ມາສ່ອງ! ຊຸດນາງແບບເປັນມິດກັບສິ່ງແວດລ້ອມ
ມາສ່ອງ! ຊຸດນາງແບບເປັນມິດກັບສິ່ງແວດລ້ອມ
23 June, 2022
Share now
Nguyen Thi Huong Ly ໜຶ່ງໃນຜູ້ເຂົ້າປະກວດ Miss Universe Vietnam 2022 ທີ່ມາໃນຊຸດລາຕີສີເນື້ອຮອບ Semifinal ສະກົດສາຍຕາທັງຄະນະກໍາມະການ ແລະ ຜູ້ເຂົ້າຮ່ວມຊົມການແຂ່ງຂັນ ແຕ່ທີ່ວ້າວໄປກວ່ານັ້ນກໍ່ຄື ຊຸດທີ່ນາງສວມໃສ່ຂຶ່້ນເວທີ ແມ່ນເຮັດມາຈາກ ແບັກທີເລຍ-ຢີສ Scoby (Symbiotic Colony of Bacteria and Yeast) ເຊິ່ງເປັນຈຸລິນຊີພັນດີ ສາມາດຍ່ອຍນໍ້າຕານໃຫ້ກາຍເປັນສານອາຫານຕ່າງໆທີ່ມີປະໂຫຍດຕໍ່ຮ່າງກາຍຄົນເຮົາ.

Nguyen Thi Huong Ly ໄດ້ອອກແບບຊຸດນີ້ຮ່ວມກັບ ນັກອອກແບບຂອງລາວເອງ Tran Hung ໄດ້ລ້ຽງ Scoby ປະມານ 3 ອາທິດ ໂດຍຜ່ານຂັ້ນຕອນ ແລະ ຂະບວນການຕ່າງໆຈົນມັນແຫ້ງເປັນແຜ່ນບາງໆ ແລ້ວນໍາມາເຂົ້າຮ່າງແບບສະເກັດເພື່ອຕັດຫຍິບເປັນສຸດລາຕີ. ນາງ Nguyen ໄດ້ກ່າວເຖິງທີ່ມາຂອງຊຸດດັ່ງກ່າວຜ່ານວີດີໂອໃນ IG ຂອງລາວ @huongly.ngg ນີ້ຖືເປັນຄັ້ງທໍາອິດຂອງວົງການ Fashion ຫວຽດນາມ ທີ່ແບຣນເສື້ອຜ້າຂອງ Nguyen ໄດ້ຕັດຊຸດທີ່ເຮັດມາຈາກວັດສະດຸທາງເລືອກ ທີ່ເປັນມິດກັບສິ່ງແວດລ້ອມ ໂດຍໃຊ້ຜ້າທີ່ເຮັດມາຈາກ ແບັກທີເລຍ-ຢີສ (Scoby) ເຊິ່ງເປັນຄວາມພາກພູມໃຈຂອງລາວທີ່ສາມາດນໍາສະເຫນີ Fashion ແບບຍືນຍົງໃຫ້ກັບຄົນພາຍໃນປະເທດ ແລະ ກໍ່ທົ່ວໂລກໄດ້ຮັບຮູ້.

post-images
post-images

ຊຸດລາຕີນີ້ຈະສື່ສານໃຫ້ເຫັນເຖິງຄວາມສໍາຄັນ ໃນການຮັກສາສິ່ງແວດລ້ອມຂອງພວກເຮົາ ແລະ ການພັດທະນາວັດສະດຸທາງເລືອກຕ່າງໆ ບໍ່ສະເພາະແຕ່ ແບັກທີເລຍ-ຢີສ (Scoby), ທີ່ສະທ້ອນໃຫ້ເຫັນບັນຫາຂອງ Fast Fashion ແລະ ນີ້ຈະເປັນຊຸດລາຕີໃນປະຫວັດສາດຂອງການປະກວດ ນາງງາມຈັກວານ ທີ່ເປັນກະບອກສຽງໃຫ້ກັບວົງການ Fashion ໃນທົ່ວໂລກ ບໍ່ສະເພາະແຕ່ໃນຫວຽດນາມ.

post-images
post-images

#econewslaos#greeninnovation#FastFashion ແຫຼ່ງອ້າງອີງ: https://www.facebook.com/1523107561151019/posts/4919430084852066https://instagram.com/huongly.ngg?igshid=YmMyMTA2M2Y=https://www.instagram.com/p/Ce_KFb8IrQB/

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
11 ທັນວາ ວັນພູເຂົາສາກົນ!
11 December, 2024
11 ທັນວາ ວັນພູເຂົາສາກົນ!
ພູເຂົາເປັນບ້ານຂອງຄົນ ແລະ ແຫຼ່ງກຳເນີດສິ່ງທີ່ມີຊິວິດຫຼາກຫຼາຍສາຍພັນ, ເປັນລົມຫາຍໃຈ ແລະ ເປັນອູ່ເຂົ້າອູ່ນໍ້າສະໜອງຄວາມຢູ່ດີກິນດີຂອງທຸກຊິວິດ. ມີແມ່ນໍ້າສຳຄັນຫຼາຍສາຍກຳເນີດມາຈາກສາຍພູ, ມີພືດພັນ ແລະ ປ່າໄມ້ຫຼາຍຊະນິດທີ່ຫຼໍ່ລ້ຽງຜູ້ຄົນ ແລະ ສິ່ງທີ່ມີຊິວິດອື່ນໆ. ພ້ອມດຽວກັນນັ້ນ, ກໍຍັງຊ່ວຍສົ່ງເສີມການເຕີບໂຕຂອງຊຸມຊົນ ກໍຄືການສະໜອງຊັບພະຍາກອນຕໍ່ການພັດທະນາດ້ານເສດຖະກິດ.
ປະເທດຊິມບັບເວມີແຜນລົ້ມຊ້າງປ່າຈຳນວນ 200 ໂຕ ເພື່ອເປັນອາຫານ ແຈກຢາຍປະຊາຊົນຍ້ອນໄພອຶດຫິວຈາກພາວະໂລກຮ້ອນ
09 December, 2024
ປະເທດຊິມບັບເວມີແຜນລົ້ມຊ້າງປ່າຈຳນວນ 200 ໂຕ ເພື່ອເປັນອາຫານ ແຈກຢາຍປະຊາຊົນຍ້ອນໄພອຶດຫິວຈາກພາວະໂລກຮ້ອນ
ໄພແລ້ງຈາກ El Niño (ເອລນິໂຍ) ສົ່ງຜົນໃຫ້ເກີດພາວະຝົນແລ້ງ ກໍຄືປະລິມານນໍ້າຝົນຈະໜ້ອຍກວ່າປົກກະຕິ ແລະ ອຸນຫະພູມສູງຂຶ້ນ ໄດ້ທໍາລາຍພືດຜົນທາງການຜະລິດໃນຕອນໃຕ້ຂອງທະວີບອາຟຣິກາ ເຮັດໃຫ້ເກີດການຂາດແຄນທາງອາຫານທີ່ກະທົບຫຼາຍກວ່າ 68 ລ້ານຄົນ. ປະເທດຊິມບັບເວເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບ ເນື່ອງຈາກເຄິ່ງໜຶ່ງຂອງຈໍານວນປະຊາກອນກໍາລັງຜະເຊີນກັບໄພອຶດຫິວຫຼັງຈາກພົບກັບວິກິດໄພແລ້ງທີ່ຮຸນແຮງໃນຮອບ 40 ປີ ແລະ ຈະຂ້າຊ້າງ 200 ໂຕ ເພື່ອແຈກຢາຍເປັນອາຫານໃຫ້ແກ່ປະຊາຊົນທີ່ກໍາລັງໄດ້ຮັບຜົນກະທົບ.