10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
Share now
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.

ໂດຍດັດຊະນີ EPI ປີ 2024 ໃຊ້ຕົວຊີ້ວັດ 58 ຕົວໃນ 11 ໝວດໝູ່ເພື່ອປະເມີນປະສິດທິພາບຂອງບັນດາປະເທດຕ່າງໆ ເຊິ່ງຕົວຊີ້ວັດເຫຼົ່ານີ້ກວມເອົາປະເດັນຫຼັກໆດັ່ງນີ້:

  • ການຫຼຸດຜ່ອນການປ່ອຍອາຍກ໊າດເຮືອນແກ້ວ: ການປະເມີນການຫຼຸດຜ່ອນການປ່ອຍອາຍກ໊າດທີ່ມີຜົນກະທົບຕໍ່ສະພາບອາກາດ.

  • ການນໍາໃຊ້ພະລັງງານໝູນວຽນ: ການປະເມີນການນໍາໃຊ້ພະລັງງານຈາກແຫຼ່ງທີ່ຍືນຍົງ.

  • ການຈັດການຊັບພະຍາກອນທຳມະຊາດ: ການປະເມີນການອະນຸລັກ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບ.

  • ສຸ​ຂະ​ພາບ​ສິ່ງ​ແວດ​ລ້ອມ​: ການ​ປະ​ເມີນ​ຄຸນ​ນະ​ພາບ​ອາ​ກາດ​, ນໍ້າ ​ແລະ​ ການ​ຈັດການ​ສິ່ງ​ເສດ​ເຫຼືອ.​

ຈາກຂໍ້ມູນຂອງ Environmental Performance Index (EPI) ໄດ້ຈັດ 10 ອັນດັບປະເທດ ຈາກ 180 ປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດ ປີ 2024 ໄດ້ແກ່:

  1. ປະເທດເອສໂຕເນຍ (Estonia) - 75.3 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການໃຊ້ພະລັງງານໝູນວຽນ ແລະ ການຈັດການຊັບພະຍາກອນທຳມະຊາດແບບຍືນຍົງ.

  2. ປະເທດລັກເຊມເບີກ (Luxembourg) - 75.0 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການຫຼຸດຜ່ອນການປ່ອຍອາຍກ໊າດເຮືອນແກ້ວ ແລະ ການສົ່ງເສີມການໃຊ້ພະລັງງານສະອາດ.

  3. ປະເທດເຢຍລະມັນ (Germany) - 74.6 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການພັດທະນາເຕັກໂນໂລຊີສີຂຽວ ແລະ ການຈັດການຂີ້ເຫຍື້ອຢ່າງມີປະສິດທິພາບ.

  4. ປະເທດຟິນແລນ (Finland) - 73.7 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ແລະ ການຈັດການປ່າໄມ້.

  5. ປະເທດອັງກິດ (United Kingdom) - 72.7 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການຫຼຸດຜ່ອນມົນລະພິດທາງອາກາດ ແລະ ການສົ່ງເສີມການໃຊ້ພະລັງງານໝູນວຽນ.

  6. ປະເທດສະວີເດັນ (Sweden) - 70.5 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການຈັດການຊັບພະຍາກອນນ້ຳ ແລະ ການຫຼຸດຜ່ອນການປ່ອຍອາຍກ໊າດເຮືອນແກ້ວ.

  7. ປະເທດນໍເວ (Norway) - 70.0 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການໃຊ້ພະລັງງານໝູນວຽນ ແລະ ການອະນຸລັກຊັບພະຍາກອນທຳມະຊາດ.

  8. ປະເທດອອສເຕຣຍ (Austria) - 69.0 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການຈັດການຂີ້ເຫຍື້ອ ແລະ ການສົ່ງເສີມການໃຊ້ພະລັງງານສະອາດ.

  9. ປະເທດສະວິດເຊີແລນ (Switzerland) - 68.0 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການຈັດການຊັບພະຍາກອນນ້ຳ ແລະ ການຫຼຸດຜ່ອນມົນລະພິດທາງອາກາດ.

  10. ປະເທດເດັນມາກ (Denmark) - 67.9 / 100 ຄະແນນ. ແນວທາງປະຕິບັດທີ່ດີທີ່ສຸດ: ການໃຊ້ພະລັງງານໝູນວຽນ ແລະ ການຈັດການຂີ້ເຫຍື້ອຢ່າງຍືນຍົງ.

ດັ່ງນັ້ນ, ການຈັດອັນດັບຂອງແຕ່ລະປະເທດຈຶ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະບັນລຸມາດຕະຖານສິ່ງແວດລ້ອມທີ່ດີ, ການຈັດການຊັບພະຍາກອນທໍາມະຊາດ ແລະ ການຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມຈາກກິດຈະກໍາຂອງມະນຸດເປັນຕົ້ນ.

ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.