ພວກເຮົາຈະພາມາເບິ່ງ 10 ຄວາມຈິງໜ້າຮູ້ກ່ຽວກັບສັດທີ່ສວຍງາມນີ້:
ເສືອແມ່ນສາຍພັນແມວປ່າທີ່ໃຫຍ່ທີ່ສຸດໃນໂລກ.
ເສືອມັກນໍ້າ ແລະ ການລອຍນໍ້າຫຼາຍ.
ລາຍເສືອແຕ່ລະໂຕແມ່ນມີຄວາມເປັນເອກະລັກສະເພາະ ແລະ ບໍ່ຄືກັນ.
ສຽງຮ້ອງຂູ່ຂອງເສືອສາມາດເຮັດໃຫ້ເຫຍື່ອຢຸດການເຄື່ອນໄຫວໄດ້.
ເສືອເປັນສັດທີ່ເກັ່ງເລື່ອງການລ່າເຫຍື່ອແບບຈອບໂຈມຕີທີ່ສຸດ.
ເປັນນັກລ່າດ່ຽວ ແລະ ນັກລ່າກາງຄືນ.
ເສືອມີຕາປອມ! ເຊິ່ງກໍຄືຈຸດສີຂາວ 2 ຈຸດຢູ່ຫຼັງຫູ ເພື່ອຫຼອກຄູ່ຕໍ່ສູ້ ຫຼື ເຫຍື່ອທີ່ຢູ່ດ້ານຫຼັງວ່າ “ຂ້ອຍເບິ່ງຢູ່ເດີ!”
ເສືອມີຄວາມເປັນແມ່ທີ່ດີ.
ເສືອຈະຫຼັບຕາເວລາທີ່ເຂົາເຈົ້າຮູ້ສຶກສະບາຍ ແລະ ປອດໄພ.
ເສືອເປັນສາຍພັນສັດປ່າທີ່ສໍາຄັນ (Keystone Species) ເຊິ່ງມັນຢູ່ເທິງຕ່ອງໂສ້ອາຫານ ແລະ ຄວບຄຸມຈຳນວນປະຊາກອນຂອງສາຍພັນທີ່ເປັນເຫຍື່ອ.
#econewslaos#WorldTigerDay#InternationalTigerDay#wildlife#wildlifeconservation#tigerconservation
References: