນຮ້ອຍ ຂອງຄວາມຫຼາກຫຼາຍຊີວະນາໆພັນໃນທົ່ວໂລກ, ຕາມການລາຍງານຂອງທະນາຄານໂລກ ປີ 2021.

ນັບໄດ້ເປັນເວລາຫຼາຍກວ່າພັນປີທີ່ຊົນເຜົ່າພື້ນເມືອງຕ່າງໆໃນທົ່ວໂລກໄດ້ມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ. ໂດຍມີການດໍາລົງຊີວິດທີ່ຕິດພັນກັບທໍາມະຊາດ, ເຄົາລົບສັດປ່າ ແລະ ຮູ້ຈັກການນໍາໃຊ້ຊັບພະຍາກອນໝູນວຽນແບບຍືນຍົງ.

ນອກຈາກນີ້, ສັດລ້ຽງລູກດ້ວຍນົມທີ່ໃກ້ຈະສູນພັນເກືອບເຄິ່ງໜຶ່ງຂອງໂລກ ແມ່ນໄດ້ຮັບການປົກປ້ອງ ແລະ ອາໄສຢູ່ໃນຂອບເຂດທີ່ຊົນເຜົ່າພື້ນເມືອງເປັນເຈົ້າຂອງ. ສະຖິຕິເຮັດໃຫ້ເຫັນວ່າໃນຫຼາຍໆປະເທດ ສັດ ແລະ ພືດຈໍານວນຫຼາຍທີ່ພົບເຫັນຢູ່ໃນຂອບເຂດການດໍາລົງຊີວິດທີ່ຊົນເຜົ່າພື້ນເມືອງເປັນເຈົ້າຂອງແມ່ນມີຄວາມອຸດົມສົມບູນທຽບເທົ່າກັບເຂດອະນຸລັກທໍາມະຊາດທີ່ໄດ້ຮັບການຄຸ້ມຄອງ.

ນອກນັ້ນ, ຊົນເຜົ່າພື້ນເມືອງຍັງມີບົດບາດສໍາຄັນຕໍ່ກັບການປົກປ້ອງພື້ນທີ່ປົກຄຸມຂອງປ່າຢູ່ເທິງໜ້າໂລກ ໂດຍອັດຕາການຕັດໄມ້ທໍາລາຍປ່າໃນຂອບເຂດທີ່ຊົນເຜົ່າພື້ນເມືອງອາໄສຢູ່ນັ້ນຕໍ່າກວ່າຄ່າສະເລ່ຍທົ່ວໂລກເຖິງ 1 ໃນ 4 ຫລື 25 ສ່ວນຮ້ອຍ (ອ້າງອີງຈາກ Earth.org) ເຮັດໃຫ້ມີຄວາມເປັນໄປໄດ້ທີ່ຂອບເຂດຂອງຊົນເຜົ່າພື້ນເມືອງອາໄສຢູ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນທີ່ອຸດົມສົມບູນຫຼາຍກວ່າພື້ນທີ່ປ່າສະຫງວນທີ່ຖືກອະນຸລັກໄວ້

ສະນັ້ນ, ເນື່ອງໃນວັນຊົນເຜົ່າພື້ນເມືອງໂລກ ພວກເຮົາ, Econews Laos ຢາກເຊີນຊວນໃຫ້ທຸກຄົນໃນຖານະທີ່ພວກເຮົາເປັນປະຊາກອນໂລກມາສົ່ງເສີມຄວາມເທົ່າທຽມ ແລະ ເຄົາລົບຄວາມຫຼາກຫຼາຍຂອງທຸກເຊື້ອຊາດໃນໂລກ ໃນວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ນໍາໄປສູ່ການພັດທະນາແບບມີສ່ວນຮ່ວມຢ່າງຍືນຍົງ.

ແຫຼ່ງຂໍ້ມູນອ້າງອີງ:

#econewslaos #WorldIndigenousDay #GlobalBiodiversity

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.