ລະບົບນິເວດປ່າໄມ້ຈະສາມາດຟື້ນຟູ ແລະ ເຕີບໃຫຍ່ເອງໄດ້ອີກຄັ້ງ, ເຊິ່ງເຕີບໃຫຍ່ໄວກວ່າການປູກປ່າທົດແທນຈາກມະນຸດ. ໂດຍກຸ່ມນັກວິໄຈຈາກນາໆຊາດ ກໍໄດ້ຢັ້ງຢືນວ່າຫາກມະນຸດບໍ່ມີການບຸກລຸກພື້ນທີ່ປ່າໄມ້ ແລະ ບໍ່ມີການລົບກວນພື້ນທີ່ດັ່ງກ່າວ ປ່າໄມ້ຈະສາມາດຂະຫຍາຍໂຕໄດ້ເອງຢ່າງອຸດົມສົມບູນພາຍໃນເວລາ 20ປີ, ເພາະມີກົນໄກຈາກທໍາມະຊາດທີ່ພືດ ແລະ ສັດປ່າໃນແຫຼ່ງດັ່ງກ່າວເປັນໂຕຊ່ວຍກະຕຸ້ນໃຫ້ພືດຂະຫຍາຍໂຕ.
ການສຶກສາໃນຄັ້ງນີ້ ມີນັກວິໄຈຈາກ 90 ຄົນທ່ົວໂລກຮ່ວມກັນວິເຄາະ ການປູກປ່າໃນເຂດຮ້ອນ, ໂດຍໃຊ້ຂໍ້ມູນການຟື້ນຟູປ່າຈາກ 3 ທະວີບ ແລະ ໃຊ້ເກນການປະເມີນຢູ່ 12 ຂໍ້ເຊັ່ນ: ດິນ, ກົນໄກຂອງພືດ, ໂຄງສ້າງລະບົບນິເວດ, ຄວາມຫຼາກຫຼາຍທາງຊີວະພາບ ແລະ ອື່ນໆ ມາເປັນໂຕຊີ້ວັດ, ໂດຍແບບຈໍາລອງນີ້ໃຊ້ເຕັກນິກ Chronosequencing ບໍ່ຈໍາເປັນຕ້ອງໃຊ້ເວລາເຖິງ 100ປີ ໃນການທົດລອງ.
ເຫັນວ່າໂດຍລວມແລ້ວ ປ່າເຂດຮ້ອນສາມາດກັບຄືນສູ່ສະພາບເດີມໄດ້ຫຼາຍເຖິງ78% ໃນເວລາ 20 ປີ. ໃນນັ້ນຕາມການຄໍານວນແລ້ວລະບົບນິເວດຈະໃຊ້ເວລາຟື້ນຟູແຕກຕ່າງກັນເພາະ ດິນຕ້ອງໃຊ້ເວລາ 10 ປີ, ຊຸມຊົນພືດ ແລະ ສັດໃຊ້ເວລາ 60 ປີ ແລະ ຊີວະມວນໃຊ້ເວລາທັງໝົດ 120 ປີ ໃນການກັບຄືນສູ່ສະພາບເດີມ.
ນັກວິທະຍາສາດຍັງກ່າວວ່າ ພື້ນທີ່ການກະສິກໍາ ທີ່ຖືກຖິ້ມໄວ້ໃນສອງສາມລະດູການ ແລະ ກາຍເປັນປ່າເກົ່ານັ້ນ, ຫາກມີດິນທີ່ອຸດົມສົມບູນ, ຕົ້ນໄມ້ທີ່ຫຼົງເຫຼືອຢູ່ພືດກໍສາມາດແຕກກິ່ງອອກໄດ້ ແລະ ພ້ອມທັງຍັງເຊື່ອມໂຍງລະບົບນິເວດປ່າໃຫມ່ໃຫ້ຈະເລີນເຕີບໃຫຍ່ໄດ້.
Lourens Poorters ສາດສະດາຈານທາງດ້ານກົນໄກທາງນິເວດວິທະຍາ, ຍັງກ່າວອີກວ່າ “ເຮົາບໍ່ຈໍາເປັນທີ່ຈະຕ້ອງປູກຕົ້ນໄມ້ທົດແທນເພີ່ມ ໃນເມື່ອທໍາມະຊາດກໍສາມາດເຮັດໜ້າທີ່ຂອງມັນໄດ້ເອງ”, “ເມື່ອທຽບກັບການປູກຕົ້ນໄມ້ໃຫມ່ນັ້ນ, ການທີ່ປ່າເຕີບໃຫຍ່ເອງຈະສາມາດສະແດງຄວາມຫຼາກຫຼາຍທາງຊີວະພາບ, ບັນເທົາບັນຫາການປ່ຽນແປງດິນຟ້າອາກາດ ແລະ ການຟື້ນຟູສານອາຫານໄດ້ດີ ກວ່າ”.
#EconewsLaos#ForestCover#Biodiversity
ແຫຼ່ງຂໍ້ມູນຈາກ:
https://www.theguardian.com/.../tropical-forests-can...