ໃນເວັບໄຊທ໌ solarimpulse.com ໄດ້ສະຫລຸບວິທີທີ່ຈະແກ້ໄຂບັນຫາໄດ້ດີທີ່ສຸດໄວ້ດັ່ງນີ້: 1. ປ່ຽນມາໃຊ້ພະລັງງານທົດແທນ ແລະ ຜະລິດພະລັງງານແບບສະອາດ, 2. ຮັກສາປະສິດທິພາບຂອງພະລັງງານ ແລະ ການນໍາໃຊ້3. ປ່ຽນມາໃຊ້ຍານພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ຫຼາຍຂຶ້ນ4. ການສ້າງອາຄານສະຖາປັດຕະຍະກໍາສີຂຽວ(Green building)
ອາດຈະເບິ່ງຄືວ່າເປັນເລື່ອງໃຫຍ່ ແລະ ໄກໂຕເຮົາຈົນເກີນໄປ ແຕ່ຄວາມຈິງແລ້ວ ວິທີດັ່ງກ່າວສາມາດເລີ່ມຕົ້ນຈາກກິດຈະວັດປະຈໍາວັນຂອງເຮົາເຊັ່ນ:
1. ຊ່ວຍກັນປະຫຍັດໄຟຟ້າ ເຊັ່ນ: ເຄື່ອງໃຊ້ໃນເຮືອນ, ສໍານັກງານຫ້ອງການ ຫຼຶ ສະຖານທີ່ທາລະນະອື່ນໆ ທີ່ບໍ່ຈໍາເປັນ
2. ໃຊ້ຍານພາຫະນະສາທາລະນະ ຫຼື ຕິດລົດກັບເພື່ອນຮ່ວມເດີນທາງແທນການໃຊ້ລົດຄົນລະຄັນ
3. ກວດສອບຖັງນໍ້າມັນລົດ ຫຼື ກ໊າສໃນຄົວເຮືອນບໍ່ໃຫ້ຮົ່ວໄຫຼ
4. ໝັ່ນກວດສອບຍານພາຫະນະທຸກຊະນິດໃຫ້ຢູ່ໃນສະພາບດີສະເໝີ ກວດສອບຢາງລົດ ຫຼື ຖັງນໍ້າມັນເປັນຕົ້ນ
5. ໃຊ້ຜະລິດຕະພັນສີທາເຮືອນ, ຜະລິດຕະພັນເຮັດຄວາມສະອາດ ທີ່ເປັນມິດຕໍ່ສິ່ງແວດລ້ອມ.
6. ບໍ່ຈູດເຜົາໃບໄມ້ແຫ້ງ ແລະ ຂີ້ເຫຍື້ອກາງແຈ້ງ. ແຍກປະເພດຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ມາເຮັດຝຸ່ນບົ່ມໃຫ້ເປັນປຸ໋ຍໃສ່ຕົ້ນໄມ້ແທນ.
ພວກເຮົາເຊື່ອວ່າ ການປັບປ່ຽນເທື່ອລະຫນ້ອຍ ຂອງຫລາຍພັນລ້ານຄົນ ທີ່ຮ່ວມກັນປະຕິບັດຢ່າງສະຫມໍ່າສະເຫມີ ຈະສາມາດຄວາມປ່ຽນແປງທີ່ຍິ່ງໃຫຍ່ໄດ້.
1. ປ່ຽນມາໃຊ້ພະລັງງານທົດແທນ ແລະ ຜະລິດພະລັງງານແບບສະອາດ
ວິທີພື້ນຖານທີ່ສຸດທີ່ຈະຊ່ວຍຫຼຸດຜ່ອນການສ້າງມົນລະພິດ ແມ່ນການຢຸດໃຊ້ພະລັງງານເຜົາຖ່ານຫີນ ແລ້ວຫັນມາໃຊ້ພະລັງງານສະອາດເຊັ່ນ ພະລັງງານແສງອາທິດ ຫຼື ພະລັງງານລົມ.
2. ຮັກສາປະສິດທິພາບຂອງພະລັງງານ ແລະ ການນໍາໃຊ້
ຫລຸດຜ່ອນກິດຈະກໍາທີ່ສ້າງມົນລະພິດ, ປະຢັດພະລັງງານ, ເລືອກໃຊ້ພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ, ເຊິ່ງເລີ່ມໂດຍການປັບປ່ຽນພຶດຕິກໍາໃນການດໍາລົງຊີວິດໃນແຕ່ລະມື້. ຫມັ່ນກວດສອບຄຸນະພາບຂອງເຄື່ອງໃຊ້ ແລະ ຍານພາຫະນະບໍ່ໃຫ້ຢູ່ໃນສະພາວະທີ່ສ້າງມົນລະພິດ.
3. ປ່ຽນມາໃຊ້ຍາມພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ຫຼາຍຂຶ້ນ
ຫັນມາໃຊ້ລົດຍົນທີ່ໃຊ້ໄຟຟ້າ ຫຼື ພະລັງງານອາຍນໍ້າ. ນອກຈາກນັ້ນແລ້ວ ກໍຄວນສົ່ງເສີມການໃຊ້ພາຫະນະ ສາທາລະນະທີ່ໃຊ້ຮ່ວມກັນໄດ້, ເພື່ອຫຼຸດຜ່ອນຄວາມແອອັດເທິງຖະໜົນຫົນທາງ ແລະ ສ້າງມົນລະພິດຈາກຄວັນລົດ.
4. ການສ້າງອາຄານສະຖາປັດຕະຍະກໍາສີຂຽວ(Green building)
ການປັບປ່ຽນ ຫຼືປຸກສ້າງອາຄານແບບໃໝ່ທີ່ຄໍານຶງເຖິງປັດໄຈອ້ອມຂ້າງ, ເລືອກໃຊ້ວັດສະດຸທີ່ເປັນມິດ, ສ້າງສະພາບແວດລ້ອມ ຫລື ມີລະບົບອາຄານທີ່ສາມາດປະຢັດພະລັງງານ,ການນໍາໃຊ້ຊັບພະຍາກອນພາຍໃນອາຄານຢ່າງມີປະສິດທິພາບ ແລະ ຫຼຸດຜ່ອນການປ່ອຍກາກບອນ.
ຂໍ້ມູນອ້າງອີງ: https://www3.epa.gov/region1/airquality/reducepollution.htmlhttps://solarimpulse.com/air-pollution-solutions