04 ຕຸລາ ວັນສັດໂລກ World Animal Day
04 ຕຸລາ ວັນສັດໂລກ World Animal Day
04 October, 2024
Share now
ທຸກໆວັນທີ 4 ເດືອນຕຸລາ ຂອງແຕ່ລະປີ ຖືເປັນອີກມື້ສຳຄັນໃນການຕະໜັກຮູ້ເຖິງສິດ ແລະ ຄວາມເປັນຢູ່ທີ່ດີຂອງສັດໃນທົ່ວໂລກ. ມື້ດັ່ງກ່າວຍັງເປັນການເນັ້ນຍໍ້າເຖິງຄວາມສຳຄັນຂອງການປົກປ້ອງ ແລະ ການສະໜອງສະພາບແວດລ້ອມທີ່ດີໃຫ້ແກ່ສັດເພື່ອໃຫ້ພວກເຂົາສາມາດດຳລົງຊິວິດ ແລະ ມີພັດທະນາການເຕີບໃຫຍ່ຢ່າງເຕັມທີ່.

ດັ່ງທີ່ພວກເຮົາຮູ້ກັນວ່າ ບັນດາສັດຕ່າງໆໃນໂລກນີ້ລ້ວນແຕ່ມີບົດບາດໃນການເສີມສ້າງລະບົບນິເວດທີ່ດີ. ສະນັ້ນ, ການປົກປ້ອງສັດກໍຄວນເປັນອີກໜຶ່ງບູລິມະສິດທີ່ຈຳເປັນຕ້ອງໄດ້ເອົາໃຈໃສ່ ໂດຍສະເພາະແມ່ນການປັບປຸງມາດຕະຖານການເບີ່ງແຍງລ້ຽງດູ, ສ້າງສະພາບແວດລ້ອມທີ່ເໝາະສົມ ຕະຫຼອດເຖິງການຄຸ້ມຄອງພວກເຂົາບໍ່ໃຫ້ຖືກຈັບ ຖືກລ່າ ແລະ ຖືກຂາຍ ເພາະພວກເຂົາກໍມີສິດໃນການອາໄສໃນໂລກໜ່ວຍນີ້ ດັ່ງຄຳຂວັນໃນວັນສັດໂລກຂອງປີນີ້ທີ່ວ່າ “The world is their home too!”

ເພື່ອສະເຫຼີມສະຫຼອງວັນສັດໂລກຢ່າງມີຄວາມໝາຍຄວາມສຳຄັນ, ບັນດາສະມາຄົມ, ມູນນິທິ, ໂຮງຮຽນ, ສະຖາບັນ ແລະ ຫົວໜ່ວຍທຸລະກິດຕ່າງໆໃນທົ່ວໂລກໄດ້ມີການເຄື່ອນໄຫວສ້າງຄວາມຕະໜັກຮູ້ ໃນການປົກປ້ອງ ແລະ ລ້ຽງດູສັດຜ່ານ ການເຝິກອົບຮົມ, ກິດຈະກຳປູກຈິດສຳນຶກ ເຊັ່ນ: ກິດຈະກຳສ້າງຄວາມຜູກພັນລະຫວ່າງຄົນ ແລະ ສັດຜ່ານເກມ (Human-animal bond through The Great Dog Game), ການປະສົມປະສານເລື່ອງລາວການປົກປ້ອງສັດເຂົ້າສູ່ບົດຮຽນໃນຫ້ອງຮຽນ, ການເຮັດໝັນໃຫ້ໝາ ແລະ ແມວຟຣີເພື່ອສະເຫຼີມສະຫຼອງວັນສັດໂລກ ຕະຫຼອດເຖິງ ການຮັບບໍລິຈາກ ຂອງມູນນິທິເພື່ອສົ່ງເສີມການສ້າງສະພາບແວດລ້ອມທີ່ດີໃຫ້ແກ່ສັດໃນການດຳລົງຊິວິດ.

ຍິ່ງໄປກວ່ານັ້ນ, ພວກເຮົາທຸກຄົນກໍຍັງສາມາດເປັນກະບອກສຽງ ໃນການປົກປ້ອງສັດຂອງພວກເຮົາຜ່ານການນຳໃຊ້ສື່ສັງຄົມອອນລາຍ ໃນການແບ່ງປັນການລ້ຽງດູ ແລະ ການປົກປ້ອງ ເຊີ່ງທາງ Econews Laos ຂໍເຊີນຊວນໝູ່ເພື່ອນທຸກຄົນ ຮ່ວມສະແດງຄວາມຄິດເຫັນ ແລະ ແບ່ງປັນ ວິທີການປົກປ້ອງສັດ ຫຼື ສັດລ້ຽງຂອງຕົນເອງ ໃນກ້ອງ comments ດ້ານລຸ່ມນີ້ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສັດໂລກ.

#econewslaos#WorldAnimalDay

ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.