ພາຍຸທັ້ງ 4 ຫົວນັ້ນໄດ້ເລີ່ມກໍ່ຕົວຂຶ້ນ ແລະ ພັດທະນາຈາກພາຍຸຂັ້ນດີເປຣຊັນ (Depression) ສູ່ ໄຕ້ຝຸ່ນ ໂດຍພາຍຸຫົວທຳອິດປາກົດຕົວເມື່ອວັນທີ 4 ເດືອນພະຈິກ ເຊິ່ງໄຕ້ຝຸ່ນດັ່ງກ່າວຖືກເອີ້ນວ່າ Yinxing (ຍິນຊິງ), ຕິດຕາມມາດ້ວຍຫົວທີ່ສອງ ໃນວັນທີ 9 ເດືອນພະຈິກ ທີ່ມີຊື່ເອີ້ນວ່າ: Toraji (ໂທຣາຈິ) ແລະ ໃນມື້ດຽວກັນກໍມີພາຍຸຫົວທີ່ສາມ ທີ່ເອີ້ນວ່າ Man-yi (ໝານຍິ) ແລະ ພາຍຸ Usagi (ອຸສາກິ) ໄດ້ປາກົດຕົວຂຶ້ນເມື່ອວັນທີ 11 ເດືອນພະຈິກ.
ສຳລັບການເຄື່ອນຕົວຂອງພາຍຸດັ່ງກ່າວ ແມ່ນເລີ່ມຕົ້ນຈາກໄຕ້ຝຸ່ນຍິນຊິງ (Yinxing) ໄດ້ພັດເຂົ້າສູ່ ທາງຕາເວັນອອກສ່ຽງເໜືອຂອງປະເທດຟິລິບປິນ ເຊິ່ງກໍ່ໃຫ້ເກີດຝົນຕົກໜັກ ແລະ ດິນເຈື່ອນ. ແນວໃດກໍຕາມ, ກໍບໍ່ມີລາຍງານຜູ້ເສຍຊິວິດ ຫຼື ໄດ້ຮັບບາດເຈັບຈາກພາຍຸດັ່ງກ່າວ. ພາຍຫຼັງການພັດຂື້ນຝັ່ງທີ່ຟິລິບປິນ, ໄຕ້ຝຸ່ນຍິນຊິງກໍໄດ້ເຄື່ອນຕົວສູ່ແຂວງໄຮນານ ຂອງປະເທດຈີນ ກ່ອນຈະພັດເຂົ້າສູ່ຕອນເໜືອຂອງຫວຽດນາມ. ສຶບເນື່ອງຈາກໄຕ້ຝຸ່ນຍິນຊິງ, ໄຕ້ຝຸ່ນໂທຣາຈິ (Toraji) ກໍໄດ້ພັດຂື້ນຝັ່ງທີ່ຊາຍຝັ່ງດ້ານຕາເວັນອອກຂອງແຂວງ ລູຊອນ. ໃນຂະນະດຽວກັນ, ທາງຊາຍຝັ່ງດ້ານຕາເວັນອອກສ່ຽງເໜືອ ຂອງຟິລິບປິນກໍໄດ້ຜະເຊີນກັບພາຍຸອຸສາກິ (Usagi). ຍິ່ງໄປກວ່ານັ້ນ, ພາຍຸໝານຍິ (Man-yi) ທີ່ມີຈຸດກຳເນີດຢູ່ບໍລິເວນຕາເວັນອອກສ່ຽງໃຕ້ຂອງກວມກໍ ໄດ້ພັດເຂົ້າສູ່ດ້ານຕາເວັນອອກສ່ຽງເໜືອຂອງຟິລິບປິນ.
ຈາກການກໍ່ຕົວຂອງໄຕ້ຝຸ່ນດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມຜິດປົກກະຕິຂອງອາກາດໃນມະຫາສະໝຸດ ທີ່ອຸນຫະພູມອຸ່ນຂື້ນເຊິ່ງໄດ້ກາຍເປັນຕົວກະຕຸ້ນໃຫ້ເກີດພາຍຸ. ຍິ່ງໄປກວ່ານັ້ນ, ການປາກົດຕົວພ້ອມກັນຂອງພາຍຸທັ້ງ 4 ຫົວນັ້ນໄດ້ກາຍເປັນປະຫວັດສາດສຳຄັນຂອງການປ່ຽນແປງຂອງສະພາບອາກາດທີ່ຍັງບໍ່ທັນໄດ້ຜະເຊີນມາກ່ອນ. #econewslaos #naturaldisasters #climatecrisis
ແຫຼ່ງຂໍ້ມູນອ້າງອີງ