ມັນຕົ້ນແມ່ນພືດທີ່ສຳຄັນທີ່ສຸດໃນລາວເຊິ່ງມີຊາວກະສິກອນຫຼາຍກວ່າ 30,000 ຄົນອາໄສການປູກມັນຕົ້ນເປັນລາຍຮັບຫຼັກ. ມູນຄ່າການສົ່ງອອກມັນຕົ້ນໃນປີ 2020 ຫຼາຍກວ່າ 225 ລ້ານ ໂດລາສະຫະລັດ ແລະ ກຳລັງໄດ້ຮັບຄວາມນິຍົມປູກຂອງຊາວກະສິກອນໃນລາວຢ່າງຫຼວງຫຼາຍທັງເປັນອາຫານ, ເປັນສິນຄ້າສົ່ງອອກຂາຍຕ່າງປະເທດ ແລະ ເປັນຢາດີຕໍ່ສຸຂະພາບອີກດ້ວຍເຊັ່ນ: ບຳລຸງລຳໄສ້,ຮັກສາໂລກເບົາຫວານເພາະມີຄາໂບໄຮເດດ,ເສັ້ນໄຍສານອາຫານບາງຊະນິດທີ່ເຊື່ອວ່າດີຕໍ່ສຸຂະພາບ. ເຊິ່ງຖືກຈັດເປັນພືດທີ່ມີຄວາມສຳຄັນອັນດັບ 5 ຮອງຈາກເຂົ້າສາລີ, ສາລີ, ເຂົ້າ ແລະ ມັນຝຣັ່ງ.
ທ່ານ ນາງ ວົງສາ ຈະເລີນສັກ ທີ່ເຮັດອາຊີບເປັນຊາວກະສິກອນຢູ່ບ້ານກອງລໍ, ເມືອງຄູນຄຳ, ແຂວງຄຳມ່ວນໄດ້ໃຫ້ຂໍ້ມູນວ່າ: ມັນຕົ້ນເປັນພືດທີ່ປູກງ່າຍລາຄາດີເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ ເຊິ່ງມີລາຄາມັນຕົ້ນປະເພດດິບ 500 - 900 ກີບ/kg ແລະ ປະເພດແຫ້ງ 2,000 - 5,000 ກີບ/kg. ຊາວກະສິກອນທີ່ໄດ້ຮັບຜົນກະທົບເສດຖະກິດຝືດເຄືອງຈາກການລະບາດຂອງພະຍາດ COVID-19 ພວກເຂົາບໍ່ສາມາດເຮັດອາຊີບອື່ນໄດ້, ຂາດລາຍໄດ້ຫຼັກເຂົ້າຄອບຄົວ. ຈຶ່ງເຮັດໃຫ້ຊາວກະສິກອນພາກັນຫັນມາປູກມັນຕົ້ນເປັນອາຊີບເພື່ອຈະສາມາດສ້າງລາຍໄດ້ ແລະ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ.
ແຕ່ເນື່ອງຈາກການປູກມັນຕົ້ນຕ້ອງໃຊ້ເນື້ອທີ່ດິນຫຼາຍ ແລະ ພື້ນທີ່ສູງຈາກລະດັບນໍ້າຈຶ່ງຈຳເປັນຕ້ອງນຳໄປສູ່ການຖາງປ່າ, ຈູດປ່າເພື່ອເຮັດໄຮ່ປູກມັນຕົ້ນເຊິ່ງມັນກໍ່ເປັນການທຳລາຍພື້ນທີ່ປ່າໄມ້ບາງເຂດໃນປະເທດເຮົາຫຼຸດລົງຈາກທະນາຄານໂລກ (World Bank ) ໄດ້ຈັດອັນດັບປະເທດທີ່ມີເປີເຊັນປ່າໄມ້ປົກຄຸມປະເທດຫຼາຍທີ່ສຸດໃນປີ 2019 ເຊິ່ງປະເທດລາວຢູ່ອັນດັບທີ 8 (79,65 %) ແລະ ໃນປັດຈຸບັນແມ່ນຕົກມາຢູ່ອັນດັບທີ 13 (72% ).
ນອກນັ້ນການກະສິກຳ ຖາງປ່າ ແລະ ຈູດໄຮ່ໃນປະເທດລາວເຮົາຍັງສົ່ງຜົນກະທົບຈາກມົນລະພິດທາງອາກາດອັນຮຸນແຮງ, ເນື່ອງຈາກວ່າມັນສາມາດສົ່ງຄວັນ ຫຼື ຝຸ່ນ PM 2,5 ແລະ ທາດອາຍພິດເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດເປັນຈໍານວນຫຼາຍ. ເຊິ່ງອີງຕາມການສຳຫຼວດຈາກ ສຳນັກງານພັດທະນາເຕັກໂນໂລຊີ ອາວະກາດ ແລະ ສາລະສົນເທດ (GISTDA ) ໃນວັນທີ 8 ເມສາ 2022 ທີ່ຜ່ານມາພົບວ່າປະເທດເຮົາເກີດມີຈຸດຄວາມຮ້ອນຈາກການເຜົາໄໝ້ເຖິງ10,167ຈຸດເຊິ່ງຄາດວ່າສ່ວນໃຫຍ່ແມ່ນມາຈາກການຈູດປ່າເຮັດໄຮ່ຂອງຊາວກະສິກອນ.
ເຖິງແມ່ນວ່າການເຮັດກະສິກໍາຈະສາມາດສ້າງຜົນຜະລິດ ແລະ ລາຍຮັບທີ່ໜ້າເພິ່ງພໍໃຈໃຫ້ກັບຊາວກະສິກອນ, ແຕ່ທັງນີ້ ໃນເລື່ອງຂອງຂະບວນການຜະລິດຍັງຕ້ອງເປັນສິ່ງທີ່ໜ້າເປັນຫ່ວງ ຕໍ່ກັບການຫຼຸດໜ້ອຍຖອຍລົງຂອງພື້ນທີ່ປ່າໄມ້, ການສ້າງມົນລະພິດຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງຊຸມຊົນ. ມັນຈະເປັນການດີ ຖ້າຫາກຂະບວນການຜະລິດກະສິກໍາໄດ້ຮັບການຄຸ້ມຄອງ ແລະ ຕິດຕາມຈາກເຈົ້າໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງ; ໂດຍສະເພາະການໃຫ້ຄວາມຮູ້ດ້ານເຕັກນິກການກະສິກໍາທີ່ເປັນມິດກັບສິ່ງແວດລ້ອມໃຫ້ກັບຊາວກະສິກອນໄດ້ຫຼາຍຍິ່ງຂຶ້ນ.
#EconewsLaos#ForestCover#pollution#ClimateChage#ForestCover#Biodiversity
ແຫຼ່ງຂໍ້ມູນຈາກ: https://medthai.com/%E0%B8%A1%E0%B8%B1%E0%B8%99%E0%B8%AA.../https://www.gistda.or.th/news_view.php?n_id=5793&lang=THhttps://www.facebook.com/102165352265761/posts/153454710470158/?d=nhttps://www.laophattananews.com/archives/125361...https://www.worldatlas.com/.../state-of-the-world-s...https://www.facebook.com/.../a.81686.../2490286771064568/...