ໃນນັ້ນ, ຈໍານວນປະຊາກອນຂອງ ສັດເລືອຄານ ຫຼາຍກວ່າ 500 ສາຍພັນແມ່ນມີທ່າອ່ຽງຫຼຸດລົງ ໃນຊ່ວງ 50 ກວ່າປີທີ່ຜ່ານມາ ແລະ 90 ຊະນິດຂອງຈໍານວນປະຊາກອນນັ້ນກໍໄດ້ມີການສູນພັນ ແລະ ເປັນສິ່ງທີ່ໜ້າກັງວົນໃຈຫຼາຍ.
ເຮົາຊວນທ່ານມາເບິ່ງການວາງສະແດງ ທີ່ຈັດໂດຍ ທ່ານ Nathanaël Maury, ນັກວິທະຍາສາດພົນລະເມືອງ ຜູ້ທີ່ພັດທະນາເຕັກນິກການຖ່າຍຮູບພາບ. ໂດຍໃນງານກໍໄດ້ມີການຈັດງານວາງສະແດງຮູບພາບ ຄວາມຫຼາກຫຼາຍດ້ານຊີວະນານາພັນລາວ ໃຫ້ທຸກທ່ານໄດ້ເຂົ້າຮ່ວມຊົມຄວາມຫຼາກຫຼາຍອັນສວຍງາມຂອງສັດເຫຼົ່ານີ້້ ດ້ວຍຮູບພາບທີ່ມີຄວາມລະອຽດຄົມຊັດສູງ.
ສົນໃຈເຂົ້າຮ່ວມເບິ່ງການວາງສະແດງໃຫ້ທ່ານໄດ້ທີ່:
ສະຖານທີ່: ສະຖາບັນຝຣັ່ງInstitut Français du Laos
ແຜນທີ່:https://goo.gl/maps/nvAMuEN5mES4bTtQ7
ມື້ນີ້ ຈົນຮອດ 30 ພະຈິກ 2021
ນອກຈາກນີ້, ທ່ານຍັງສາມາດຮັບຊົມ ຮູບເງົາໃນຫົວຂໍ້ທີ່ຈະກຽມສາຍໃນລະຫວ່າງງານວາງສະແດງ ໂດຍທ່ານ ເອຣິກ ເດຮາໂຣ (Eric Deharo), ຜູ້ຕາງໜ້າຂອງສະຖາບັນຄົ້ນຄວ້າເພື່ອການພັດທະນາປະຈຳລາວ ໄດ້ທີ່:https://youtu.be/7u0xwcvlKWc