ດ້ວຍຄວາມອຸດົມສົມບູນຂອງພູເຂົາ, ປະຊາກອນຈຶ່ງໄດ້ແຈກຢາຍກັນອາໄສຢູ່ຕາມເຂດພູຕ່າງໆເຊິ່ງກວມເອົາ 15 ສ່ວນຮ້ອຍຂອງປະຊາກອນໃນໂລກ ແລະ ກຸ່ມຄົນເຫຼົ່ານັ້ນລ້ວນແລ້ວແຕ່ມີບົດບາດສຳຄັນ ໃນການປົກປັກຮັກສາພູເຂົາກໍຄືສິ່ງແວດລ້ອມຜ່ານ ການນຳໃຊ້ພູມປັນຍາທ້ອງຖິ່ນ, ຄວາມເຊື່ອທີ່ສຶບຕໍ່ປະຕິບັດກັນມາ ເພື່ອສົ່ງເສີມການນຳໃຊ້ຊັບພະຍາກອນຢ່າງມີຄຸນຄ່າ ແລະ ຍືນຍົງ.
ທັງນີ້ທັງນັ້ນ, ການປ່ຽນແປງດິນຟ້າອາກາດ, ໄພພິບັດຕ່າງໆ, ການກະສິກຳແບບເລື່ອນລອຍ ໄດ້ກາຍເປັນປັດໄຈກະຕຸ້ນກໍ່ໃຫ້ເກີດ ຄວາມເຊື່ອມໂຊມຂອງລະບົບນິເວດໃນພູເຂົາ ເຊິ່ງສ້າງຜົນກະທົບໃຫ້ການດຳລົງຊິວິດຂອງຄົນ ແລະ ສັດໃນສະພາບແວດລ້ອມດັ່ງກ່າວມີຄວາມລຳບາກຫຼາຍຂຶ້ນ ແລະ ມີແນວໂນ້ມທີ່ຈະມີການຍ້າຍຖິ່ນ. ໃນຂະນະດຽວກັນ, ສັດບາງຊະນິດກໍສ່ຽງຕໍ່ການສູນພັນເນື່ອງຈາກ ບໍ່ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງຖິ່ນຖານດັ່ງກ່າວໄດ້.
ສຳລັບ ສປປ ລາວທີ່ມີພູມສັນຖານອ້ອມຮອບດ້ວຍພູຜາປ່າດົງ, ພູຕ່າງໆໃນລາວໄດ້ກາຍເປັນຖິ່ນຖານແລະແຫຼ່ງກຳເນີດບັນດາພືດ, ສັດ ແລະ ແມ່ນໍ້າຕ່າງໆເຊັ່ນວ່າ: ສາຍພູຫຼວງມີລີງຂາແດງທີ່ເປັນສັດໃກ້ສູນພັນ ແລະ ເປັນຕົ້ນກຳເນີດຂອງສາຂາແມ່ນໍ້າຂອງເຊັ່ນວ່າ ແມ່ນໍ້າ ເຊບັ້ງໄຟ, ພູສາມຊຸມພົບນົກຫຼາກຫຼາຍສາຍພັນເຊັ່ນວ່າ: ນົກ Crested Argus ທີ່ຖືກຈັດເປັນສັດບັນຊີແດງຂອງອົງການສາກົນເພື່ອການອະນຸລັກທຳມະຊາດ (IUCN).
ເພື່ອຕະໜັກເຖິງຄວາມສຳຄັນຂອງພູເຂົາ, ອົງການສະຫະປະຊາຊາດ (UN) ຈຶ່ງໄດ້ກຳນົດເອົາ ວັນທີ 11 ເດືອນທັນວາ ຂອງທຸກໆປີເປັນ “ວັນພູເຂົາສາກົນ” ເພື່ອເປັນການສະແດງເຖິງຄວາມຈຳເປັນໃນການປົກປັກຮັກສາລະບົບນິເວດ ຂອງພູເຂົາໃຫ້ມີຄວາມຍືນຍົງ. ຍິ່ງໄປກວ່ານັ້ນ, ກໍຍັງເປັນການສົ່ງເສີມບັນດາວັດທະນະທຳ, ພູມປັນຍາ ແລະ ຄວາມຮູ້ທ້ອງຖິ່ນຂອງກຸ່ມຄົນທີ່ອາໄສຢູ່ເຂດພູຕ່າງໆໃນການຮັກສາສົມດຸນຂອງສະພາບແວດລ້ອມ.
#econewslaos #InternationalMountainDay