ບົດສຳພາດ: ການຄົ້ນພົບເຈຍໃນລາວທີ່ມີໄວຣັສໃກ້ຄຽງ SARS-CoV-2 ບອກຫຍັງເຮົາແດ່?
ບົດສຳພາດ: ການຄົ້ນພົບເຈຍໃນລາວທີ່ມີໄວຣັສໃກ້ຄຽງ SARS-CoV-2 ບອກຫຍັງເຮົາແດ່?
24 January, 2022
Share now
ມື້ນີ້ເຮົາມີໂອກາດສຳພາດ ປອ. ບຸນສະຫວັນ ດວງບຸບຜາ, ໜຶ່ງໃນທີມຄົ້ນຄວ້າ, ທັງເປັນ ຫົວໜ້າພະແນກຄົ້ນຄວ້າ ແລະ ບໍລິການວິຊາການ, ແລະ ເປັນອາຈານສອນຢູ່ທີ່ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ. ທາງດ້ານການຄົ້ນຄວ້າວິໄຈແມ່ນເວົ້າໄດ້ວ່າເພິ່ນເປັນຊ່ຽວຊານເລື່ອງເຈຍຄົນດຽວຂອງປະເທດລາວ.

ຈຸດເລີ່ມຕົ້ນການເປັນຊ່ຽວຊານດ້ານເຈຍ.ອາຈານສຶກສາຊີວະວິທະຍາໃນລະດັບປະລິນຍາຕີ ແລະ ສຸມໃສ່ຄວາມສົນໃຈດ້ານສັດປ່າເປັນພິເສດ. ຄວາມສົນໃຈເລື່ອງເຈຍແມ່ນເລີ່ມຕັ້ງແຕ່ການສຶກສາລະດັບປະລິນຍາໂທທີ່ອາຈານສຶກສາດ້ານອະນຸກົມວິທານ ຫຼື ຄວາມຫຼາຍຫຼາກ (taxonomy) ທີ່ໄດ້ເລີ່ມຮຽນຮູ້ການຈຳແນກສາຍພັນເຈຍ. ກໍເລີຍຄິດວ່າ ປະຈຸບັນປະເທດລາວເຮົາຍັງບໍ່ມີຊ່ຽວຊານເລື່ອງນີ້ແບບສະເພາະດ້ານແຕ່ລະສາຂາສັດປ່າ ໂດຍສະເພາະເຈຍ, ກໍເລີຍຕັດສິນໃຈຕໍ່ລະດັບປະລິນຍາເອກ ແລະ ເຮັດການຄົ້ນຄວ້າເລື່ອງສາຍພັນເຈຍເປັນຕົ້ນມາ.

ປະສົບການເຮັດບົດຄົ້ນຄວ້າເລື່ອງເຈຍທີ່ຜ່ານມາ. ປີ 2017 – 2018 ໄດ້ຮັບທຶນການສຶກສາກ່ຽວກັບການເຄື່ອນຍ້າຍຂອງເຈຍຈາກ National Geographic. ແຕ່ໃນການສຶກສາທີ່ໄດ້ຮັບທຶນປະຈຸບັນ, ສ່ວນໃຫຍ່ກໍຈະກ່ຽວກັບການສຶກສາພະຍາດໃນເຈຍ, ເຊັ່ນ ຮ່ວມກັນກັບກະຊວງສາທາລະນະສຸກ ແລະ ສະຖາບັນປາສເຕີ (Pasteur Institute), ກະຊວງກະສິກຳ ແລະ ປ່າໄມ້, Wildlife Conservation Society (WCS) ເປັນຕົ້ນ. ເຊິ່ງກໍສະແດງໃຫ້ເຫັນວ່າຄວາມສົນໃຈເລື່ອງພະຍາດໃນເຈຍມີມາກ່ອນການລະບາດຂອງ ໂຄວິດ-19 ແລ້ວ.

ການຄົ້ນຄວ້ານີ້ວ່າເກີດຂຶ້ນໄດ້ແນວໃດ? ຈາກການຮ່ວມມືຂອງພາກສ່ວນໃດແດ່?ເປັນໂຄງການຮ່ວມມືກັບສະຖາບັນປາສເຕີ ທີ່ເພິ່ນໄດ້ເຊີນມາໃຫ້ທາງເຮົາເຮັດວຽກນຳໂດຍການຈັບ ແລະ ຈໍາແນກສາຍພັນເຈຍ ເຊິ່ງທາງສະຖາບັນເພິ່ນເປັນຝ່າຍວິເຄາະຫາເຊື້ອຕ່າງໆ. ການຮ່ວມມືນີ້ແມ່ນເລີ່ມຕັ້ງແຕ່ປີ 2015 ເປັນຕົ້ນມາ ເຊິ່ງເພິ່ນໄດ້ຮັບທຶນໃນການສຶກສາເຊື້ອພະຍາດທີ່ອາດຈະເກີດຂຶ້ນໃໝ່ ແຕ່ຕອນນັ້ນບໍ່ໄດ້ສຸມໃສ່ ໂຄໂຣນາ ໄວຣັສ. ແຕ່ທີ່ຜ່ານມາກໍມີການຄົ້ນພົບໄວຣັສຕະກູນໂຄໂຣນາອື່ນໆທີ່ອາດຈະບໍ່ຮ້າຍແຮງ ແລະ ລວມໄປເຖິງພາຫະຕ່າງໆທີ່ອາດນຳພະຍາດເຫຼົ່ານັ້ນມາສູ່ຄົນໄດ້. ຢ່າງໃດກໍຕາມ, ຫຼັງຈາກນັ້ນໂຄງການກໍໄດ້ຢຸດຊະງັກລົງຈົນມາມີການລະບາດຂອງ ໂຄວິດ-19 ນີ້ ເພິ່ນກໍໄດ້ທຶນມາຈາກ ສະຖາບັນປາສເຕີປາຣີ ແລະ ກອງທຶນຂະໜາດນ້ອຍຂອງສະຖານທູດອັງກິດເພື່ອສຶກສາສະເພາະດ້ານນີ້ຕໍ່ໄດ້ ກໍຄືຄວາມຫຼາກຫຼາຍຂອງໂຄໂຣນາໄວຣັສ ແລະ ປັດໄຈດ້ານພາຫະການແພ່ເຊື້ອ.

ການຄົ້ນພົບທີ່ໂດດເດັ່ນໃນການສຶກສາຄັ້ງນີ້ມີຫຍັງແດ່?ຜົນການຄົ້ນຄວ້າປະຈຸບັນຂອງເຮົາແມ່ນຄົ້ນພົບວ່າມີເຈຍໃນລາວທີ່ມີໄວຣັສທີ່ຄ້າຍຄືກັບເຊື້ອ SARS-CoV-2 ເທົ່ານັ້ນ, ຍັງບໍ່ທັນກ້າວໄປເຖິງວ່າ ມັນສາມາດຕິດຕໍ່ໃສ່ມະນຸດໄດ້ຫຼືບໍ່ ແລະ ຕິດຕໍ່ທາງໃດ ຄືຫຼາຍໆຄົນອ່ານ ແລະ ມັກເຂົ້າໃຈຜິດ ຄິດວ່າການວິໄຈນີ້ສ້າງຄວາມແຕກຕື່ນ. ຈາກການຄົ້ນພົບກ່ຽວກັບການແພ່ເຊື້ອໄວຣັສຈາກສັດປ່າ, ມັນຍັງບໍ່ສາມາດແພ່ໄດ້ໂດຍກົງ ແຕ່ຕ້ອງມີໂຕພາຫະຕ່າງໆເຊັ່ນ ເຫັບ ເປັນຕົ້ນ.ການຄົ້ນພົບຄັ້ງນີ້ຫຼັກໆແມ່ນ ເຊື້ອໄວຣັສທີ່ເຫັນໃນເຈຍ 3 ຊະນິດໃນລາວ ເຊິ່ງມີຄວາມໃກ້ຄຽງກັບເຊື້ອ COVID-19 ໃນປະຈຸບັນຫຼາຍກວ່າ 95%. ແຕ່ຢ່າງໃດກໍດີ ສ່ວນໜຶ່ງຂອງ ໄວຣັສທີ່ເປັນຕົ້ນເຫດໃຫ້ມະນຸດມີອາການໄຂ້ ແລະ ບໍ່ສະບາຍແມ່ນບໍ່ໄດ້ກວດພົບໃນເຈຍພວກນີ້.

post-images

ການຄົ້ນພົບຄັ້ງນີ້ ມັນມີຄວາມສຳຄັນແນວໃດແດ່ຕໍ່ກັບມະນຸດ ຄວາມສຳຄັນແນວໃດແດ່ໃນການປົກປັກຮັກສາຊີວະນານາພັນ?ການຄົ້ນພົບຄັ້ງນີ້ກໍມີຄວາມສຳຄັນໃຫ້ມີການປ້ອງກັນການແພ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນມາໃໝ່. ໂດຍການຮັບຮູ້ວ່າມີເຊື້ອພະຍາດໃດແດ່ໃນທໍາມະຊາດ ແລະ ເຮົາຈະມີການປ້ອງກັນບໍ່ໃຫ້ແພ່ມາທີ່ມະນຸດແນວໃດ.ໃນເມື່ອກ່ອນກໍບໍ່ພຽງແຕ່ມີໂຄໂຣນາ. ທີ່ຜ່ານມາເຮົາອາດຈະເຄີຍໄດ້ຍິນເລື່ອງຂອງພະຍາດອີໂບລາ (Ebola virus) ຫຼື ນິປາ (Nipah virus) ທີ່ລ້ວນເກີດມາຈາກເຈຍ ແລະ ມີຜົນກະທົບຫຼວງຫຼາຍຕໍ່ຄົນ. ສະແດງວ່າການອຸບັດໃໝ່ຂອງເຊື້ອພະຍາດອາດເກີດຂຶ້ນມາໄດ້ສະເໝີ. ແຕ່ກ່ອນໂຄໂຣນາໄວຣັສກໍມີການຄົ້ນພົບເຫັນໃນເຈຍຢູ່ແລ້ວແຕ່ບໍ່ໄດ້ຮັບຄວາມສົນໃຈຈົນມັນເກີດມີການລະບາດຂຶ້ນມາ. ຫາກໃນເມື່ອກ່ອນເຮົາມີຄວາມສົນໃຈ ແລະ ທຶນຮອນໃນການສຶກສາພຽງພໍອາດຈະເປັນໄປໄດ້ວ່າມີການຢັບຢັ້ງທັນ.ຂໍ້ດີຕໍ່ກັບດ້ານສິ່ງແວດລ້ອມ ແມ່ນອາດຈະເຮັດໃຫ້ຄົນບໍລິໂພກສັດປ່າໜ້ອຍລົງ ແລະ ຊ່ວຍໃນການປົກປັກຮັກສາຊີວະນານາພັນຈາກການລ່າເພື່ອເປັນອາຫານຂອງມະນຸດ. ເນື່ອງຈາກການຮັບຮູ້ວ່າສັດປ່າແມ່ນມີເຊື້ອພະຍາດຕ່າງໆທີ່ສາມາດແພ່ລະບາດມາຍັງມະນຸດໄດ້.

post-images

ແມ່ນຫຍັງທີ່ຈະເປັນເຫດໃຫ້ມະນຸດມີຄວາມສ່ຽງໃນການຕິດເຊື້ອໄວຣັສຈາກສັດປ່າໃນອະນາຄົດ? ແລະ ເຮົາຈະປ້ອງກັນແນວໃດ?ຢ່າລືມວ່າສັດປ່າເປັນແຫຼ່ງເກັບເຊື້ອພະຍາດຕ່າງໆ ແລະ ເຂົາເຈົ້າຢູ່ນຳກັນມາແຕ່ດົນແລ້ວ, ເຊັ່ນຢູ່ໃນເຈຍຖືວ່າເປັນແຫຼ່ງເຊື້ອພະຍາດຂະໜາດໃຫຍ່ ແລະ ໃນສັດປ່າອື່ນໆກໍມີເຊັ່ນກັນ. ດັ່ງນັ້ນ, ເມື່ອມະນຸດມີການສຳພັດ ແລະ ການບໍລິໂພກຫຼາຍ, ໂອກາດທີ່ຈະມີເຊື້ອອຸບັດໃໝ່ແມ່ນຫຼາຍຂຶ້ນ. ເມື່ອພະຍາດມີການປ່ຽນຖ່າຍຜູ້ໃຫ້ອາໄສ, ມັນຈະມີການວິວັດທະນາການຂອງເຊື້ອໃໝ່ ແລະ ມະນຸດບໍ່ໄດ້ມີພູມຄຸ້ມກັນທີ່ສາມາດຕ້ານກັບເຊື້ອໄດ້ຄືກັນກັບສັດປ່າທີ່ເຂົາວິວັດທະນາການມາດົນນານແລ້ວ.

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
11 ທັນວາ ວັນພູເຂົາສາກົນ!
11 December, 2024
11 ທັນວາ ວັນພູເຂົາສາກົນ!
ພູເຂົາເປັນບ້ານຂອງຄົນ ແລະ ແຫຼ່ງກຳເນີດສິ່ງທີ່ມີຊິວິດຫຼາກຫຼາຍສາຍພັນ, ເປັນລົມຫາຍໃຈ ແລະ ເປັນອູ່ເຂົ້າອູ່ນໍ້າສະໜອງຄວາມຢູ່ດີກິນດີຂອງທຸກຊິວິດ. ມີແມ່ນໍ້າສຳຄັນຫຼາຍສາຍກຳເນີດມາຈາກສາຍພູ, ມີພືດພັນ ແລະ ປ່າໄມ້ຫຼາຍຊະນິດທີ່ຫຼໍ່ລ້ຽງຜູ້ຄົນ ແລະ ສິ່ງທີ່ມີຊິວິດອື່ນໆ. ພ້ອມດຽວກັນນັ້ນ, ກໍຍັງຊ່ວຍສົ່ງເສີມການເຕີບໂຕຂອງຊຸມຊົນ ກໍຄືການສະໜອງຊັບພະຍາກອນຕໍ່ການພັດທະນາດ້ານເສດຖະກິດ.
ປະເທດຊິມບັບເວມີແຜນລົ້ມຊ້າງປ່າຈຳນວນ 200 ໂຕ ເພື່ອເປັນອາຫານ ແຈກຢາຍປະຊາຊົນຍ້ອນໄພອຶດຫິວຈາກພາວະໂລກຮ້ອນ
09 December, 2024
ປະເທດຊິມບັບເວມີແຜນລົ້ມຊ້າງປ່າຈຳນວນ 200 ໂຕ ເພື່ອເປັນອາຫານ ແຈກຢາຍປະຊາຊົນຍ້ອນໄພອຶດຫິວຈາກພາວະໂລກຮ້ອນ
ໄພແລ້ງຈາກ El Niño (ເອລນິໂຍ) ສົ່ງຜົນໃຫ້ເກີດພາວະຝົນແລ້ງ ກໍຄືປະລິມານນໍ້າຝົນຈະໜ້ອຍກວ່າປົກກະຕິ ແລະ ອຸນຫະພູມສູງຂຶ້ນ ໄດ້ທໍາລາຍພືດຜົນທາງການຜະລິດໃນຕອນໃຕ້ຂອງທະວີບອາຟຣິກາ ເຮັດໃຫ້ເກີດການຂາດແຄນທາງອາຫານທີ່ກະທົບຫຼາຍກວ່າ 68 ລ້ານຄົນ. ປະເທດຊິມບັບເວເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບ ເນື່ອງຈາກເຄິ່ງໜຶ່ງຂອງຈໍານວນປະຊາກອນກໍາລັງຜະເຊີນກັບໄພອຶດຫິວຫຼັງຈາກພົບກັບວິກິດໄພແລ້ງທີ່ຮຸນແຮງໃນຮອບ 40 ປີ ແລະ ຈະຂ້າຊ້າງ 200 ໂຕ ເພື່ອແຈກຢາຍເປັນອາຫານໃຫ້ແກ່ປະຊາຊົນທີ່ກໍາລັງໄດ້ຮັບຜົນກະທົບ.