12 ສິງຫາ ວັນຊ້າງໂລກ. ຊ້າງລາວຍັງພົບສິ່ງທ້າທາຍ ຈຳນວນຊ້າງປ່າຫຼຸດລົງ 15% ແລະ ຊ້າງບ້ານຫຼຸດລົງ 26,66% ເມື່ອທຽບກັບປີ 1988 ​
12 ສິງຫາ ວັນຊ້າງໂລກ. ຊ້າງລາວຍັງພົບສິ່ງທ້າທາຍ ຈຳນວນຊ້າງປ່າຫຼຸດລົງ 15% ແລະ ຊ້າງບ້ານຫຼຸດລົງ 26,66% ເມື່ອທຽບກັບປີ 1988 ​
12 August, 2024
Share now
ວັນທີ່ 12 ສິງຫາ ຂອງທຸກປີແມ່ນ “ວັນຊ້າງໂລກ” (World Elephant Day) ເຊິ່ງເປັນມື້ທີ່ມີການສະເຫຼີມສະຫຼອງ ເພື່ອການອະນຸລັກຊ້າງທົ່ວໂລກ

ສໍາລັບປະເທດລາວແລ້ວຊ້າງມີບົດບາດສຳຄັນໃນທາງວັດທະນະທຳເຊິ່ງເປັນສັນຍາລັກຂອງຄວາມຮັ່ງມີ ແລະ ຄວາມໂຊກດີໄປຈົນເຖິງການມີສ່ວນຮ່ວມໃນພິທີທາງສາສະໜາ ແລະ ງານເທສະການຕ່າງໆ. ໃນບາງຂົງເຂດ ຊ້າງຍັງເປັນສັນຍາລັກຂອງການເຊື່ອມໂຍງລະຫວ່າງມະນຸດກັບທຳມະຊາດອີກດ້ວຍ.

ໃນດ້ານສະພາບການຂອງຊ້າງໃນປະເທດລາວນັ້ນ, ໃນປີ 1988 ນັ້ນ ຊ້າງປ່າມີຈຳນວນ 2000 – 3000 ໂຕ ແລະ ຊ້າງບ້ານມີຈໍານວນ 1500 ໂຕ. ແນວໃດກໍຕາມ ມາຮອດປັດຈຸບັນ, ໃນປີ 2024 ຊ້າງປ່າໄດ້ມີຈຳນວນຫລຸດລົງມາເປັນ 300 – 400 ໂຕ ແລະ ຊ້າງບ້ານມີຈໍານວນ 400 ໂຕເທົ່ານັ້ນ. ທັງນີ້, ຊ້າງສ່ວນໃຫຍ່ອາໄສຢູ່ເປັນກຸ່ມ ແລະ ມີອານາເຂດຂະໜາດໃຫຍ່ທີ່ໃຫ້ຄວາມຄຸ້ມຄອງຫຼາກຫຼາຍທາງດ້ານຊີວະນາໆພັນ. ພວກເຂົາມີບົດບາດສໍາຄັນໃນການສ້າງລະບົບນິເວດໃຫ້ອຸດົມສົມບູນ ແລະ ຮັກສາປະຊາກອນພືດ ຫລືກໍຄືເປັນ Umbrella species ນັ້ນເອງ.

ການຕັດໄມ້ທໍາລາຍປ່າ, ການກະຈາຍຕົວເປັນຍ່ອມໆຂອງແຫຼ່ງທີ່ຊ້າງສາມາດອາໄສຢູ່ໄດ້ທີ່ບໍ່ໄດ້ເປັນພື້ນທີ່ຄອບຄຸມ, ການຖືກລ່າ ແລະ ຂໍ້ຂັດແຍ່ງລະຫວ່າງມະນຸດກັບຊ້າງ ແມ່ນບັນຫາຫຼັກທີ່ເຮັດໃຫ້ຈໍານວນປະຊາກອນຊ້າງປ່າຫຼຸດລົງ. ສໍາລັບຊ້າງບ້ານແລ້ວ ບັນຫາຫຼັກທີ່ເຮັດໃຫ້ຈໍານວນປະຊາກອນຫຼຸດລົງແມ່ນມາຈາກຈໍານວນປະຊາກອນທີ່ບໍ່ຍືນຍົງ, ບໍ່ມີການຈັດການທີ່ດີ ແລະ ການທີ່ຊ້າງມີຜົນປະໂຫຍດໜ້ອຍລົງສໍາລັບຄົນໃນທ້ອງຖິ່ນເຮັດໃຫ້ເຂົາເຈົ້າບໍ່ສົນໃຈໃນການອະນຸລັກຊ້າງ.

ນອກຈາກນີ້, ອົງກອນຕ່າງໆໃນລາວ ເຊັ່ນ: Elephant Conservation center, World Wildlife Found, Lao Conservation Trust for Wildlife ກໍໄດ້ມີການຮ່ວມມືກັນເພື່ອປົກປັກຮັກສາ ແລະ ອະນຸລັກຊ້າງ ເປັນຕົ້ນແມ່ນ ສ້າງສູນອະນຸລັກຊ້າງ ແລະ ໃຫ້ຄວາມຮູ້ແກ່ຊຸມຊົນທ້ອງຖິ່ນກ່ຽວກັບຄວາມສຳຄັນຂອງການອະນຸລັກຊ້າງ. ນອກຈາກນີ້ຍັງມີການສົ່ງເສີມການທ່ອງທ່ຽວແບບອະນຸລັກທີ່ເນັ້ນການອະນຸລັກຊ້າງໃນສະພາບແວດລ້ອມທຳມະຊາດ.

ການສະເຫຼີມສະຫຼອງວັນຊ້າງໂລກໃນລາວບໍ່ພຽງແຕ່ເປັນການຍ້ອງຍໍຊ້າງໃນສະຖານະສັດສຳຄັນທາງວັດທະນະທຳ ແລະ ປະຫວັດສາດ ແຕ່ຍັງເປັນການເນັ້ນຍ້ຳເຖິງຄວາມສຳຄັນຂອງການອະນຸລັກທຳມະຊາດ ແລະ ການດຳລົງຊີວິດຮ່ວມກັນຢ່າງສົມດຸນລະຫວ່າງມະນຸດກັບສັດ. #econewslaos #WorldElephantDay

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.