ການລ້ຽງເປັດໃນນາເຂົ້າ ຊ່ວຍເພີ່ມຈຳນວນຜົນຜະລິດເປັນເທົ່າໂຕ, ກຳຈັດສັດຕູພືດ ແລະ ຫຼຸດຜ່ອນການໃຊ້ປຸ໋ຍເຄມີໃນນາເຂົ້າ
ການລ້ຽງເປັດໃນນາເຂົ້າ ຊ່ວຍເພີ່ມຈຳນວນຜົນຜະລິດເປັນເທົ່າໂຕ, ກຳຈັດສັດຕູພືດ ແລະ ຫຼຸດຜ່ອນການໃຊ້ປຸ໋ຍເຄມີໃນນາເຂົ້າ
24 September, 2024
Share now
ການລ້ຽງເປັດໃນນາເຂົ້າ ຂອງແມ່ ສົດສະດີ ນາຕາວົງ, ຊາວກະສິກອນ ບ້ານ ຄາຍ, ເມືອງ ແປກ, ແຂວງ ຊຽງຂວາງ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄພຂອງອາຫານ (ASSET) ເຊິ່ງໄດ້ຮັບການສະໜັບສະໜູນຕັ້ງແຕ່ ປິ 2023 ເປັນຕົ້ນມາ. ກ່ອນທີ່ຈະໄດ້ຮັບການສະໜັບສະໜູນຈາກໂຄງການ ASSET, ດິນນາຂອງແມ່ສົດສະດີ ແມ່ນເປັນດິນສົ້ມ, ດິນບໍ່ງາມ ແລະ ຜົນຜະລິດໄດ້ໜ້ອຍເພາະສັດຕູພືດທໍາລາຍນາເຂົ້າ.

ໃນຊ່ວງປີທໍາອິດທີ່ໄດ້ຮັບການສະໜັບສະໜູນແມ່ນໄດ້ລ້ຽງເປັດ ຈໍານວນ 30 ໂຕ. ຫຼັງຈາກອະນຸບານເປັດ ແລະ ດໍານາໄດ້ 1 ເດືອນແມ່ນໄດ້ປ່ອຍເປັດລົງລ້ຽງໃນນາເຂົ້າເພື່ອຊ່ວຍທໍາລາຍສັດຕູພືດ ຫຼື ສິ່ງທີ່ທໍາລາຍຕົ້ນເຂົ້າ. ມູນຂອງເປັດກໍຍັງເປັນຝຸ່ນໃຫ້ເຂົ້າ ເພື່ອຫຼຸດຜ່ອນການໃຊ້ຝຸ່ນເຄມີໃນນາເຂົ້າ ເຊິ່ງເຮັດໃຫ້ເຂົ້າຈະເລີນງອກງາມ ແລະ ໄດ້ຮັບຜົນດີ.

post-images

ຜົນຜະລິດເຂົ້າຫຼັງຈາກລ້ຽງເປັດໃນນາເຂົ້າໄດ້ສູງເຖິງ 450 ກິໂລກຣາມ ເມື່ອທຽບກັບໄລະຍະກ່ອນແມ່ນໄດ້ພຽງແຕ່ 200 ປາຍກິໂລກຣາມ ເມື່ອສົມທຽບກັນແລ້ວເມື່ອເພີ່ມຂຶ້ນເປັນເທົ່າໂຕ.

post-images

ໃນປີ 2024 ນີ້, ແມ່ ສົດສະດີ ແມ່ນໄດ້ຂະຫຍາຍການລ້ຽງເປັດໃນນາເຂົ້າເພີ່ມເປັນ 65 ໂຕ ແລະ ໃນຕອນນີ້ແມ່ນຢູ່ໃນຊ່ວງໄລຍະການປູກເຂົ້າ.

post-images

#econewslaos#assetprojectinlaos

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.